ກໍາມະບາານຮາກຖານບໍລິສັດ ສະຕາ ໂທລະຄົມ ແຂວງບໍລິຄໍາໄຊ ສະຫລຸບຜົນງານ 6 ເດືອນຕົ້ນປີ


ຕອນເຊົ້າ ວັນທີ 08 ກັນຍາ 2020 ນີ້, ໜ່ວຍກໍາມະບານຮາກຖານບໍລິສັດ ສະຕາ ໂທລະຄົມ ສາຂາແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມສະຫຼຸບ ການເຄື່ອນໄຫວວຽກງານກໍາມະບານ ໄລຍະ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2020 ໂດຍການເປັນປະທານ ຂອງສະຫາຍ ພຸດທະລົມ ຊົມວັນເບັງ ປະທານຮາກຖານກໍາມະບານ ບໍລິສັດສະຕາ ໂທລະຄົມ ແຂວງບໍລິຄໍາໄຊ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພັນເອກ ບົວຄໍາ ຄູນມີສຸກ ຫົວໜ້າຫ້ອງການກໍາມະບານກອງທັບ ກະຊວງປ້ອງກັນປະເທດ, ມີສະຫາຍ ນາງ ດາວວອນ ເພັດສານຸພົນ ເລຂາໜ່ວຍພັກຮາກຖານ ອໍານວຍການບໍລິສັດ ສະຕາໂທລະຄົມ ສາຂາແຂວງບໍລິຄໍາໄຊ, ມີຜູ້ຕາງໜ້າຈາກຫ້ອງການໂຄສະນາອົບຮົມກໍາມະບານກອງທັບ, ຄະນະອໍານວຍການ, ຕະຫຼອດຮອດສະມາຊິກກໍາມະບານ ເຂົ້າຮ່ວມ.


ບໍລິສັດສະຕາ ໂທລະຄົມ ສາຂາແຂວງບໍລິຄໍາໄຊ ຕັ້ງຢູ່ບ້ານ ໂພນໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ, ມີຄະນະອໍານວຍການ 03 ສະຫາຍ, ປະກອບມີ 05 ພະແນກ, ມີພະນັກງານທັງໝົດ 69 ສະຫາຍ, ຍິງ 18 ສະຫາຍ, ໃນນັ້ນ ມີສະມາຊິກກໍາມະບານ 29 ສະຫາຍ, ຍິງ 10 ສະຫາຍ, ຜ່ານມາ ສະມາຊິກ ໄດ້ເຂົ້າຮ່ວມຮັບຟັງເລົ່າຄືນມູນເຊື້ອວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໄດ້ 04 ຄັ້ງ, ເຂົ້າຮ່ວມຂະບວນການແຂ່ງຂັນກິລາ, ຂະບວນການອອກແຮງງານອະນາໄມລວມ ທີ່ແຂວງ – ເມືອງ ແລະ ກັບຄູ່ຮ່ວມທຸລະກິດ ໄດ້ 09 ຄັ້ງ, ໄດ້ລົງຢ້ຽມຢາມຊ່ວຍເຫຼືອເບີ່ງແຍງຄອບຄົວພະນັກງານ ເວລາເກີດລູກ, ເຈັບເປັນ, ເຂົ້າໂຮງໝໍ ແລະ ເສຍຊີວິດ ໄດ້ 32 ຄັ້ງ, ລະດົມທຶນນໍາສະມາຊິກລົງຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ 02 ຄັ້ງ ມູນຄ່າ 1.400.000 ກີບ, ເສຍເງິນບໍາລຸງສະຕິຢ່າງເປັນປົກກະຕິ ປະຈຸບັນມີເງິນກອງທືນ 5.000.000 ກີບ.

ກອງປະຊຸມ ຍັງໄດ້ເຊື່ອມຊືມ ບົດລາຍງານ ຜົນສໍາເລັດ ກອງປະຊຸມຜູ້ແທນກໍາມະບານ ທົ່ວກອງທັບ ຄັ້ງທີ V ແລະ ຜ່ານຂໍ້ຕົກລົງ ຂອງຫົວໜ້າຫ້ອງການກໍາມະບານກອງທັບ ສະບັບເລກທີ 011/ຫກບ ລົງວັນທີ 13 ມັງກອນ 2020 ວ່າດ້ວຍການຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກກໍາມະບານ, ໃນນັ້ນ ໜ່ວຍຮາກຖານ ບໍລິສັດສະຕາ ໂທລະຄົມ ແຂວງບໍລິຄໍາໄຊ ຮັບເອົາສະມາຊິກກໍາມະບານໃໝ່ ຈໍານວນ 14 ສະຫາຍ, ຍິງ 03 ສະຫາຍ, ພິທີ ຍັງໄດ້ຜ່ານ ຂໍ້ຕົກລົງ ຂອງສູນກາງສະຫະພັນກໍາມະບານລາວ ສະບັບເລກທີ 0206/ສກລ, ລົງວັນທີ 03 ມີນາ 2020 ວ່າດ້ວຍການ ຍ້ອງຍໍ ແລະ ຊົມເຊີຍບຸກຄົນທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານກໍາມະບານ ໄລຍະ 05 ປີຜ່ານ( ປີ 2015 – 2019 ) ຂອງບັນດາກໍາມະບານຮາກຖານ ແລະ ສະມາຊິກກໍາມະບານ ທີ່ຂຶ້ນກັບສະຫະພັນກໍາມະບານ ກະຊວງປ້ອງກັນປະເທດ, ໃນນັ້ນ ມອບຫຼຽນກາກໍາມະບານ ຈໍານວນ 01 ໜ່ວຍ ໃຫ້ໜ່ວຍຮາກຖານກໍາມະບານ ບໍລິສັດ ສະຕາໂທລະຄົມ ສາຂາແຂວງບໍລິຄໍາໄຊ, ມອບໃບຍ້ອງ ແລະ ໃບຊົມເຊີຍ ຈໍານວນ 15 ສະຫາຍ, ຍິງ 08 ສະຫາຍ ໃຫ້ສະມາຊິກກໍາມະບານ ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນທາງດ້ານວຽກງານວິຊາສະເພາະ, ວຽກງານກໍາມະບານ ກໍ່ຄືວຽກງານຂະບວນການຕ່າງໆ.

About admin11