ເຂື່ອນໄຟຟ້ານໍ້າງຽບ1 ຊຸກຍູ້ຊຸດໂທລະໂຄ່ງ ມູນຄ່າ ເກືອບ 50 ລ້ານກີບ


ໃນວັນທີ 17 ກັນຍາ 2020 ນີ້ ບໍລິສັດເຂື່ອນໄຟຟ້ານໍ້າງຽບ 1 ໄດ້ນໍາເອົາເຄື່ອງໂທລະໂຄ່ງຈໍານວນ 8 ຊຸດ ໄປມອບໃຫ້ແກ່ 8 ບ້ານຂອງເມືອງບໍລິຄັນ ທີ່ຢູ່ລຸ່ມເຂື່ອນ: ມີ ບ້ານ ທ່າເຮືອ, ບ້ານຫາດຢື້ນ, ບ້ານພູໂຮມໄຊ, ບ້ານຫ້ວຍຄູນ, ບ້ານຊົມຊື່ມ, ບ້ານນໍ້າປາ, ບ້ານໂນນສົມບູນ ແລະ ບ້ານສີສະຫຫວາດ. ໂດຍການເຂົ້າຮ່ວມ ແລະ ກ່າວມອບຂອງ ທ່ານ ວິແຊມ ມະນີທອງ ຫົວໜ້າທີມງານທີ່ດິນ ແລະ ພົວພັນຊຸມຊົນ ຕາງໜ້າໃຫ້ບໍລິສັດເຂື່ອນໄຟ້ານໍ້າງຽບ 1 ພ້ອມດ້ວຍຄະນະ, ມີອໍານາດການປົກຄອງບັນດາບ້ານ ເຂົ້າຮ່ວມ.

ຈຸດປະສົງທີ່ນໍາເອົາເຄື່ອງມາມອບໃນຄັ້ງນີ້ ແມ່ນເພື່ອເປັນການຊຸກຍູ້ວຽກງານໂຄສະນາຂໍ້ມູນຂ່າວສານຂອງພັກລັດຜ່ານລະບົບໂທລະໂຄ່ງ ເປັນຕົ້ນແມ່ນ ນຳໃຊ້ເຂົ້າໃນການປະຊາສຳພັນວຽກທາງລັດຖະການ, ແຈ້ງການໃນສະພາວະສຸກເສີນ ແລະ ອຶ່ນໆ.

ອຸປະກອນທີ່ນໍາມາມອບໃນຄັ້ງນີ້ ປະກອບມີ ແອມ ຈໍານວນ 7 ໜ່ວຍ, ສາຍໂທລະໂຄ່ງ 19 ໂຄ້ງ, ດອກລໍາໂພງ 25 ປາກ, ພ້ອມດ້ວຍອຸປະກອນຄົບຊຸດ ລວມມູນຄ່າທັງໝົດ 48,265,000 ລ້ານກີບ, ເປັນທືນຊ່ວຍເຫຼືອຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າງຽບ 1.

About admin11