ຍທຂ ຈັບມື ອຄ ຄ້ວາແຊ້ມເປຕັງ ຊາຍ – ຍິງ ຊິງຂັນເຈົ້າແຂວງບໍລິຄຳໄຊ

ການແຂ່ງຂັນກິລາເປຕັງ ເພື່ອຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ກັນຍາ ແລະ ສຳເລັດລົງ ໃນຕອນແລງຂອງວັນທີ 18 ກັນຍາ 2020 ຢູ່ເດີ່ນກິລາເປຕັງຂອງແຂວງ ເປັນກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ ທັງເປັນປະທານຈັດງານການແຂ່ງຂັນໃນຄັ້ງນີ້, ມີການນຳຂອງແຂວງ, ຂອງເມືອງ, ຕາງໜ້າພະແນກການ ແລະ ຄະນະກຳມະການຈັດການແຂ່ງຂັນ ພ້ອມດ້ວຍນັກລາຈາກອ້ອມຂ້າງແຂວງ ເຂົ້າຮ່ວມ.

ການແຂ່ງຂັນກິລາເປຕັງໃນຄັ້ງນີ້ ມີທີມກິລາເປຕັງເຂົ້າຮ່ວມແຂ່ງຂັນທັງໝົດ 76 ທີມ ຍິງ 28 ທີມ ໂດຍແບ່ງອອກເປັນ 2 ສາຍ ຄື: ສາຍຊາຍທົ່ວໄປ ແລະ ສາຍຍິງທົ່ວໄປ, ບັນຍາກາດແມ່ນເຕັມໄປດ້ວຍຄວາມຟົດຟື້ນ ແລະ ມ່ວນຊື່ນ, ໃນຮອບຊີງຊະນະເລີດປະເພດທີມຊາຍ ເປັນການຊີງກັນເອງຂອງທີມພະແນກໂຍທາທິການ ແລະ ຂົນສົ່ງແຂວງ 1 ແລະ ທີມ 2 ຜ່ານການແຂ່ງຂັນປະກົດວ່າ ທີມ ຍທຂ 2 ເປັນຝ່າຍເອົາຊະນະໄປໄດ້ດ້ວຍຄະແນນ 11 ຕໍ່ 9 ຍາດໄດ້ອັນດັບທີ 1 ໄປຄອງ, ແລະ ອັນດັບ 3 ໄດ້ແກ່ທີມ ທະຫານແຂວງ ທີ່ສາມາດເອົາຊະນະ ທີມ ປກສ ແຂວງ ໄປໄດ້ດ້ວຍຄະແນນ 11 ຕໍ່ 9.

ສ່ວນປະເພດທີມຍິງ ຊີງອັນດັບ 1 ເປັນການພົບກັນລະຫວ່າງທີມ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ພົບກັບ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ການແຂ່ງຂັນໄດ້ດຳເນີນໄປຢ່າງດຸເດືອດ ແລະ ສູສີ ແຕ່ທີມພະແນກ ອຄ ແຂວງ ເປັນຝ່າຍທີ່ໂຊຄວາມແມ່ນຢຳໄດ້ຫຼາຍກ່ວາ ແລະ ສາມາດເອົາຊະນະໄປໄດ້ ດ້ວຍຄະແນນ 11 ຕໍ່ 9 ແລະ ອັນດັບ 3 ໄດ້ແກ່ທີມພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ທີ່ເອົາຊະນະທີມ ປກສ ດ້ວຍຜົນຄະແນນ 11 ຕໍ່ 8.

ສຳລັບຂອງຂວັນລາງວັນ: ລາງວັນຊະນະເລີດ ໄດ້ຮັບຂັນ 1 ໜ່ວຍພ້ອມເງິນສົດ 5 ແສນກີບ, ອັນດັບ 2 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 3 ແສນກີບ ແລະ ອັນດັບທີ 3 ໄດ້ຮັບເງິນສົດ 2 ແສນກີບ ເປັນກຽດມອບໂດຍທ່ານ ທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄຳໄຊ.

About admins16