ບ້ານນາທ່ອນ ໄດ້ຮັບນາມມະຍົດ ເປັນບ້ານສາມັກຄີປອງດອງ


ໃນຕອນເຊົ້າວັນທີ 11 ກັນຍາ 2020 ທີ່ໂຮງຮຽນປະຖົມສົມບູນບ້ານ ນາທ່ອນ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີປະກາດຮັບຮອງເອົາຄອບຄົວ ແລະ ບ້ານສາມັກຄີປອງດອງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາໝັ້ນ ໄຊຍະວົງ ປະທານແນວລາວສ້າງຊາດເມືອງ, ມີອົງການຈັດຕັ້ງບ້ານ ພະນັກງານກໍ່ສ້າງຮາກຖານ ແຂກຖືກເຊີນ ພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.


ທ່ານ ທອງອ່ອນ ຄໍາໃສຟອງ ຮອງປະທານແນວລາວສ້າງຊາດບ້ານນາທ່ອນ ໄດ້ຜ່ານບົດລາຍງານ ວ່າ: ບ້ານນາທ່ອນປະກອບມີ 172 ຄອບຄົວ, ມີ 2 ເຜົ່າ ຄື: ເຜົ່າແຖງ ແລະ ເຜົ່າແຊກ ແຕ່ລະເຜົ່າມີຄວາມສາມັກຄືປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພາຍໃຕ້ການນໍາພາຂອງພັກ ແລະ ມີສະຕິຕື່ນຕົວເປັນເຈົ້າຕົນເອງໃນການສ້າງເສດຖະກິດຄອບຄົວ ເຮັດໃຫ້ແຕ່ລະຄອບຄົວມີຊີວິດທີ່ດີຂຶ້ນເທື່ອລະກ້າວ.


ເພື່ອເປັນການຢັ້ງຢືນເຖີງໄຊຊະນະ ແລະ ຜົນງານທີ່ພໍ່ແມ່ປະຊາຊົນຍາດມາໄດ້ນັ້ນ ເຈົ້າແຂວງບໍລິຄຳໄຊ ຈຶ່ງຕົກລົງມອບໃບຢັ້ງ ໃຫ້ບ້ານນາທ່ອນ ເປັນບ້ານສາມັກຄີປອງດອງ ແລະ ເຈົ້າເມືອງຄຳເກີດ ໄດ້ຕົກລົງມອບໃບຢັ້ງຄອບຄົວສາມັກຄີປອງດອງຈໍານວນ 116 ຄອບຄົວ.

       ທ່ານ ຄຳໝັ້ນ ໄຊຍະວົງ ໄດ້ໂອ້ລົມຕໍ່ພິທີ ເຊິ່ງກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍຊົມເຊີຍການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນ ທີ່ໄດ້ມີຄວາມຕື່ນຕົວສູງ ຕໍ່ແນວທາງນະໂຍບາຍຂອງພັກ ເຄົາລົບລະບຽບກົດໝາຍຂອງລັດ ຮ່ວມຈິດຮ່ວມໃຈ ສ້າງຄອບຄົວ ໃຫ້ມີເສດຖະກິດທີ່ດີ ມີຄວາມສາມັກຄີເປັນປຶກແຜ່ນ ຈົນກາຍເປັນຄອບຄົວ ແລະ ບ້ານສາມັກຄືປອງດອງ, ທ່ານຍັງໄດ້ເນັ້ນວ່າ ໃຫ້ຮັກສານາມມະຍົດດັ່ງກ່າວ ແລະ ຈົ່ງເອົາໃຈໃສ່ເບິ່ງແຍງ ພ້ອມສຶກສາອົບຮົມແນວຄິດໃຫ້ແກ່ປະຊາຊົນບັນດາເຜົ່າພາຍໃນບ້ານໃຫ້ມີຄວາມສາມັກຄີປອງດອງໃຫ້ເປັນປຶກແຜ່ນ ອັນໜຶ່ງອັນດຽວ ຕະຫລອດໄປ.

About admin11