ຊາວບ້ານໂພນທອງ ລຶບລ້າງຄວາມທຸກຍາກໄດ້ ຍ້ອນປູກ ກັບ ລ້ຽງ

ການປູກຝັງ –ລ້ຽງສັດ ແມ່ນກິດຈະກຳໜຶ່ງ ທີ່ສືບທອດມາແຕ່ປູ່ຍ່າຕາຍາຍຂອງປະຊາຊົນລາວ, ຄົນລາວ ສ່ວນຫລາຍຍັງຕິດພັນກັບການທຳມາຫາກິນຕາມທຳມະຊາດ ອາໃສທຳມະຊາດ ໂດຍນຳໃຊ້ເງື່ອນໄຂອຳນວຍຄວາມສະດວກຂອງທຳມະຊາດ ເປັນສຳຄັນ.


ໂດຍປະຕິບັດຕາມແນວທາງນະໂຍບາຍຂອງພັກວາງອອກ ທີ່ວ່າ ຢາກຫລຸດພົ້ນອອກຈາກຄວາມທຸກຍາກໄດ້ ຕ້ອງປູກ ກັບ ລ້ຽງ, ຍ້ອນແນວນັ້ນ ໂດຍອາໃສທ່າແຮງທາງດ້ານພື້ນທີ່ ແລະ ມູນເຊື້ອການອອກແຮງງານ, ຊາວບ້ານໂພນທອງ ກຸ່ມພັດທະນາຄຳມ່ວນ ເມືອງຄຳເກີດ ແຂວງບໍລິຄຳໄຊ ເປັນບ້ານໜຶ່ງ ຫ່າງຈາກເທດສະບານເມືອງ 18 ກມ ປະຊາຊົນຍຶດຖືອາຊີບປູກຝັງ –ລ້ຽງສັດ ເປັນພື້ນຖານຂອງເສດຖະກິດຄອບຄົວ.

         ທ່ານ ໄມອ່ອນ ສີຫາລາດ ນາຍບ້ານໂພນທອງ ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 15 ກັນຍາ 2020 ວ່າ: ບ້ານໂພນທອງ ປະກອບມີ 464 ຫຼັງຄາເຮືອນ 580 ຄອບຄົວ ພົນລະເມືອງ 2.686ຄົນ ຍິງ 1.862ຄົນ ປະຊາຊົນສ່ວນຫຼາຍຖືເອົາອາຊີບປູກຝັງ-ລ້ຽງສັດ ເປັນຕົ້ນຕໍ, ຄ້າຂາຍເປັນສຳຮອງ, ທົ່ວບ້ານມີເນື້ອທີ່ນາ 345 ກ່ວາເຮັກຕ່າ, ສະມັດທະພາບເຂົ້ານາປີສະເລ່ຍ 2,5ໂຕ່ນ/ເຮັກຕ່າ, ສະເລ່ຍໃສ່ຫົວຄົນໄດ້ 420 ກິໂລ/ຄົນ/ປີ.

ນອກຈາກເຮັດນາແລ້ວ ປະຊາຊົນຍັງໄດ້ປູກພືດອີກຈຳນວນໜື່ງ ໃນເນື້ອທີ່ 420 ເຮັກຕ່າ, ພືດທີ່ປູກຫຼາຍກ່ວາໜູ່ແມ່ນ ມັນຕົ້ນ ແລະ ພືດລົ້ມລຸກອີກຈຳນວນໜື່ງ, ນອກຈາກປູກຝັງແລ້ວ ປະຊາຊົນຍັງໄດ້ລ້ຽງສັດເປັນຕົ້ນແມ່ນ ຄວາຍ 98 ໂຕ, ງົວ 392 ກ່ວາໂຕ, ແລະ ສັດປີກ 3.465 ກ່ວາໂຕ ສະເລ່ຍລາຍຮັບ 10.950.000ກີບ/ຄົນ/ປີ, ບ້ານໂພນທອງ ສາມາດຖືກຮັບຮອງເປັນບ້ານວັດທະນະທຳ, ບ້ານພົ້ນທຸກ, ບ້ານປອດຄະດີ ແລະ ບ້ານພັດທະນາແລ້ວ.

About admin11