ໂຮງຮຽນ ມສ ວຽງທອງເປີດສົກຮຽນໃໝ່ສົກປີ 2020 – 2021 


ໃນຕອນເຊົ້າວັນທີ 1 ກັນຍາ 2020 ຢູ່ໂຮງຮຽນ ມສ ວຽງທອງ ເມືອງ ວຽງທອງ ແຂວງ ບໍລິຄຳໄຊ ໄດ້ມີພິທີເປີດການຮຽນ- ການສອນສົກປີ 2020 – 2021 ຂື້ນ ໂດຍການເຂົ້າຮ່ວມພິທີຂອງທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງ-ເມືອງວຽງທອງ.


ທ່ານ ອາຈານ ພວງ ຫອມສົມບັດ ຜູ້ອຳນວຍການໂຮງຮຽນ ມສ ວຽງທອງ ໄດ້ຂື້ນຜ່ານບົດລາຍງານການກະກຽມຄວາມພ້ອມໃນການເປີດສົກຮຽນໃໝ່ ວ່າ: ສະພາບລວມຂອງໂຮງຮຽນ ແມ່ນໄດ້ກະກຽມປັບປຸ່ງອາຄານຮຽນ, ໂຕະ, ຕັ່ງ ແລະ ຄູ-ອາຈານແບ່ງຕາຕະລາງໃຫ້ແຕ່ລະບຸກຄົນຕາມວິຊາສະເພາະຂອງຕົນລະອຽດ, ຄູ-ອາຈານແຕ່ລະສະຫາຍໄດ້ມີຄວາມພ້ອມແຜນການສອນພ້ອມອຸປະກອນສອນພຽງພໍ, ນັກຮຽນກໍ່ມີຄວາມພ້ອມ ເຊີ່ງມາຮອດປະຈຸບັນມີນັກຮຽນມາລົງທະບຽນເຂົ້າຮຽນແລ້ວ 1.635 ຄົນ, ໂຮງຮຽນ ມສ ວຽງທອງ ມີ 33 ຫ້ອງຮຽນ ມີຄູສອນ 54 ຄົນ ຍິງ 25 ຄົນ.

About admin11