ເມືອງຄຳເກີດ ມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 27 ກໍລະນີ

ເມືອງຄຳເກີດ ເປັນເມືອງຫນຶ່ງ ທີ່ຂຶ້ນກັບແຂວງບໍລິຄຳໄຊ ເປັນເມືອງທີ່ຕັ້ງຢູ່ພູດດອຍ ທາງພາກຕາເວັນອອກສ່ຽງໄຕ້ ຕິດກັບຊາຍແດນຫວຽດນາມ ມີປະຊາກອນອາໃສຢູ່ໜາແໜ້ນພໍສົມຄວນ, ເຊິ່ງໃນແຕ່ລະປີ ມັກມີການລະບາດພະຍາດໄຂ້ຍຸງ ແລະ ປີນີ້ ກໍ່ເຊັ່ນດຽວກັນ.


ທ່ານ ດຣ ອ່ອນສີ ສີຈັນທະວົງ ຫົວໜ້າຫ້ອງການສາທາລະນະສຸກ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ລາຍງານສະພາບໄຂ້ຍຸງລາຍ ເມື່ອວັນທີ 23 ກັນຍາ 2020 ວ່າ: ນັບແຕ່ວັນທີ 25 ພຶດສະພາ ຫາ 22 ກັນຍາ 2020 ທົ່ວເມືອງຄຳເກີດ ມີຜູ້ຕິດເຊື້ອກໍລະນີສະສົມທັງຫມົດ 27 ຄົນ ໃນນັ້ນ ປີ່ນປົວຫາຍດີແລ້ວ 25 ຄົນ ກຳລັງປີ່ນປົວຢູ່ໃນໂຮງໜໍຊຸມຊົນເມືອງຄຳເກີດ 2 ຄົນ ໂດຍອາການປີ່ນປົວແມ່ນດີຂື້ນຢ່າງຕໍ່ເນື່ອງ, ທ່ານໄດ້ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າພາຍໃນເມືອງຄຳເກີດ ຈົ່ງພ້ອມກັນເອົາໃຈໃສ່ ເບີ່ງແຍງຮັກສາສຸຂະພາບຂອງຕົນເອງ ແລະ ຄົນໃນຄອບຄົວ ເພື່ອບໍ່ໃຫ້ຍຸງກັດ ດ້ວຍຄວາມເປັນຫ່ວງເປັນໃຍຂອງຄະນະພັກທຸກຂັ້ນ ຫ້ອງການສາທາລະນະສຸກເມືອງຄຳເກີດພ້ອມກັນເອົາໃຈໃສ່ໂຄສະນາສຶກສາອົບຮົມໃຫ້ແກ່ປະຊາຊົນ ເພື່ອໃຫ້ເຂົາເຈົ້າເຂົ້າໃຈ ແລະ ຮັບຮູ້ເຖີງຜົນຮ້າຍຂອງພະຍາດໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ ເພາະວ່າຍຸງເປັນແຫຼ່ງແຜ່ພັນ ແລະ ນຳເຊື້ອຂອງພະຍາດ ມາສູ້ຄົນເຮົາ ແລະ ພ້ອມກັນປຸກລະດົມປະຊາຊົນປະຕິບັດຕາມ 5 ປໍ ຂອງກະຊວງສາທາລະນະສຸກວາງອອກ ເປັນຕົ້ນແມ່ນ ມີການພັດປ່ຽນນ້ຳໃນອ່າງທຸກໆອາທິດ, ປ່ອຍປາຫາງນົກຍຸງເພື່ອກີນໜອນນ້ຳຍຸງລາຍ, ນຳພາປະຊາຊົນປັບປຸງສະພາບແວດລ້ອມ ຖົມຂຸມບ່ອນມີນ້ຳຂັງ, ສ້າງຂະບວນການອະນາໄມຢ່າງເປັນປະຈຳ, ປະຕິບັດໃຫ້ເປັນນິໃສ ເພື່ອປັດສະຈາກພະຍາດໄຂ້ຍຸງລາຍ ຖ້າເຮົາປະຕິບັດໄດ້ ກໍ່ບໍ່ມີໄຂ້ຍຸງລາຍ ຫຼື ໄຂ້ເລືອດອອກ.

        ທີມງານຂອງຫ້ອງການສາທາລະນະສຸກເມືອງໄດ້ຮ່ວມກັບອົງການປົກຄອງບ້ານເພື່ອໂຄສະນາໃຫ້ປະຊາຊົນເຂົ້າໃຈຢ່າງທົ່ວເຖີງຜົນຮ້າຍຂອງພະຍາດໄຂ້ຍຸງລາຍ ແຈກຍາຍພາສະນະໃສ່ຢາ 3.485 ອັນ ເທົ່າກັບ 80,6% ຢາຍຢາຂ້າໜອນນ້ຳຍຸງລາຍໃຫ້ປະຊາຊົນບັນດາບ້ານທີ່ມີຄວາມສ່ຽງ 45 ກິໂລ, ທ່ານຍັງໃຫ້ຮູ້ອີກວ່າ ທົ່ວແຂວງບໍລິຄຳໄຊມີຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ 730 ຄົນ, ເສຍຊິວີດ 2 ຄົນ ແລະ ທ່ານຍັງໄດ້ຮຽກຮ້ອງມາຍັງອົງການປົກຄອງ, ປະຊາຊົນ ຖ້າບໍ່ສະບາຍໃຫ້ມາພົບແພດໜໍຢູ່ໂຮງໜໍຂອງເມືອງ ຫຼື ສຸກສາລາຊຸມຊົມ ເພື່ອກວດຫາພະຍາດ.

About admin11