ປກສ ມາແຮງ ຖະຫລົ່ມ ຖວທ 8/0 ຜ່ານເຂົ້າຮອບແຂ່ງຂັນເຕະບານຊິງຂັນທ່ານເຈົ້າແຂວງ

ການແຂ່ງຂັນເຕະບານລະຫວ່າງ ທີມເຕະບານຊາຍພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ ພົບກັບ  ທີມກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ຈັດຂຶ້ນໃນວັນທີ 11 ກັນຍາ 2020 ຢູ່ເດີນເຕະບານເມືອງປາກຊັນ.

ການແຂ່ງຂັນເລີ່ມຕົ້ນຂຶ້ນຍ່າງດຸເດືອດ ຕ່າງຝ່າຍຕ່າງກໍ່ຕ້ອງການປະຕູຂຶ້ນນຳໃຫ້ໄດ້ ແລະ ມາຮອດນາທີທີ່ 15 ທີມ ປກສ ກໍ່ສາມາດຍິງປະຕູຂຶ້ນນຳໄປກ່ອນ, ຕໍ່ຈາກນັ້ນທີມ ຖວທ ກໍ່ເປີດເກມບຸກເພື່ອຫວັງຍິງປະຕູຄືນ ແຕ່ກໍ່ບໍ່ສາມາດເຈາະຜ່ານກອງຫຼັງທີ່ແຂງແກ່ນຂອງທີມ ປກສ ໄດ້, ກ່ອນຈົບເຄີ່ງເວລາທຳອິດ ທີມ ປກສ ກໍ່ຍິງໄດ້ອີກ 1 ປະຕູ ແລະ ສາມາດຂຶ້ນນຳໄປກ່ອນ 2 ປະຕູຕໍ່ 0.

ເລີ່ມເກມ 2 ທັງສອງທີມຍັງສືບຕໍ່ເປີດເກມໃສ່ກັນຍ່າງເຕັມທີ່ ໂດຍສະເພາະທີມ ປກສ ແຂວງ ເປີດເກມບຸກຢ່າງດຸດັນ ເຈາະຜ່ານກອງຫຼັງຂອງທີມ ຖວທ ຍິງໄດ້ຕື່ມອີກ 6 ປະຕູ. ຈົບເກມ ທີມ ປກສ ເອົາຊະນະທີມ ຖວທ ໄດ້ 8 ປະຕູຕໍ່ 0.

ໃນວັນດຽວກັນ ຍັງມີການແຂ່ງຂັນລະຫວ່າງທີມຫ້ອງວ່າການແຂວງ ພົບກັບ ທີມລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍລິຄຳໄຊ, ເກມຂອງຄູ່ນີ້ແມ່ນມີຄວາມສູສີກັນຫຼາຍ ຕ່າງຝ່າຍຕ່າງປ່ຽນກັນບຸກ ເພື່ອຍາດເອົາໄຊຊະນະໃຫ້ໄດ ຜ່ານການແຂ່ງຂັນຜົນປະກົດວ່າທີມ ໄຟຟ້າ ສາມາດເສືອດເອົາຊະນະໄປໄດ້ ດ້ວຍສະກໍ 2 ປະຕູຕໍ່ 0.

ການແຂງຂັນເຕະບານຊິງຂັນທ່ານເຈົ້າແຂວງບໍລິຄຳໄຊໃນຄັ້ງນີ້ ກໍ່ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະໄດ້ຈັເຂຶ້ນໃນມໍ່ໆນີ້. ໂດຍຈະໄດ້ມີການແຂ່ງຂັນ ໃນລະຫວ່າງວັນທີ 11 – 18 ກັນຍາ 2020 ໂດຍມີທີມຈາກພະແນກການອ້ອມຂ້າງແຂວງ ເຂົ້າຮ່ວມທັງໝົດ 12 ທີມ, ເປັນການແຂ່ງແບບຄັດອອກ (ເສຍແລ້ວຕົກຮອບ). ທີມທີ່ໄດ້ຊະນະເລີດ ຈະໄດ້ລາງວັນເງິນສົດ 600.000 ກີບ ພ້ອມຂັນລາງວັນ 1 ໜ່ວຍ, ອັນດັບ 2 ຈະໄດ້ຮັບເງິນສົດ 500.000 ກີບ ພ້ອມຂັນ 1 ໜ່ວຍ ແລະ ອັນດັບ 3 ຈະໄດ້ຮັບເງິນສົດ 400.000 ກີບ ພ້ອມຂັນ 1 ໜ່ວຍ.

About admins14