ກອງພັນໃຫຍ່ 642 ມອບເຄື່ອງອຸປະກອນການຮຽນຢູ່ 2 ໂຮງຮຽນໃນເມືອງບໍລິຄັນ

 
ໃນວັນທີ 17 ກັນຍາ 2020 ນີ້, ທ່ານ ພັນເອກ ແສງທອງ ດວງວິໄລ ຫົວໜ້າການທະຫານ ກອງພັນໃຫຍ່ 642 ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໄດ້ລົງມອບເຄື່ອງອຸປະກອນການຮຽນ ໃຫ້ແກ່ນ້ອງນ້ອຍນັກຮຽນຢູ່ 2 ໂຮງຮຽນ ຄື:

ໂຮງຮຽນປະຖົມ ບ້ານທົ່ງພັນຄໍາ ແລະ ໂຮງຮຽນປະຖົມ ບ້ານໂພນມີໄຊ ເມືອງບໍລິຄັນ ແຂວງບໍລິຄຳໄຊ.

ສໍາລັບເຄື່ອງອຸປະກອນທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ປື້ມ, ບິກ ແລະ ສໍດຳ ລວມມູນຄ່າ 5 ລ້ານກ່ວາກີບ ເຊິ່ງໄດ້ມອບ ແລະ ແຈກຢາຍໃຫ້ນ້ອງນ້ອຍນັກຮຽນທັງສອງແຫ່ງ, ເຄື່ອງດັ່ງກ່າວນີ້ ແມ່ນໄດ້ມາຈາກການລະດົມທືນຂອງພະນັກງານ-ນັກຮົບທົ່ວກົມກອງ ແລະ ການປະກອບສ່ວນຂອງ ພະແນກການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະແນກສ່ວຍສາອາກອນ ແລະ ສ່ວຍສາອາກອນເທດສະບານເມືອງປາກຊັນ.

ໂອກາດດັ່ງກ່າວນີ້ ທ່ານ ພັນເອກ ແສງທອງ ດວງວິໄລ ຍັງໄດ້ຮຽກຮ້ອງຕໍ່ນ້ອງນ້ອຍນັກຮຽນທຸກຄົນ ຈົ່ງຕັ້ງໃຈສຶກສາຮໍ່າຮຽນ-ຮຽນເອົາຄວາມຮູ້ນໍາຄູ-ອາຈານໃຫ້ຫຼາຍ ເປັນແບບຢ່າງທີ່ດີ ໃຫ້ແກ່ໝູ່ຄູ່ ເປັນນັກຮຽນທີ່ດີຂອງຄູ-ອາຈານ ທັງເປັນລູກທີ່ດີຂອງພໍ່ແມ່ ແລະ ມີນ້ຳໃຈເອື້ອຍເຟື້ອເພື່ອແຜ່ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຍິ່ງໆຂື້ນ ເພື່ອກຽມເປັນຜູ້ສຶບທອດທີ່ດີຂອງຊາດ.

About admin11