ຄະນະບໍລິຫານງານພັກແຂວງບໍລິຄຳໄຊ ລະນຶກບຸນຄຸນເຖິງນັກຮົບປະຕິວັດ ແລະ ບຸກຄົນທີ່ມີຄຸນງານຄວາມດີຕໍ່ປະເທດຊາດ

ເພື່ອເປັນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະໄດ້ຈັດຂຶ້ນໃນຕໍ່ໜ້ານີ້ ໃນວັນທີ 23 ກັນຍາ 2020 ຄະນະບໍລິຫານງານພັກແຂວງ ນຳໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອະນຸສາວະລີນັກຮົບນິລະນາມ, ອະນຸສາວະລີທ່ານ ສີສົມພອນ ລໍວັນໄຊ ແລະ ອະນຸສອນສະຖານ ທ່ານ ປະທານ ໄກສອນ ພົມວິຫານ.

ໃນພິທີຄັ້ງນີ້ ທ່ານ ປອ ກອງແກ້ວ ໄຊສົງຄາມ ໄດ້ກ່າວບົດສະດຸດີວ່າ: ຄະນະບໍລິຫານງານພັກແຂວງ, ພະນັກງານການນຳ, ພະນັກງານຫຼັກແຫຼ່ງ ໂດຍຕາງໜ້າໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຊາວແຂວງບໍລິຄຳໄຊ ໄດ້ມາເຕົ້າໂຮມຢູ່ສະຖານທີ່ແຫ່ງນີ້ ກໍ່ເພື່ອເປັນການໄຫວ້ອາໄລ ແລະ ລະນຶກເຖີງ ມູນເຊື້ອຄຸນງາມຄວາມດີ ອັນສະຫງ່າງາມ, ອົງອາດກ້າຫານ ຂອງ ທ່ານ ປະທານ ໄກສອນ ພົມວິຫານ ວິລະບູລຸດຂອງຊາດ, ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຕະຫຼອດຮອດວິລະຊົນ, ນັກຮົບປະຕິວັດ, ບຸກຄົນທີ່ມີຄຸນງານຄວາມດີຕໍ່ປະເທດຊາດ ທີ່ໄດ້ເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອປະເທດຊາດ, ເພື່ອປະຊາຊົນລາວ ໃນຂະບວນການປະຕິວັດຊາດໃນໄລຍະຜ່ານມາ. ຍ້ອນຜົນງານຂອງບັນດາທ່ານ ປະເທດຊາດຂອງພວກເຮົາ ຈຶ່ງຫຼຸດພົ້ນອອກຈາກການຖືກກົດຂີ່ຄຸດຮີດ, ສາມາດຍາດໄດ້ໄຊຊະນະຢ່າງສົມບູນ ແລະ ໄດ້ຮັບການພັດທະນາໃຫ້ດີຂຶ້ນເປັນກ້າວໆ.

ທ່ານຍັງໄດ້ກ່າວຕື່ມອີກວ່າ: ຄະນະບໍລິຫານງານພັກແຂວງ ຈະສືບຕໍ່ເຜີຍແຜ່ມູນເຊື້ອຄຸນງາມຄວາມດີ ທີ່ບັນດາທ່ານໄດ້ສ້າງໄວ້, ຕັ້ງໜ້າປະຕິບັດ 2 ໜ້າທີ່ຍຸດທະສາດ ແລະ ປະຕິບັດແນວທາງປ່ຽນແປງໃໝ່, ສືບຕໍ່ນຳພາ-ຊີ້ນຳ ເຮັດໃຫ້ແຂວງບໍລິຄຳໄຊ ກ້າວຂຶ້ນຢ່າງໜັກແໜ້ນ ແລະ ແຂງແຮງ ບົນຈິດໃຈຄຳຂວັນທີ່ວ່າ: “ເພີ່ມທະວີສ້າງຄວາມເຂັ້ມແຂງ ການນຳພາຂອງພັກໃຫ້ມີຄຸນນະພາບໃໝ່ ເພື່ອສຳເລັດໜ້າທີ່ພັດທະນາແຂວງ ຢ່າງໜັກແໜ້ນ”.

About admins14