ອານຸກຳມະການຂະບວນການລົງຕິດຕາມການປະດັບປະດາເທດສະບານເມືອງປາກຊັນ

ເພື່ອເປັນການກະກຽມຄວາມພ້ອມ ໃນການປະດັບປະດາຕົວເມືອງ ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ 7 ທີ່ຈະໄຂຂຶ້ນໃນມໍ່ໆນີ້ ໃນວັນທີ 15 ກັນຍາ 2020 ຄະນະຮັບຜິດຊອບສ້າງຂະບວນການ ໄດ້ລົງຕິດຕາມການຕິດທຸງຊາດທຸງທິວ ຢູ່ຕາມເສົາໄຟເຍືອງທາງ ເສັ້ນທາງເທດສະບານເມືອງປາກຊັນ ໂດຍການນຳພາທາງຂອງ ທ່ານ ວັນວິໄລ ແດນພູຫຼວງ ປະທານແນວລາວສ້າງຊາດແຂວງ ຫົວໜ້າອະນຸກຳມະການຂະບວນການ, ພ້ອມດ້ວຍຄະນະຮັບຜິດຊອບຂະບວນການ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ໄດ້ລົງກວດກາປ້າຍຄຳຂວັນປະຕູໂຂງທາງເຂົ້າເມືອງ ຢູ່ສົ້ນຂົ້ວບ້ານນ້ຳງຽບ, ບ້ານຫົງໄຊ, ບ້ານສີສະອາດ, ກວດກາການປະດັບປະດາທຸງຊາດ-ທຸງພັກ, ການຕິດປ້າຍຄຳຂວັນຢູ່ຕາມຫຼັກເສົາໄຟເຍືອງທາງ ທີ່ໄດ້ຮັບການສະໜັບສະໜູນຈາກ 3 ບໍລິສັດເຄືອຂ່າຍໂທລະຄົມ ຢູ່ຕາມເສັ້ນທາງເທດສະບານເມືອງປາກຊັນ ແລະ ຈຸດອື່ນໆ. ສ່ວນບາງຈຸດທີ່ຍັງບໍ່ທັນໄດ້ປະດັບປະດາ ທ່ານ ວັນວິໄລ ແດນພູຫຼວງ ຍັງໄດ້ຊີ້ນໍາໃຫ້ຮີບຮ້ອນ ແລະ ເຮັດດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດແນວໃດ ໃຫ້ການສ້າງຂະບວນການດັ່ງກ່າວ ເປັນຂະບວນການທີ່ສວຍງງາມ ແລະ ເປັນໃບໜ້າໃບຕາຂອງຊາວແຂວງບໍລິຄຳໄຊ ທັງເປັນການເອກອ້າງເຖີງຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ ທັງເປັນການສະແດງເຖີງຄວາມຮັກແພງ ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງປະຊາຊົນບັນດາເຜົ່າພາຍໃນແຂວງອີກດ້ວຍ.

ອະນຸກຳມະການຂະບວນ ກໍ່ຈະໄດ້ສືບຕໍ່ລົງຕິດຕາມການປະດັບປະດາຂອງ 7 ຕົວເມືອງພາຍໃນແຂວງໃຫ້ມີຄວາມສວຍງານ ເປັນລະບຽບຮຽບຮ້ອຍ ແລະ ສ້າງເປັນຂະບວນການຟົດຟື້ນເປັນຂອງມວນຊົນຊາວແຂວງບໍລິຄຳໄຊ.

About admins16