ຄະນະອະນຸກໍາມະການໂຄສະນາ-ຂະບວນການຂັ້ນແຂວງລົງເຄື່ອນໄຫວຊີ້ນຳວຽກຂະບວນການຢູ່ເມືອງຄຳເກີດ

ເພື່ອເປັນການສ້າງຂະບວນການໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ, ຫົວໜ້າອະນຸກຳມະການໂຄສະນາ ແລະ ຂະບວນການຂອງແຂວງ ພ້ອມຄະນະ ໄດ້ລົງຊຸກຍູ້ຕິດຕາມວຽກງານສ້າງຂະບວນການຕ່າງໆຢູ່ເມືອງຄຳເກີດ ໂດຍໄດ້ຮັບການລາຍງານ ຈາກຄະນະນຳຂອງເມືອງ ວ່າ:


ຄະນະນຳຂັ້ນເມືອງ ໄດ້ຖືສຳຄັນໃນການສ້າງຂະບວນການຕ່າງໆ, ການປະດັບດາເອ້ຍ້ອງ ຕາມສຳນັກງານ, ອົງການ, ສະຖານທີ່ສຳຄັນຂອງເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ, ທາງດ້ານວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ, ການປຸກລະດົມພໍ່ແມ່ປະຊາຊົນພາຍໃນເມືອງຄຳເກີດໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບການຈັດຕັ້ງປະຕິບັດວຽກງານຕ່າງໆ ແລະ ສະຖານທີ່ສຳຄັນຂອງເມືອງ, ສຳນັກງານ, ອົງການ, ບໍລິສັດ-ລັດວິສາຫະກິດ ຕະຫຼອດຮອດພໍ່ແມ່ປະຊາຊົນທີ່ຢູ່ລຽບຕາມເສັ້ນທາງໃຫຍ່ທີ່ມີເງື່ອນໄຂ ໃຫ້ຕິດທຸງພັກ – ທຸງຊາດ, ທຸງທິວ ໃຫ້ມີຄວາມສະອາດງາມຕາມ, ມີຄວາມເປັນລະບຽບຮຽບຮ້ອຍສວຍງາມ ແນ່ໃສ່ກະກຽມຄວາມພ້ອມໃນທຸກໆດ້ານເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ແລະ ເປັນເຈົ້າການ ໃນການປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ກຸ່ມຄົນທີ່ບໍ່ຫວັງດີເຂົ້າມາກໍ່ກວນ.

ທ່ານ ວັນວິໄລ ແດນພູຫລວງ ໄດ້ຊີ້ນຳວ່າ: ໃຫ້ການນຳ ແລະ ທຸກພາກສ່ວນຂອງເມືອງ ຈົ່ງໄດ້ພ້ອມກັນເອົາໃຈໃສ່ ຈັດຕັ້ງປະຕິບັດບັນດາທິດຊີ້ນຳຂອງຂັ້ນເທິງກ່ຽວກັບການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ໂດຍສະເພາະ ແມ່ນວຽກງານ ປກຊ – ປກສ ຕ້ອງມີຄວາມຮັບປະກັນ, ພ້ອມນັ້ນ ກໍ່ໃຫ້ສືບຕໍ່ກວດກາ – ກວດແກ້ ບັນດາຂໍ້ຄົງຄ້າງຂອງບັນດາໜ້າວຽກ ໃຫ້ສຳເລັດດ້ວຍດີ ເພື່ອເປັນຜົນງານເອກອ້າງ ຕ້ອນຮັບກອງປະຊຸມໃຫຍ່ ອົງຄະນະພັກແຂວງ.

ຫຼັງຈາກນັ້ນ ທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງ ພ້ອມຄະນະ ກໍ່ໄດ້ລົງສຳຫຼວດ ແລະ ຢ້ຽມຢາມກຸ່ມຜະລິດກະສິກຳເປັນສີນຄ້າຂອງເມືອງອີກດ້ວຍ.

About admin11