ໂຮງໝໍແຂວງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 7 ອົງຄະນະພັກແຂວງ

ໃນຕອນບ່າຍຂອງວັນທີ 10 ກັນຍາ 2020 ຢູ່ໂຮງໝໍແຂວງບໍລິຄຳໄຊ ໄດ້ມີຂະບວນການປະດັບປະດາຢູ່ໜ້າໂຮງໝໍແຂວງ ໂດຍການນຳພາຂອງທ່ານ ດຣ ບຸນຍັງ ພົມມະຈັນ ຜູ້ອຳນວຍການໂຮງໝໍແຂວງ, ມີຄະນະໂຮງໝໍແຂວງ ແລະ ພະນັກງານພາຍໃນໂຮງໝໍ ເຂົ້າຮ່ວມ.

ຈາກການໃຫ້ສຳພາດຂອງທ່ານຜູ້ອຳນວຍການໂຮງໝໍແຂວງ ໃຫ້ຮູ້ວ່າ: ກິດຈະກຳໃນຄັ້ງນີ້ ແມ່ນການນຳເອົາຕຸກນ້ຳດື່ມມາຕັດເປັນຮູບດອກໄມ້ແລ້ວທາສີ ຫຼັງຈາກນັ້ນນຳມາປັກໃສ່ປ້າຍຄຳຂວັນ ຢູ່ຕໍ່ໜ້າໂຮງໝໍໃຫ້ມີຄວາມສວຍງາມ ທັງນີ້ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ VII ທີ່ໃກ້ຈະມາເຖິງນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ, ພ້ອມດຽວກັນ ຍັງເປັນການປູກຈິດສໍານຶກແກ່ພະນັກງານ ໃຫ້ຮັບຮູ້ເຖິງຄວາມສາມັກຄີປອງດອງ, ການປະກອບສ່ວນເຫື່ອແຮງ ເຂົ້າໃນຂະບວນການອອກແຮງງານລວມ ແລະ ການຊ່ວຍເຫຼືອສັງຄົນ.

About admins16