ທ່ານເຈົ້າເມືອງທ່າພະບາດ ພ້ອມດ້ວຍຄະນະ ລົງຊ່ວຍເຫຼືອມອບເຄື່ອງອຸປະກອນເພື່ອປຸກສ້າງເຮືອນໃຫ້ຄອບຄົວທຸກຍາກ


ເພື່ອເປັນການແບ່ງເບົາບັນເທົາທຸກໃຫ້ແກ່ຄອບຄົວທຸກຍາກຂາດເຂີນ ໄດ້ມີຊີວິດດີຂຶ້ນກ່ວາເກົ່າ, ໃນວັນທີ 18 ກັນຍາ 2020 ນີ້ ທ່ານ ດວງຕາ ມໍລະຄາສຸກ ເຈົ້າເມືອງທ່າພະບາດ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງອຸປະກອນການກໍ່ສ້າງເຮືອນຈໍານວນໜື່ງມາມອບຊ່ວຍເຫຼືອໃຫ້ 3 ຄອບຄົວພາຍໃນເມືອງທ່າພະບາດຄື: ຄອບຄົວ ທ້າວ ແຫຼມ ສຸວັນນະວົງ ບ້ານທ່າບົກ, ຄອບຄົວນາງ ແວນ ໄຊຍະແສງ ບ້ານປ່າໄລ່, ຄອບຄົວ ນາງ ບຸນທັນ ບຸນນາກ ບ້ານເລົ່າຄາ ລວມມູນຄ່າ 10.600.000 ກ່ວາກີບ.

ນອກຈາກນີ້, ອໍານາດການປົກຄອງບ້ານຍັງໄດ້ລະດົມທືນພາຍໃນບ້ານ ຊື້ອຸປກອນຊ່ວຍເຫຼືອເພື່ອປຸກສ້າງເຮືອນ ລວມມູນຄ່າ 5.600.000 ກ່ວາກີບ ແລະ ຍາຄູຕຸ້ຍ ພຸດທະທໍາມະວົງ ເຈົ້າອາວາດວັດບ້ານປ່າໄລ່ 1.300.000 ກ່ວາກີບ ພ້ອມທັງແຮງງານຊ່ວຍກໍ່ສ້າງປຸກເຮືອນ 140 ຄົນ.

About admin11