ທ່າພະບາດ ຈັດປະຊຸມວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ


ໃນວັນທີ່ 15 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມຄະນະປະຈຳພັກ ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມແລກປ່ຽນວຽກງານປ້ອງຊາດປ້ອງກັນຄວາມສະຫງົບຂື້ນ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ດວງຕາ ມໍລະຄາສຸກ  ເຈົ້າເມືອງທ່າພະບາດ, ພ້ອມດ້ວຍກຳລັງປະກອບອາວຸດປະຈຳເມືອງ, ກອງບັນຊາການ ປກຊ, ປກສ ແຂວງ ແລະ ເມືອງເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ມີການສັງເກດຕິລາຄາຄືນສະພາບການເຄື່ອນໄຫວປະຕິບັດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃນລະຜ່ານມາ ແລະ ຄົ້ນຄ້ວາວາງແຜນຈັດຕັ້ງປະຕິບັດໃນຕໍ່ໜ້າ ທັງນີ້ ກໍ່ເພື່ອກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ, ໃນກອງປະຊຸມ ທ່ານປະທານໄດ້ເປີດໂອກາດແຕ່ລະພາກສວນລາຍງານໂດຍຫຍໍ້ກ່ຽວກັບການເຄືື່ອນໄຫວວຽກງານໃນໄລຍະຜ່ານມາຕໍ່ກອງປະຊຸມ, ໂດຍສະເພາະແມ່ນບັນຫາທີ່ກ່ຽວຂ້ອງກັບວຽກງານປ້ອງການຊາດ – ປ້ອງກັນຄວາມສະຫງົບພາຍໃນເມືອງ, ນອກນັັ້ນ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຄົ້ນຄ້ວາ, ປຶກສາຫາລື ປະກອບຄໍາຄິດຄໍາເຫັນຢ່າງກັງໄປກົງມາ ແລະ ໄດ້ມີຄວາມເປັນເອກະພາບ ເພື່ອນໍາເອົາເນື້ອໃນຈິດໃຈໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈີງ.

About admin11