ປກສ ເມືອງ ປາກກະດິງ ສະຫຼຸບວຽກງານຄຸ້ມຄອງສໍາມະໂນຄົວ


ໃນຕອນເຊົ້າວັນທີ 1 ກັນຍາ 2020 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງປາກກະດິງ ໄດ້ຈັດກອງປະຊຸມສະຫລຸບວຽກງາານຄຸ້ມຄອງສຳມະໂນຄົວໂດຍ ປະຈຳ 6 ເດືອນຕົ້ນປີ 2020 ຂຶ້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ.


6 ເດືອນ ຕົ້ນປີ 2020 ປກສ ເມືອງປາກກະດິງ ໄດ້ອອກປື້ມສຳມະໂນຄົວໄດ້ 163 ຫົວ, ຂື້ນສຳມະໂນຄົວໃໝ່ໄດ້ 08 ຫົວ, ອາຍຸ 15 ປີ ຂື້ນໄປ 27 ຄົນ, ຍິງ 15 ຄົນ, ປ່ຽນປື້ມສໍາມະໂນຄົວ 145 ຫົວ, ຈໍານວນ 204, ຍິງ 119 ຄົນ, ແຍກສໍາມະໂນຄົວອອກຈາກພໍ່ແມ່ 05 ຄອບຄົວ, ເດັກເກີດໃໝ່ 57 ຄົນ, ຍິງ 38 ຄົນ, ເປັນໄພ້ 07 ຄົນ, ເປັນເຂີຍ 06 ຄົນ, ຄົນຫຼຸດທັງໝົດ 48 ຄົນ, ຍິງ 12 ຄົນ, ເສຍຊີວິດ 21 ຄົນ, ເຮັດບັດປະຈໍາຕົວ 77 ຄົນ, ຍິງ 44 ຄົນ, ປ້ອນຂໍ້ມູນເຂົ້າລະບົບທັນສະໄໝໄດ້ 1.035 ຄອບຄົວ, ຈໍານວນ 5.823 ຄົນ, ຍິງ 2.983 ຄົນ, ອາຍຸ 15 ປີຂື້ນໄປ 4.392 ຄົນ, ຍິງ 2.258 ຄົນ, ອອກບັດປະຈໍາຕົວທັນສະໄໝໃຫ້ປະຊາຊົນໄດ້ 51 ບັດ, ສົມທົບກັບ ປກສ ກຸ່ມລົງກວດກາຄົນມາພັກເຊົາຊົ່ວຄາວ 05 ຄັ້ງ, ສົມທົບກັບຫ້ອງການ ຖວທ ເມືອງລົງສ້າງບົດບັນທຶກກັບບັນດາຮ້ານກິນດື່ມໄດ້ 06 ຄັ້ງ.

ທິດທາງແຜນການ 06 ເດືອນຕໍ່ໜ້າ ຈະສືບຕໍ່ນໍາເອົາເອກະສານວິຊາສະເພາະຂໍ້ກໍານົດກົດລະບຽບ ແລະ ນິຕິກຳຕ່າງໆລົງເຜີຍແຜ່ເຊື່ອມຊຶມໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍ່ຄືວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ເພື່ອເປັນປັດໃຈພື້ນຖານໃນການສ້າງສາພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະແມ່ນການພັດທະນາຄຸນນະພາບຊີວິດ, ການຊອກຢູ່ຫາກີນຂອງປະຊາຊົນ, ໃຫ້ມີຄວາມສະຫງົບປອດໄພດີ.

ທີ່ປະຊຸມ ທ່ານປະທານຍັງໄດ້ຕັ້ງຄໍາຖາມເຈາະຈິ້ມໃຫ້ກັບບັນດາຜູ້ແທນກອງປະຊຸມ ເປັນຕົ້ນກໍ່ແມ່ນອຳນາດການປົກຄອງບ້ານ, ຈາກນັ້ນພະນັກງານວິຊາເພາະ ແລະ ອຳນາດການປົກຄອງບ້ານກໍ່ໄດ້ພັດປ່ຽນກັນລາຍງານສະພາບການຕ່າງໆໃນເຂດຄວາມຮັບຜິດຊອບຂອງຕົນ ພ້ອມປະກອບຄໍາຄິດຄໍາເຫັນຄົ້ນຄ້ວາປຶກສາຫາລືກັນຢ່າງກົງໄປກົງມາເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການປັບປຸງແກ້ໄຂໃຫ້ດີຂື້ນເປັນກ້າວໆ.


ຕອນທ້າຍ ທ່ານ ພັນເອກ ກົງຈັນ ໄຊປັນຍາ ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ມີຄໍາເຫັນໂອ້ລົມພ້ອມໃຫ້ທິດຊີ້ນໍາເຊິ່ງໄດ້ເໜັ້ນໜັກໃຫ້ຄະນະກອງບັນຊາການ, ພະນັກງານ-ນັກຮົບ, ກໍາລັງ ປກສ ກຸ່ມບ້ານ, ອໍານາດການປົກຄອງບ້ານແຕ່ລະບ້ານຈົ່ງເອົາໃຈໃສ່ສຶບຕໍ່ສືກສາອົບຮົມການເມືອງແນວຄິດໃຫ້ພະນັກງານໃນເຂດຄວາມຮັບຜິດຊອບຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່ານຳເອົາເອກະສານ, ຄຳສັ່ງ, ນິຕິກຳ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດລົງເຜີຍແຜ່ເຊື່ອຊືມໃຫ້ຕໍ່ເນືອງ. ເພື່ອໃຫ້ປະຊາຊົນ, ຮັບຮູ້ເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຕິດຕາມກວດກາການເໜັງຕິງຂອງພົນລະເມືອງ, ກໍາໃຫ້ໄດ້ຄົນຫຼຸດ, ຄົນເພີ່ມ, ຄົນມາພັກເຊົາ, ຄົນມາເປັນໃພ້, ເປັນເຂີຍ, ຍົກຍ້າຍມາຈາກຕ່າງເມືອງຕ່າງແຂວງ, ການຂື້ນທະບຽນສໍາມະໂນຄົວ, ອອກບັດປະຈໍາຕົວ, ການມາດໍາເນີນທຸລະກິດ, ຄ້າຂາຍ, ປະກອບອາຊີບຕ່າງໆໃຫ້ຖືກຕ້ອງຕາມລະບຽບກົດໝາຍເພື່ອແນ່ໃສ່ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມນັບມື້ນັບດີຂື້້ນເລື້ອຍໆ.

About admin11