ແຜນງານລາວ 030 ມອບເຂົ້າສານ ຊ່ວຍເຫລືອຄອບຄົວທຸກຍາກ

ວັນທີ 18 ກັນຍາ 2020 ນີ້ ຢູ່ທີ່ຫ້ອງການກຸ່ມໜອງກອກ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີ ມອບເຄື່ອງສະໜອງເຂົ້າສານ ໃຫ້ 27 ບ້ານເປົ້າໝາຍຂອງແຜນງານລາວ/030 ເພື່ອຕອບໂຕ້ການແຜ່ລະບາດຂອງພະຍາດໂຄວິດ-19. ໂດຍການກ່າວມອບ ຂອງທ່ານ ສົມໃຈ ແກ້ວສຸວັນ ຮອງເຈົ້າເມືອງຄຳເກີດ ແລະ ຮັບໂດຍທ່ານ ເຄນອ້ວນ ໄຊສົມບັດ ເລຂາພັກກຸ່ມໜອງກອກ, ມີນັກຊ່ຽວຊານພ້ອມຄະນະ, ພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດອຳນາດການປົກຄອງບ້ານ ແລະ ຈຳນວນ 8 ຄອບຄົວເຂົ້າຮ່ວມເປັນສັກຂີພິຍານ.

ເຂົ້າສານທີ່ນຳມາມອບ ມີ 568 ກິໂລກຼາມ, ມີ 8 ຄອບຄົວທີ່ທຸກຍາກ ແບ່ງຄອບຄົວໜຶ່ງ 71 ກິໂລກຼາມ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານແຫ່ງຣາຊາະອານາຈັກລຸກຊຳບວກ.

ຕອນທ້າຍ ທ່ານ ສົມໃຈ ແກ້ວສຸວັນ ໄດ້ໂອ້ລົມກັບບັນຄອບຄົວທີ່ທຸກຍາກນັ້ນວ່າ ໃຫ້ເອົາໃຈໃສ່ໃນການສ້າງສາພັດທະນາຄອບຄົວຂອງຕົນ ຊ່ວຍກັນທຳມາຫາກີນທີ່ຖືກຕ້ອງ ເພື່ອໃຫ້ມີຢູ່ມີກີນ ແລະ ກາຍເປັນຄອບຄົວທີ່ດີຂຶ້ນກ່ວາເກົ່າ.

About admin11