ເປີດທົດລອງນຳໃຊ້ແລ້ວ ຫ້ອງການບໍລິການເອກະສານຜ່ານປະຕູດຽວ ແຂວງບໍລິຄຳໄຊ

ພິທີເປີດການທົດລອງນຳໃຊ້ຫ້ອງການບໍລິການເອກະສານຜ່ານປະຕູດຽວ ໄດ້ຈັດຂຶ້ນໃນວັນທີ 31 ສິງຫາ 2020 ຢູ່ຫ້ອງການບໍລິການເອກະສານຜ່ານປະຕູດຽວ ບ້ານໂພນໄຊ ເມືອງປາກຊັນ ແຂວງບໍລິະຄຳໄຊ ເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ມີການນຳຂອງແຂວງ, ຂອງເມືອງ, ຄະນະຫ້ອງການບໍລິການເອກະສານຜ່ານປະຕູດຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານບົດລາຍງານໂດຍຫຍໍ້ ຈາກທ່ານ ພູລຳພັນ ທ່ຽງລະໄມ ຫົວໜ້າຫ້ອງການບໍລິການເອກະສານຜ່ານປະຕູດຽວ ວ່າແຜນການສ້າງຕັ້ງ ຫ້ອງການບໍລິການເອກະສານຜ່ານປະຕູດຽວ ແຂວງບໍລິຄຳໄຊ ໄດ້ແບ່ງອອກເປັນ 6 ບາດກ້າວ ຄື: ບາດກ້າວກະກຽມສ້າງແຜນດຳເນີນງານ ແລະ ແຜນງົບປະມານ ສຳເລັດໃນເດືອນກັນຍາ 2019, ການກະກຽມນິຕິກຳຮັບໃຊ້ ໃຫ້ແກ່ການເຄື່ອນໄຫວ, ບາດກ້າວຮັບຮອງນິຕິກຳ, ການຈັດຕັ້ງການເຄື່ອນໄຫວ ແລະ ການສ້າງຕັ້ງຫ້ອງການ, ບາດກ້າວປັບປຸງສ້ອມແປງຫ້ອງການ ແລະ ສະໜອງອຸປະກອນ ນຳໃຊ້ງົບປະມານ 2 ໂຄງການ ແລະ ໂຄງການເພີ່ມເຕີມ 1 ໂຄງກນ ມູນຄ່າທັງໝົດ 3.533.000.000 ກີບ, ບາດກ້າວເຂົ້າປະຈຳການ, ຝຶກອົບຮົມ, ເຮັດການບໍລິການທົດລອງ ແລະ ບາດກ້າວເປີດເປັນທາງການ ແລະ ຕິດຕາມຊຸກຍູ້ ມາຮອດປະຈຸບັນ ຫ້ອງການບໍລິການເອກະສານຜ່ານປະຕູດຽວ ມີພະນັກງານເຂົ້າປະຈຳການທັງໝົດ 25 ທ່ານ ຈາກ 10 ພະແນກການ ແລະ ມີເອກະສານ 92 ເອກະສານ ທີ່ບໍລິການຜ່ານລະບົບເອເລັກໂຕນິກ (ລະບົບ IT) ເຮັດໃຫ້ຫຼຸດຂັ້ນ-ຂອດ ທີ່ບໍ່ຈຳເປັນລົງ ແລະ ເພີ່ີມຄວາມສະດວກໃຫ້ປະຊາຊົນ ແລະ ຜູ້ປະກອບການ ໃນການປະກອບເອກະສານ ໃຫ້ມີຄວາມຄ່ອງຕົວ, ສະດວກສະບາຍ, ກະທັດຫັດ, ວ່ອງໄວ, ໂປ່ງໃສ ແລະ ທັນສະໄໝຂຶ້ນ.

ຫຼັງຈາກນັ້ນ ຍັງໄດ້ຮັບຟັງການນຳສະເໜີຂັ້ນຕ້ອນ ແລະ ການລົງມືປະຕິບັດງານຕົວຈິງ ໃນການນຳໃຊ້ລະບົບເອເລັກໂຕນິກ (ລະບົບ IT) ບໍລິການໃຫ້ແກ່ປະຊາຊົນ ແລະ ຜູ້ປະກອບການ ຈາກບໍລິສັດຊີທີຊີ ໂຊລູເຊີ່ນ ເຫັນວ່າມີຄວາມສະດວກ, ວ່ອງໄວ ປະຍັດໄດ້ທັງເວລາ ແລະ ລຸດຜ່ອນຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ.

ໂອກາດນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ຍັງໄດ້ເນັ້ນໃຫ້ຄະນະຮັບຜິດຊອບ ເອົາໃຈໃສ່ປັບປຸງລະບົບໃຫ້ມີຄວາມເປັນທັນສະໄໝ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມເຂັ້ມແຂງ ສາມາດນຳໃຊ້ລະບົບເອເລັກໂຕນິກ (ລະບົບ IT) ໄດ້ຢ່າງຄ່ອງແຄ້ວ ເພື່ອອຳນວຍຄວາມສະດວກໃຫ້ແກ້ຜູ້ທີ່ເຂົ້າມາໃຊ້ບໍລິການ, ຮັບປະກັນໄດ້ຄຸນນະພາບ, ມີຄວາມໂປ່ງໃສ ແລະ ສອດຄ່ອງກັບລະບຽບກົດໝາຍ.

About admins14