ປກສ ເມືອງບໍລິຄັນ ມອບລົດຈັກ 03 ຄັນ ທີ່ຄົນຮ້າຍລັກໄປ ຄືນເຈົ້າຂອງເດີມ

  

ເຈົ້າໜ້າທີ່ ໜ່ວຍງານອາຍາ-ເສດຖະກິດ ພະແນກຕໍາຫຼວດ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໃນຄັ້ງວັນທີ 21 ກໍລະກົດ 2020 ນີ້, ເວລາປະມານ 16 ໂມງ 30 ນາທີ ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ໄດ້ມີຄົນຮ້າຍຈໍານວນໜຶ່ງເຂົ້າມາແອບແຝງເຮັດວຽກເປັນກໍາມະກອນຢູ່ສວນກ້ວຍ ທີ່ບ້ານຊົມຊື່ນ ເມືອງບໍລິຄັນ ແລ້ວເຄື່ອນໄຫວລັກລົດຈັກຂອງກໍາມະກອນທີ່ເຮັດວຽກຢູ່ສວນກ້ວຍດັ່ງກ່າວ, ເຊີ່ງມີລົດຈັກຂອງກໍາມະກອນເສຍ ຈໍານວນ 04 ຄັນ, ພາຍຫຼັງໄດ້ຮັບແຈ້ງຄວາມ ເຈົ້າໜ້າທີ່ຈື່ງໄດ້ແຕ່ງຕັ້ງໜ່ວຍວິຊາສະເພາະລົງກວດກາສັນນະສູດສະຖານທີ່ເກີດເຫດ ເຫັນວ່າມີມູນຄວາມຈິງ ຈື່ງໄດ້ຂື້ນບັນຊີເປົ້າໝາຍຜູ້ຕ້ອງສົງໃສເປັນກໍາມະກອນພາຍໃນສວນກ້ວຍ, ມາຮອດວັນທີ 27 ກໍລະກົດ 2020 ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ຈື່ງສາມາດກັກຕົວຜູ້ຖືກຫາໄດ້ 03 ຄົນ ຄື: ທ້າວ ເຢີວື່ ອາຍຸ 19 ປີ ອາຊີບ ກໍາມະກອນ ຢູ່ບ້ານ ບົວຄັນໃຕ້ ເມືອງ ໂພນໂຮງ ແຂວງວຽງຈັນ, ທ້າວ ຊົ່ງຢ່າງ ອາຍຸ 20 ປີ ອາຊີບ ກໍາມະກອນ ຢູ່ບ້ານ ບໍ່ ເມືອງບໍລິຄັນ ແຂວງບໍລິຄໍາໄຊ , ພວກກ່ຽວ 02 ຄົນແມ່ນເຮັດວຽກຢູ່ສວນກ້ວຍ ບ້ານຊົມຊື່ນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ແລະ ທ້າວ ເຢັ່ງເຮີ ອາຍຸ 14 ປີ ອາຊີບ ຫວ່າງງານ ປະຈຸບັນຢູ່ບ້ານ ໂນນສົມບູນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເຈົ້າໜ້າທີ່ຈື່ງໄດ້ນໍາຕົວພວກກ່ຽວທັງສາມ ມາສືບສວນ-ສອບສວນ ຕາມຂະບວນການຂອງກົດໝາຍ.


ຜ່ານການສືບສວນ-ສອບສວນ: ທ້າວ ເຢີວື່ ໄດ້ໃຫ້ການຮັບສາລະພາບວ່າ: ຜູ້ກ່ຽວໄດ້ເຮັດວຽກເປັນກໍາມະກອນຢູ່ ສວນກ້ວຍ ບ້ານຊົມຊື່ນ ເປັນເວລາ ໜື່ງເດືອນ, ແລ້ວໄດ້ໄປຮູ້ຈັກກັບທ້າວ ຊົ່ງຢ່າງ ທີ່ເຮັດວຽກຢູ່ສວນກ້ວຍນໍາກັນ ແລະ ທ້າວ ເຢັ່ງເຮີ ບ້ານໂນນສົມບູນ ທີ່ມາສະໝັກເຮັດວຽກຢູ່ ສວນກ້ວຍ ແຕ່ທາງບໍລິສັດບໍ່ຮັບຍ້ອນອາຍຸກະສຽນ ບໍ່ຮອດ 15 ປີ, ຫຼັງຈາກນັ້ນ ພວກກ່ຽວທັງສາມຈື່ງໄດ້ຊວນກັນໄປຊອກລັກລົດຈັກ ຂອງກໍາມະກອນ ທີ່ມາເຮັດວຽກຢູ່ສວນກ້ວຍ, ລົດທີ່ລັກໄດ້ມາ ພວກກ່ຽວກໍ່ເອົາໄປຂາຍໃນລາຄາ 700.000 ກີບຕໍ່ຄັນ ສ່ວນເງິນ ກໍ່ເອົາໄປໃຊ້ຈ່າຍຫລິ້ນກິນຈົນໝົດ.

ຕໍ່ກັບການກະທໍາດັ່ງກ່າວແມ່ນຜິດຕໍ່ມາດຕາ 231 ຂອງປະມວນກົດໝາຍອາຍາ ແຫ່ງ ສປປລາວ ປະຈຸບັນທາງເຈົ້າໜ້າທີ່ກໍາລັງດໍາເນີນຄະດີຕາມລະບຽບກົດໝາຍ. ສ່ວນທ້າວ ເຢັ່ງເຮີ ແມ່ນອາຍຸກະສຽນຕໍ່າກ່ວາ 15 ປີ ບໍ່ສາມາດດໍາເນີນຄະດີທາງອາຍາໄດ້ ຈຶ່ງແຈ້ງໃຫ້ຜູ້ປົກຄອງມາປະກັນຕົວນໍາຕົວອອກໄປຢູ່ບ້ານ ເພື່ອລໍຖ້າການດໍາເນີນຄະດີເດັກ ຕາມຂະບວນການຍຸຕິທຳ.

ສຳລັບລົດຈັກ ທີ່ໄດ້ເກັບກູ້ຄືນມາໄດ້ນັ້ນ ໃນຕອນເຊົ້າ ວັນທີ 15 ກັນຍາ 2020 ນີ້, ເຈົ້າໜ້າທີ່ ໜ່ວຍງານອາຍາ-ເສດຖະກິດ ພະແນກຕໍາຫຼວດ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ກໍ່ໄດ້ຈັດພິທີມອບ-ຮັບ ລົດຈັກ ຈໍານວນ 03 ຄັນ ຄືນໃຫ້ເຈົ້າຂອງເດີມ ຕາງໜ້າກ່າວມອບໂດຍທ່ານ ຮ້ອຍໂທ ແກ່ນຈັນ ອັກຄະວົງ ຮອງຫົວໜ້າໜ່ວຍງານອາຍາ-ເສດຖະກິດ ແລະ ຮັບໂດຍ ເຈົ້າຂອງລົດທັງ 3 ຄັນ.

About admin11