4 ບໍລິສັດ ມອບເງິນ 500 ລ້ານກ່ວາກີບ ຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ

ເພື່ອເປັນການປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ໃນວັນທີ 23 ກັນຍາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ຕາງໜ້າໃຫ້ 4 ພາກສ່ວນ ໄດ້ນຳເງິນມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໂດຍມີອະນຸກຳມະການເສດຖະກິດ ແລະ ບັນດາບໍລິສັດ ເຂົ້າຮ່ວມເປັນສັກຂີພິຍານ.

ພາກສ່ວນທີ່ມາປະກອບສ່ວນຊຸກຍູ້ໃນຄັ້ງນີ້ປະກອບດ້ວຍ: ບໍລິສັດເພັດສະໝອນ ມູນຄ່າ 300.000.000 ກີບ, ບໍລິສັດ ວີເອັນແອວ ຈຳກັດຜູ້ດຽວ 100.000.000 ກີບ, ກຸ່ມບໍລິສັດຈະເລີນຊັບຄົບວົງຈອນ 100.000.000 ກີບ ແລະ ບໍລິສັດໂລກົດ ມູນຄ່າ 50.000.000 ກີບ

ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຍັງຢືນຕໍ່ຜົນງານຄວາມດີ ແຂວງບໍລິຄຳໄຊຍັງໄດ້ມອບໃບກຽດຕິຄຸນ ໃຫ້ແຕ່ລະພາກສ່ວນ ທີ່ມີຜົນງານດີເດັ່ນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊໃນຄັ້ງນີ້ ໃຫ້ກຽດມອບໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ.

About admins14