ເລີ່ມຈາກດິນ 1 ໄຮ່ ໃຫ້ບົດຮຽນສູ່ການສ້າງລາຍຮັບ 300 ລ້ານກ່ວາກີບ/ປີ

ຄົນເຮົາບໍ່ຂຶ້ນກັບບ່ອນເກີດຕົ້ນກຳເນີດ, ລະດັບການສຶກສາ ຫຼື ຖານະທາງດ້ານເສດຖະກິດ ຖ້າມີຄວາມດຸໝັ່ນຂະຫຍັນໝັ່ນພຽນ, ມານະອົດທົນ ກໍ່ສາມາດຜ່ານຜ່າອຸປະສັກ ນໍາພາຊີວິດຕົນເອງ ແລະ ຄອບຄົວດີຂຶ້ນໄດ້ ເຊັ່ນດຽວກັບ ສະຫາຍ ຄຳບິ່ງ ເພັງມີໄຊ ອາຍຸ 34 ປີ ຊາວໜຸ່ມຕົວແບບໃນການລ້ຽງປາ ຢູ່ບ້ານປາກປຶງ ເມືອງປາກຊັນ ແຂວງບໍລິຄຳໄຊ.

ທ້າວ ຄຳບິ່ງ ເພັງມີໄຊ ໄດ້ໃຫ້ສຳພາດວ່າ ແຕ່ກ່ອນຄອບຄົວຂອງຕົນມີຄວາມຫຍຸ້ງຍາກຫຼາຍດ້ານ ແລະ ຕົນເອງກໍ່ເຮັດຜ່ານມາຫຼາຍອາຊີບ ເປັນຕົ້ນແມ່ນອາຊິບກຳມະກອນ, ພະນັກງານເສີບ ແລະ ພະນັກງານບໍລິສັດ ແຕ່ກໍ່ບໍ່ປະສົບຜົນສຳເລັດ, ມາຮອດປີ 2012 ໄດ້ໄປຂາຍເຄື່ອງແຫ້ງຢູ່ຕາມຕະຫຼາດປາກຊັນ ໃນເວລານັ້ນ ເຫັນວ່າຕະຫຼາດມີຄວາມຕ້ອງການປາສູງ ໂດຍສະເພາະປາດຸກພັນ ແລະ ປານິນ ແຕ່ການສະໜອງພັດມີໜ້ອຍ, ສ່ວນຫຼາຍແມ່ນຍັງນໍາເຂົ້າແຕ່ນະຄອນຫຼວງວຽງຈັນ ແລະ ແຂວງອື່ນ ຕົນຈຶ່ງນຳໃຊ້ດິນນາ 1 ໄຮ່ ຈົກເປັນໜອງ ຈຳນວນ 1 ໜອງ, ຊື້ລູກປາດຸກ 2.000 ໂຕ ມາລົງເຫັນວ່າມີລາຍຮັບດີ ຈຶ່ງຊື້ດິນແລ້ວຈົກໜອງປາອີກ 2 ໜອງ, ໄລຍະນີ້ເຫັນວ່າມີຕະຫຼາດຮັບຮອງ ຕົນຈຶ່ງໄດ້ຂະຫຍາຍອອກອີກ 6 ໜອງ. ແຕ່ຍ້ອນບໍ່ມີບົດຮຽນ ຜົນໄດ້ຮັບຈຶ່ງບໍ່ທັນສູງ, ບາງຄັ້ງກໍ່ພົບບັນຫາດ້ານເຕັກນິກໃນການລ້ຽງ ຈຶ່ງຕັດສິນໃຈໄປຝຶກອົບຮົມຢູ່ສູນເຕັກນິກການລ້ຽງປານ້ຳຊວງ ເມືອງໂພນໂຮງ ແຂວງວຽງຈັນ ຈຶ່ງເຮັດໃຫ້ຜົນຜະລິດສູງຂຶ້ນເມື່ອທຽບກັບແຕ່ກ່ອນ.

ປະຈຸບັນ ມີໜອງລ້ຽງປາດຸກ 10 ໜອງ, ກະຊັງລ້ຽງປານິນຢູ່ນໍ້າຂອງ 24 ກະຊັງ ແລະ ເລີ່ມລ້ຽງໄກ່ລາດໄປພ້ອມ ໂດຍມີແຮງງານຕົ້ນຕໍຢູ່ 5 ແຮງງານ, ມີທຶນໝູນວຽນ 300-400 ລ້ານກີບຕໍ່ປີ, ກໍາໄລແຕ່ລະປີແມ່ນບໍ່ຫລຸດ 200-300 ລ້ານກີບ. ຕະຫລາດຫລັກໃນການຈໍາໜ່າຍແມ່ນເມືອງຄຳເກີດ ແຂວງບໍລິຄຳໄຊ, ຊຽງຂວາງ ແລະ ຄໍາມ່ວນ ໂດຍລູກຄ້າຈະມາຮັບຊື້ຢູ່ໜ້າໜອງເລີຍ.

ສຳລັບແຜນຕໍ່ໜ້າ ຈະສືບຕໍ່ຂະຫຍາຍໜອງປາໃຫ້ຫຼາຍຕື່ມ ແລະ ຈະທົດລອງລ້ຽງໄກ່ 3 ສາຍເລືອດ ເພາະເຫັນວ່າຕະຫຼາດແມ່ນມີຄວາມຕ້ອງການຫຼາຍ ພ້ອມນີ້ຈະໄປຝຶກອົບຮົມວິທີເພາະພັນລູກປາ ທົດແທນການນໍາເຂົ້າລູກປາຈາກຕ່າງປະເທດເພື່ອຫຼຸດຕົ້ນທຶນ.

ນີ້ກໍ່ແມ່ນແນວຄິດ, ຄວາມຕັດສິນໃຈ ພ້ອມທັງບົດຮຽນ ແລະ ປະສົບການ ບວກກັບຄວາມດຸໝັ່ນຂອງ ສະຫາຍ ຄໍາບິ່ງ ເພັງມີໄຊ ໄດ້ກາຍເປັນຄອບຄົວຕົວແບບໃນການລ້ຽງ ຍ້ອນອາຊີບລ້ຽງປາເຮັດໃຫ້ຄອບຄົວຜູ້ກ່ຽວຫຼຸດພົ້ນອອກຈາກຄວາມທຸກຍາກ, ມີເຮືອນທີ່ແໜ້ນໜາຖາວອນ 1 ຫຼັງ, ມີລົດກະບະ 1 ຄັນ, ລົດ 6 ລໍ້ 1 ຄັນ, ມີສວນຢາງພາລາເນື້ອທີ່ເກົ້າໄລ່ 1 ຕອນ ແລະ ມີເງິນເກັບທ້ອນເພື່ອເປັນທຶນການສຶກສາໃຫ້ລູກຈຳນວນໜຶ່ງ.

 

About admins14