ບໍລິຄຳໄຊຝຶກອົບຮົມ ຄວາມຮູ້ພື້ນຖານການເຄື່ອນຍ້າຍແຮງງານແບບປອດໄພ

ຊຸດອົບຮົມການເຄື່ອນຍ້າຍແບບປອດໄພ, ລົງໂຄສະນາການໄປເຮັດວຽກແບບຖືກຕ້ອງ ແລະ ການປ້ອງກັນຕົນຈາກພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 16 ກັນຍາ 2020 ຢູ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້ແຂວງ ໂດຍການເຂົ້າຮ່ວມຂອງທ່ານນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ທ່ານ ຄຳສະຫວາດ ອຸດທະຈັກ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີຄະນະກົມ, ພະແນກການກ່ຽວຂ້ອງຂັ້ນແຂວງ, ຫ້ອງການ ແລະ ຂັ້ນບ້ານ ເຂົ້າຮ່ວມ.

ຊຸດອົບຮົມ ໄດ້ຮັບຟັງການນຳສະເໜີ ເອກະສານການເຄື່ອນຍ້າຍແຮງງານ ທີ່ຍົກໃຫ້ເຫັນເຖິງນິຍາມຄວາມໝາຍ ແລະ ຄວາມສຳຄັນ ຂອງການເຄື່ອນຍ້າຍແຮງງານ, ປັດໃຈການເຄື່ອນຍ້າຍ ທີ່ປະກອບມີ 4 ປັດໃຈໃຫຍ່ ຄື: ປັດໄຈທາງດ້ານເສດຖະກິດ, ປັດໄຈທາງດ້ານການເມືອງ, ປັດໄຈທາງດ້ານສັງຄົມ ແລະ ປັດໄຈທາງດ້ານສິ່ງແວດລ້ອມ ທີ່ມີຜົນກະທົບສຳຄັນໃນການເຄື່ອນຍ້າຍຂອງປະຊາກອນ ແລະ ໃນ ສປປ ລາວ ກໍ່ເຫັນວ່າການເຄື່ອນຍ້າຍແຮງງານ ແມ່ນມີທ່າອຽງເພີ່ມຂຶ້ນ. ພ້ອມດຽວກັນ ຍັງເວົ້າເຖິງຄວາມສ່ຽງຂອງການເຄື່ອນຍ້າຍແບບຜິດກົດໝາຍ ເປັນຕົ້ນແມ່ນການຖືກກົດຂີ່ຂູດຮີດທາງດ້ານແຮງງານ, ໄດ້ຮັບຄ່າແຮງຕ່ຳ, ບໍ່ສາມາດເຂົ້າເຖິງການບໍລິການທາງດ້ານສັງຄົມ, ການປິ່ນປົວສຸຂະພາບ ແລະ ບໍ່ໄດ້ຮັບສະຫວັດດີການຕ່າງໆ, ການຖືກທາລຸນ ຈົນກ້າວໄປເຖິງການຕົກເປັນເຫຍື່ອຂອງການຄ້າມະນຸດ.

ຊຸດຝຶກອົບຮົມໃນຄັ້ງນີ້ຈະໄດ້ດຳເນີນເປັນເວລາ 2 ວັນເຕັມຈຶ່ງສຳເລັດ ເຊິ່ງຍັງຈະໄດ້ຮັບຟັງການນຳສະເໜີຫຼາຍເອກະສານສຳຄັນ ເຊັ່ນ: ທາງເລືອກໃນການເຄື່ອນຍ້າຍ, ຂະບວນການຈັດຫາງານ, ການປະຖົມນິເທດ ຫຼັງຈາກເດີນທາງຮອດປະເທດປາຍທາງ, ການຕ້ານການຄ້າມະນຸດ ແລະ ເອກະສານອື່ນໆ.

ນອກຈາກນີ້ ບັນດາສຳມະນາກອນ ຍັງຈະໄດ້ແບ່ງເປັນກຸ່ມຄົ້ນຄ້ວາ ເພື່ອປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງນີ້ກໍ່ເພື່ອເຮັດໃຫ້ຊຸດຝຶກອົບຮົມໃນຄັ້ງນີ້ໄດ້ຮັບທັງປະລິມານ ແລະ ຄຸນນະພາບສູງສຸດ.

About admins14