ບໍລິສັດ ເຂື່ອນໄຟຟ້ານ້ຳງຽບ 1 ມອບເຄື່ອງດື່ມ ຊຸກຍູ້ວຽກປ້ອງກັນຄວາມສະຫງົບ ເມືອງບໍລິຄັນ

   


ເພື່ອເປັນການປະກອບສ່ວນຊຸກຍູ້ວຽກງານປ້ອງກັນຄວາສະຫງົບ ໃນໄລຍະປ້ອງກັນເວນຍາມ ເພື່ອຮັບໃຊ້ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ປອດໄພ ໃນວັນທີ 21 ກັນຍາ 2020 ທີ່ຫ້ອງປະຊຸມ ກອງບັນຊາການ ປກສ ເມືອງບໍລິຄັນ ບໍລິສັດ ເຂື່ອນໄຟຟ້າ ນ້ຳງຽບ 01 ໄດ້ນຳເອົານ້ຳດື່ມ 03 ແກັດ, ເອັມ 150 ສາມແກັດ, ສະປອນເຊີ 03 ແກັດ ແລະ ນ້ຳສົ້ມ 01 ແກັດ, ລວມມູນຄ່າ 830.000 ກີບ ມອບໃຫ້ກອງບັນຊາການ ປກສ ເມືອງບໍລີຄັນ ເພື່ອແຈກຢາຍໃຫ້ອ້າຍນ້ອງທີ່ເຮັດໜ້າທີ່ປ້ອງກັນເວນຍາມ ກ່າວມອບໂດຍ ທ່ານ ນາງ ຄໍາຫຼ້າ ພົນສະວັດ ຮອງອໍານວຍການບໍລິສັດເຄື່ອນໄຟຟ້າ ນ້ຳງຽບ 01 ທັງເປັນຫົວໜ້າພະແນກຊີ້ນຳສິ່ງແວດລ້ອມ-ສັງຄົມ, ກ່າວຮັບໂດຍ ທ່ານ  ພັນໂທ ແກ້ວສຸວັນ ວັນນະແຝງ ຫົວໜ້າກອງບັນຊາການ ປກສ ເມືອງບໍລິຄັນ.

.

ໃນໂອກາດດັ່ງກ່າວ ທ່ານ ພັທ ແກ້ວ ສຸວັນ ວັນນະແຝງ ກໍ່ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບູນຄຸນເປັນຢ່າງສູງມາຍັງບໍລິສັດເຂື່ອນໄຟຟ້ານ້ຳງຽບ 01 ເມືອງບໍລິຄັນ ທີ່ເຫັນໄດ້ຄວາມສໍາຄັນຕໍ່ກໍາລັງປ້ອງກັນຄວາມສະຫງົບ, ຍາມໃດກໍ່ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອຕະຫຼອດມາ ຂໍອວຍໄຊໃຫ້ພອນ ທ່ານ ນາງ ຄໍາຫຼ້າ ພົງສະວັດ ພ້ອມຄະນະ ຕະຫຼອດຮອດພະນັກງານພາຍໃນບໍລິສັດເຂື່ອນໄຟຟ້ານໍ້ຳງຽບ 01 ເມືອງບໍລິຄັນ ຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຊ່ວຍເຫຼືອຈາກພວກທ່ານຕື່ມອີກໃນຕໍ່ໜ້າ.

About admin11