ລາຍງານຄວາມຄືບໜ້າວຽກງານໂຄສະນາ-ຂະບວນການຕ້ອນຮັບກອງປະຊຸມໃຫຍ່

 

ກອງປະຊຸມລາຍງານຄວາມຄືບໜ້າຂອງອະນຸກຳມະານໂຄສະນາ-ຂະບວນການ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ຫົວໜ້າອະນຸກຳມະການໂຄສະນາ-ຂະບວນການ ກະກຽມກອງປະຊຸມໃຫຍ່ອົງຄະນະພັກແຂວງຄັ້ງທີ 7, ມີຄະນະອະນຸກຳມະການໂຄສະນາ-ຂະບວນການ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານກ່ຽວຄວາມຄືບໜ້າກ່ຽວກັບບັນດາໜ້າວຽກຕ່າງໆ ເປັນຕົ້ນວຽກງານການສ້າງຂະບວນການ ແມ່ນຈະໄດ້ມີການແຂ່ງຂັນກິລາ 4 ປະເພດດ້ວຍກັນ ຄື: ກິລາບານເຕະ, ເປຕັງ, ດອກປີກໄກ່ ແລະ ເຕັ້ນແອໂລບິດ ເຊິ່ງຈະໄດ້ເລີ່ມແຂ່ງຂັນແຕ່ວັນທີ 11-18 ກັນຍາ 2020, ການໂຄສະນາຜ່ານວິທະຍຸ-ໂທລະພາບ, ໜັງສືພິມ ແລະ ເວບໄຊ ຂອງແຂວງ ເພື່ອປຸກລະດົມໃຫ້ພໍ່ແມ່ປະຊາຊົນ ໄດ້ມີສ່ວນຮ່ວມໃນການສ້າງຂະບວນການຕ່າງໆ, ການປະດັບປະດາ, ຕິດທຸງຊາດ, ທຸງພັກ, ທຸງທິວ, ການຕິດປ້າຍຄຳຂວັນ, ປ້າຍໂຄສະນາ, ຕາມເສັ້ນທາງໃນເທດສະບານເມືອງ ແລະ ຈຸດສຳຄັນຕ່າງໆ ຄາດວ່າວັນທີ 15 ກັນຍາ ແຕ່ລະໜ້າວຽກແມ່ນຈະໃຫ້ສຳເລັດ.

ພ້ອມນັ້ນ ກອງປະຊຸມຍັງ ຍັງໄດ້ປຶກສາຫາລືກັນຢ່າງກົງໄປກົງມາ ທັງນີ້ ກໍ່ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ 7 ທີ່ໃກ້ຈະມາເຖິງນີ້ໃຫ້ເປັນຂະບວນການຟົດຟື້ນ.

About admins16