ຮຽນຮູ້ແລ້ວກ້າເຮັດ ສ້າງລາຍຮັບ 60-70 ລ້ານກີບຕໍ່ປີ

ການປູກຝັງ-ລ້ຽງສັດ ແມ່ນວຽກງານໜຶ່ງທີ່ພັກ-ລັດ ໃຫ້ຄວາມສຳຄັນ ແລະ ກໍ່ໄດເອົາໃຈໃສ່ຊຸກຍູ້ສົ່ງເສີມ ໃຫ້ພໍ່ແມ່ປະຊາຊົນ ເປັນເຈົ້າການຜະລິດໃຫ້ເປັນສິນຄ້າ ເພື່ອສ້າງລາຍຮັບໃຫ້ແກ່ຄອບຄົວ ແກ້ໄຂຄວາມທຸກຍາກ ພ້ອມທັງພັດທະນາຄອບຄົວ ໃຫ້ຮັ່ງມີຜາສຸກ ກາຍເປັນແວ່ນແຍງໃຫ້ແກ່ຄອບຄົວຜູ້ອື່ນໆ ເຊິ່ງຜ່ານມາ ກໍມີຫຼາຍຄອບຄົວປະສົບຜົນສຳເລັດ ຄືດັ່ງຄອບຄົວ ທ່ານ ພົງສະຫວັດ ອິນພອນ ທີ່ຖືເອົາການລ້ຽງໄກ່ພັນໄຂ່ ແລະ ລ້ຽງໝູ ເປັນສິນຄ້າ ຈົນກາຍເປັນແບບຢ່າງໃນການສ້າງເສດຖະກິດຄອບຄົວຢູ່ ບ້ານ ກວນຈັນ ເມືອງຄຳເກີດ ແຂວງບໍລິຄຳໄຊ.

ທ່ານ ພົງສະຫວັດ ອິນພອນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ຕົນເອງໄດ້ປະກອບອາຊີບລ້ຽງໄກ່ພັນໄຂ່ມາແຕ່ປີ 2015 ເພາະຕົນເອງໄດ້ຮຽນວິຊາຊີບດ້ານການປູກຝັງ-ລ້ຽງສັດ ໂດຍໃນເບື່ອງຕົ້ນ ໃຊ້ຕົ້ນທຶນ 230 ລ້ານກີບ ເພື່ອສ້າງຟາມໄກ່ພັນໄຂ່ ຂື້ນ 2 ຟາມ, ຄອກໝູ 1 ຟາມ ໜອງປາ 1 ໜອງ, ໄດ້ຊື້ແມ່ໄກ່ສາວຈຳນວນ 3.500 ໂຕ ແຮງງານໃນການລ້ຽງ ແມ່ນຄົນໃນຄອບຄົວ 3 ຄົນ, ພາຍຫຼັງນໍາແມ່ໄກ່ເຂົ້າມາລ້ຽງ ປະມານໜຶ່ງອາທິດ ແມ່ໄກ່ເລີ່ມໄຂ່ມື້ລະ 60 ແຕະ ຫຼັງຈາກນັ້ນ ນຳເອົາໄປຂາຍຕາມທ້ອງຖິ່ນ ແລະ ທ້ອງຕະຫຼາດ, ເຫັນວ່າການລ້ຽງໄກ່ພັນໄຂ່ ບໍ່ມີຄວາມຫຍຸ້ງຍາກຫຼາຍ ທັງມີກຳໄລດີ ແລະ ຕະຫຼາດກໍມີຄວາມຕ້ອງການສູງ, ສະນັ້ນ ຈຶ່ງໄດ້ສືບຕໍ່ລ້ຽງມາຕະຫຼອດ.

ສ່ວນວິທີການລ້ຽງໄກ່ແມ່ພັນໄຂ່ ແມ່ນ 1 ປີ 2 ເດືອນ ຕ້ອງໄດ້ປ່ຽນແມ່ພັນ ເທື່ອ 1 ຂາຍແມ່ເກົ່າອອກ ຊື້ແມ່ໃໝ່ເຂົ້າມາແທນ ໃນນັ້ນ ບັນຫາຄວາມສະອາດ ຕ້ອງໄດ້ເອົາໃຈໃສ່ບົວລະບັດເປັນຢ່າງດີ ແລະ ອາຫານທີ່ເກືອ ແມ່ນຫົວອາຫານສຳເລັດຮູບ ເກືອໃຫ້ຖືກຕ້ອງເວລາ ຄື: ຕອນເຊົ້າ 4:00 ໂມງ, ຕອນທ່ຽງ 1:00 ໂມງ ເກືອມື້ລະ 2 ເທື່ອ ແລະ ໃຫ້ວິຕາມິນ ຕິດຕາມເຝົ້າລະວັງ ພະຍາດລະບາດ ທີ່ມັກເກີດຂື້ນກັບແມ່ໄກ່ ໂດຍມີພະນັກງານຫ້ອງການກະສິກຳເມືອງ ມາຊ່ວຍດ້ານວິຊາການ ແນະນຳວິທີປ້ອງກັນ ແລະ ຮັກສາ ຢ່າງໃກ້ຊິດ ຈຶ່ງເຮັດໃຫ້ຟາມໄກ່ ບໍ່ມີບັນຫາພະຍາດລະບາດຕ່າງໆ, ພ້ອມນີ້ ຍັງໄດ້ລ້ຽງໝູຈຳນວນ 40 ໂຕ ແລະ ລ້ຽງປາຈຳນວນໜຶ່ງຕື່ມອີກ.

ແຕ່ລະປີ ຄອບຄົວຂອງຂ້າພະເຈົ້າ ມີລາຍຮັບຈາກການຂາຍໄຂ່, ຂາຍໝູ ແລະ ຂາຍປາ ສະເລ່ຍລວມແລ້ວໄດ້ 60-70 ລ້ານກີບຕໍ່ປີ, ປັດຈຸບັນ ມີເຮືອນຢູ່ຖາວອນ, ລົດ 6 ລໍ້ 1 ຄັນ ມືທຶນຮອນການສຶກສາໃຫ້ລູກ ແລະ ມີເງິນເກັບຈຳນວນໜຶ່ງ ໄວ້ເປັນທຶນຂະຫຍາຍຟາມອອກຕື່ມອີກ ເພື່ອໃຫ້ຄອບຄົວມີລາຍຮັບຫຼາຍຂື້ນຕື່ມ. ສະຫຼູບແລ້ວ ການສ້າງເສດຖະກິດຄອບຄົວ ຈະປະສົບຜົນສຳເລັດ ກ້າວສູ່ຄວາມຮັ່ງມີໄດ້ ແມ່ນຕ້ອງມີຄວາມອົດທົນສູງ ເຊິ່ງໃຊ້ເວລາພໍສົມຄວນ ໃນການລົງມືເຮັດແທ້ທຳຈິງ ບຸກບືນສູ້ຊົນຜ່ານຜ່າອຸປະສັກຕ່າງໆ ບໍ່ຍອມທໍ້ຖອຍ ກໍສາມາດປະສົບຄວາມສຳເລັດໄດ້ ທ່ານ ພົງສະຫວັດ ອິນພອນ ກ່າວ.

About admins16