ບ້ານນາດີ ເປີດໂຄງການແກ້ໄຂ ແລະ ສະກັດກັ້ນຕ້ານການແຜ່ລະບາດຂອງຢາເສບຕິດ


ຕອນເຊົ້າຂອງວັນທີ 17 ກັນຍາ 2020 ນີ້ ຢູ່ສະໂມສອນ ບ້ານ ນາດີ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີເປີດໂຄງການແກ້ໄຂ ແລະ ສະກັດກັ້ນຕ້ານການແຜ່ລະບາດຂອງຢາເສບຕິດ( ຢາບ້າ) ໂດຍເປັນກຽດເຂົ້າຮ່ວມເປີດຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ, ມີຫົວໜ້າກອງບັນຊາການ ປກສ-ປກຊ, ຄະນະຮັບຜິດຊອບ, ແຂກຖືກເຊີນ ແລະ ການຈັດຕັ້ງບ້ານ ຕະຫຼອດຮອດປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.


ການເປີດໂຄງການແກ້ໄຂ ແລະ ສະກັດກັ້ນການແຜ່ລະບາດຂອງຢາເສບຕິດ ກໍ່ເພື່ອເປັນການສຶກສາອົບຮົມ, ເຊື່ອມຊືມໃຫ້ພະນັກງານທຸກຂະແໜງການ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບຜົນຮ້າຍຂອງຢາເສບຕິດ ແລະ ບັນດາມາດຕາຂອງກົດໝາຍ ວ່າດ້ວຍອາຍາ ທີ່ກ່ຽວພັນກັບຢາເສບຕິດ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ ເພື່ອກໍາໄດ້ເລ່ລ່ຽມ, ກົນອຸບາຍ ວິທີການລັກລອບຂົນສົ່ງ, ຊື້-ຂາຍ, ມົ້ວສຸມ ເສບ ຫຼື ມີໄວ້ໃນຄອບຄອງຂອງກຸ່ມຄົນບໍ່ຫວັງດີ, ແນໃສ່ການແກ້ໄຂບັນດາເປົ້າໝາຍເສບ, ຄ້າ-ຂາຍ, ຂົນສົ່ງ, ມີໄວ້ໃນຄອບຄອງ ຢູ່ພາຍໃນເມືອງວຽງທອງ ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.

ຕາມການເກັບກຳຂໍ້ມູນໃນເບື້ອງຕົ້ນ ຂອງການຈັດຕັ້ງບ້ານ ແລະ ເຈົ້າໜ້າທີ່ ຢູ່ບ້ານນາດີ ມີຜູ້ເປົ້າໝາຍເສບ ຈໍານວນ 35 ຄົນ, ເປົ້າໝາຍຂາຍ 4 ຄົນ ແລະ ຍັງຈະຕ້ອງໄດ້ສືບຕໍ່ຕິດຕາມກວດກາເກັບກໍາຂໍ້ມູນ ເພື່ອຈະໄດ້ຮຽກຕົວ, ພາຕົວບັນດາເປົ້າໝາຍມາເອົາຄໍາໃຫ້ການ, ສຶກສາອົບຮົມ, ກ່າວເຕືອນ, ກວດປັດສະວະ ແລະ ສ້າງບົດບັນທຶກຄໍາປະຕິຍານ, ຖ່າຍຮູບເປັນຫຼັກຖານ ແລ້ວມອບໃຫ້ຜູ້ປົກຄອງ ແລະ ປກສ-ປກຊ ກຸ່ມ ສົມທົບກັບອົງການຈັດຕັ້ງບ້ານ ຕິດຕາມກວດກາຕໍ່ໄປ ຖ້າຫາກວ່າຜູ້ກ່ຽວຍັງບໍ່ປະຕິບັດຕາມບົດບັນທຶກ ແມ່ນຈະຖືກດໍາເນີນຄະດີຕາມກົດໝາຍ.

About admin11