ປກສ ແຂວງ ບໍລິຄໍາໄຊ ຈັດພິທີປະກາດການປະດັບຊັ້ນໃຫ້ນາຍຕໍາຫຼວດ


ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ຈັດຕັ້ງພິທີປະກາດການປະດັບຊັ້ນໃຫ້ນາຍຕໍາຫຼວດທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ຂຶ້ນຢ່າງເປັນທາງການ ໃນຕອນບ່າຍວັນທີ່ 01 ກັນຍາ 2020 ນີ້ ໂດຍການ ເປັນປະທານຂອງທ່ານ ພັນເອກ ກົງຈັນ ໄຊປັນຍາຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກຄະນະກອງບັນຊາການ ປກສ ແຂວງ, ບັນດາຫົວໜ້າ, ຄະນະຫ້ອງ, ກອງ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 04 , ຄ້າຍຄຸມຂັງດັດສ້າງ, ຕະຫຼອດຮອດ ສະມາຊິກພັກພະນັກງານຫຼັກແຫຼງ, ພະນັກງານ-ນັກຮົບ ອ້ອມຂ້າງກອງບັນຊາການ ປກສ ແຂວງ ເຂົ້າຮວມ.


ໂດຍປະຕິບັດຕາມຂໍ້່ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 1471/ປກສ ລົງວັນທີ 30 ກໍລະກົດ 2020 ວ່າດ້ວຍການປະຕິບັດນະໂຍບາຍຍົກຂັ້ນເງິນເດືອນໃຫ້ນາຍຕໍາຫຼວດກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໃນນີ້ຍົກຂັ້ນເງີນເດືອນ ຊັ້ນ ພັນໂທ ຂຶ້ນກີນເງີນເດືອນ ຊັ້ນ ພັນເອກ ຈໍານວນ 03 ສະຫາຍ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງ ປ້ອງກັນຄວາມສະຫງົບ ສະບັບເລກທີ 1617, ແລະ 1618/ປກສ ລົງວັນທີ 14 ສີງຫາ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງບໍລິຄໍາໄຊ ໃນນີ້ ເລື່ອນຊັ້ນພັນຕີ ຂຶ້ນຊັ້ນພັນໂທຈໍານວນ 7 ສະຫາຍ, ຍິງ 2 ສະຫາຍ, ເລື່ອນຊັ້ນຮ້ອຍເອກ ຂຶ້ນຊັ້ນພັນຕີ 16 ສະຫາຍ, ຍິງ 8 ສະຫາຍ ເປັນກຽດຂຶ້ນປະດັບຊັ້ນໃຫ້ນາຍຕໍາຫຼວດຄັ້ງນີ້ໂດຍ ທ່ານ ພັນເອກ ກົງຈັງ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ.


ຕອນທ້າຍ ທ່ານ ພັນເອກ ກົງຈັນ ໄຊປັນຍາ ກໍໄດ້ມີຄໍາເຫັນໂອ້ລົມ, ໃຫ້ທິດຊີ້ນໍາ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບນະໂຍບາຍຍົກຂັ້ນເງິນເດືອນ, ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ຈົ່ງເພີ່ມທະວີເອົາໃຈໃສ່ໃນການນໍາພາ-ບັນຊາວຽກງານດ້ານຕ່າງໆ ເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານການເມືອງ-ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍໃຫ້ໄດ້ຮັບຜົນສໍາເລັດຢ່າງສະຫງ່າງາມ.

About admin11