ປະຊາຊົນບ້ານຜາບໍ່ ເຊື່ອມຊືມບັນດາເອກະສານສຳຄັນຂອງຂັ້ນເທິງ


ໃນວັນທີ 9 ກັນຍາ 2020 ບ້ານຜາບໍ່ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງທີ່ຈຸດຫຼໍ່ແຫຼມຜາບໍ່ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳມອນ ໄຊພົມມີ ຮອງເລຂາພັກເມືອງ.
ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ບັນດາເອກະສານຕ່າງໆ ເປັນຕົ້ນແມ່ນ ຂັ້ນຕອນການປະກອບເອກະສານຂໍຍົກຍ້າຍເຂົ້າ-ອອກ ເປັນບຸກຄົນ ຫຼື ຄອບຄົວຂອງພົນລະເມືອງລາວ, ຄົນຕ່າງຊາດ, ກົດໝາຍເລກທີ 085/ສພຊ ວ່າດ້ວຍທະບຽນຄອບຄົວສະບັບປັບປຸງໃໝ່, ກົດໝາຍເລກທີ 89/ສພຊ ວ່າດ້ວຍການປົກຄອງທ້ອງຖີ່ນແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ກົດໝາຍວ່າດ້ວຍທີ່ດິນເລກທີ 04/ສພຊ ແລະ ຜ່ານຄຳສັ່ງແນະນຳເລກທີ 035/ຂບຊ ວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ທີ່ດິນໃນທົ່ວແຂວງ, ຂໍ້ກຳນົດຂອງເຈົ້າເມືອງວຽງທອງ ເລກທີ 494/ຈມ.ວທ ກ່ຽວກັບການຄຸ້ມຄອງຈຸດລຽ້ງສັດ ແລະ ຈຸດທໍາການຜະລິດຢູ່ພາຍໃນເມືອງວຽງທອງ.

ການຈັດຕັ້ງເຊື່ອມຊືມບັນດາເອກະສານນີ້ ກໍ່ເພື່ອເຮັດໃຫ້ພະນັກງານ, ການຈັດຕັ້ງບ້ານ, ພໍ່ແມ່ປະຊາຊົນ ແລະ ຜູ້ປະຈຳກອງກໍ່ສ້າງຮາກຖານຈຸດຫລໍ່ແຫລມ ໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ເຖີງບັນດານິຕິກຳ, ກົດໝາຍ ທີ່ກ່ຽວພັນກັບວຽກງານທີ່ພວມຈັດຕັ້ງປະຕິບັດຢູ່ ໂດຍເຮັດແນວໃດ ໃຫ້ວຽກງານຄຸ້ມຄອງພົນລະເມືອງ ໄດ້ຮັບການແກ້ໄຂຢ່າງຖືກຕ້ອງ ແລະ ເປັນລະບຽບຮຽບຮ້ອຍດີ.

About admin11