ບໍລິຄຳໄຊ ສົ່ງມອບຜູ້ຖືກຫາກັບຄືນປະເທດ

 
ຕອນເຊົ້າ ວັນທີ 31 ສິງຫາ 2020 ພະແນກຄຸ້ມຄອງຄົນຕ່າງປະເທດ ຫ້ອງສັນຕິບານ ປກສ ແຂວງ ສົມທົບກັບ ດ່ານ ຕມ ສາກົນປາກຊັນ ແຂວງບໍລິຄໍາໄຊ ສປປ ລາວ ຈັດພິທີມອບ-ຮັບ ຜູ້ຖືກຫາ ຊື່ ທ້າວ ມາລຸດ ສິດທິຍາ ຄົນເຊຶ້ອຊາດ-ສັນຊາດ ໄທກັບຄືນປະເທດ, ໂດຍການເຊັນບົດບັນທືກມອບ-ຮັບ ລະຫວ່າງ ທ່ານ ຮ້ອຍເອກ ຄໍາພັນ ພົມມົນຕີ ຮອງຫົວໜ້າດ່ານ ຕມ ສາກົນປາກຊັນ ແລະ ທ່ານ ຮ້ອຍຕໍາຫຼວດໂທ ຊັດໄຊ ສຸກງາມ ຮອງສາລະວັດຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານ ຕມ ສາກົນ ບືງການ ປະເທດໄທ, ມີພະນັກງານວິຊາສະເພາະ 02 ຝ່າຍເຂົ້າຮ່ວມເປັນສັກຂີພະຍານ.


ເຈົ້າໜ້າທີ່ດ່ານ ຕມ ສາກົນປາກຊັນ ໃຫ້ຮູ້ວ່າ: ໃນໄລຍະປີ 2009 ທ້າວ ມາລຸດ ສິດທິຍາ ອາຍຸ 38 ປີ, ອາຊິບ ຊາວນາ, ປະຈຸບັນຢູ່ບ້ານ ໂພນແພງ, ເມືອງ ວານອນ ແຂວງ ສະກົນນະຄອນ, ເປັນຄົນເຊື້ອຊາດ-ສັນຊາດ ໄທ ໄດ້ພົບກັບນາງ ເພັນ ອິນທະວົງ ເຊື້ອຊາດ-ສັນຊາດລາວ, ທີ່ໄປເຮັດວຽກຢູ່ຮ້ານຂາຍເຄື່ອງ ມີໄຊ ເມືອງ ວານອນ ແຂວງ ສະກົນນະຄອນ, ພວກກ່ຽວທັງ 02 ເປັນພະນັກງານຢູ່ຮ້ານຂາຍເຄື່ອງດັ່ງກ່າວ, ຈາກນັ້ນ ທ້າວ ມາລຸດ ແລະ ນາງ ເພັນ ກໍ່ໄດ້ລົມ ແລະ ຮັກແພງກັນແບບບ່າວສາວ, ພາຍຫຼັງລົມກັນໄດ້ປະມານ 01 ເດືອນ, ພວກກ່ຽວກໍ່ໄດ້ຄົບຫາເບີ່ງໃຈກັນ ແລ້ວທ້າວ ມາລຸດ ກໍ່ໄດ້ພານາງ ເພັນ ເມືອຢາມຄອບຄົວ ຢູ່ບ້ານ ໂພນແພງ ເມືອງ ວານອນ ແຂວງ ສະກົນນະຄອນ ຕໍ່ມາພວກກ່ຽວທັງ 02 ກໍ່ໄດ້ຕັດສີນໃຈຢູ່ກີນຮ່ວມກັນແບບ ຜົວ-ເມຍ, ຕົກມາຮອດເດືອນ 02 ປີ 2010 ນາງ ເພັນ ໄດ້ພາ ທ້າວ ມາລຸດ ລັກຂ້າມມາ ສປປ ລາວ ໂດຍບໍ່ມີໜັງສືຜ່ານແດນ ແລະ ບໍ່ໄດ້ເຂົ້າຜ່ານປະຕູດ່ານຕາມທີ່ທາງການອະນຸຍາດ ໂດຍລັກຂ້າມເຂດບ້ານ ຫົວຫາດ ( ຝັ່ງໄທ ) ມາຫາບ້ານ ນາຫຼວງ ເມືອງປາກກະດິງ ແຂວງບໍລິຄໍາໄຊ ແລ້ວໄປພັກຢູ່ເຮືອນຂອງນາງ ເພັນ ບ້ານທົ່ງຮາບ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ເຊີ່ງໄດ້ພັກເຊົາຢູ່ເຮືອນຂອງນາງ ເພັນ ເປັນເວລາ 01 ຄືນ ແລ້ວກໍ່ພາກັນລັກໄປຝັ່ງໄທ ຈຸດທີ່ເຄີຍລັກຂ້າມມານັ້ນ ເພື່ອໄປເຮັດວຽກຕາມປົກກະຕິ, ຕົກມາຮອດ ວັນທີ 04 ກໍລະກົດ 2011 ນາງ ເພັນ ໄດ້ຖຶພາ, ຈາກນັ້ນພວກກ່ຽວກໍ່ໄດ້ລັກຂ້າມມາ ສປປ ລາວ ອິກ ໂດຍຜ່ານຈຸດທີ່ເຄີຍລັກຂ້າມໃນຄັ້ງຜ່ານມາ, ຈຸດປະສົງທີ່ຂ້າມມາໃນຄັ້ງນີ້ແມ່ນໄດ້ພາ ນາງ ເພັນ ມາລໍຖ້າເພື່ອເກີດລູກ, ມາຮອດ ວັນທີ 04 ຕຸລາ 2011, ນາງ ເພັນຈື່ງໄດ້ເກີດລູກຊາຍ 01 ຄົນ ປະຈຸບັນ ລູກມີອາຍຸໄດ້ 09 ປີ, ພາຍຫຼັງເກີດລູກພວກກ່ຽວທັງສອງກໍ່ໄດ້ດໍາລົງຊີວິດຢູ່ບ້ານ ທົ່ງຮາບ ເມືອງປາກກະດິງ ແຂວງບໍລິຄໍາໄຊ, ມາຮອດ ປີ 2017 ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງປາກກະດິງ ໄດ້ລົງກວດພົບເຫັນທ້າວ ມາລຸດ ຈາກນັ້ນຈື່ງໄດ້ນໍາຕົວຜູ້ກ່ຽວສົ່ງພະແນກຄຸ້ມຄອງຄົນຕ່າງປະເທດ ປກສ ແຂວງ ສືບສວນ-ສອບສວນ ຜ່ານການກວດກາຕົວຈິງເຫັນວ່າ ຜູ້ກ່ຽວແມ່ນໄດ້ລັກຢູ່ກີນກັບພົນລະເມືອງລາວໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຈັດສົ່ງຜູ້ກ່ຽວກັບຄືນປະເທດໄທ, ຫຼັງຈາກນັ້ນຜູ້ກ່ຽວກໍ່ໄດ້ໄປແລ່ນເອກະສານຂໍເຮັດໜັງສືຜ່ານແດນເພື່ອເຂົ້າມາ ດ່ານສາກົນປາກຊັນ ເພື່ອໄປຫາເມຍຢູ່ບ້ານ ທົ່ງຮາບ, ຈາກນັ້ນກໍ່ມີແຕ່ໄປຈໍ້າເຂົ້າ-ອອກເມືອງຢູ່ ດ່ານສາກົນປາກຊັນ, ຈົນມາຮອດ ວັນທີ 20 ສິງຫາ 2020 ທາງເຈົ້າໜ້າທີ່ ປກສ ເມືອງປາກກະດິງ ຈື່ງໄດ້ເຊີນຜູ້ກ່ຽວໃຫ້ມາປະກອບເອກະສານຂໍແຕ່ງດອງ ຜ່ານການກວດກາເຫັນວ່າຜູ້ກ່ຽວແມ່ນບໍ່ທັນໄດ້ປະກອບເອກະສານເທື່ອ ຈື່ງກັກຕົວຜູ້ກ່ຽວສົ່ງໃຫ້ ເຈົ້າໜ້າທີ່ ປກສ ແຂວງ ສົ່ງຜູ້ກ່ຽວກັບຄືນປະເທດ.
ເຈົ້າໜ້າທີ່ຍັງໃຫ້ຮູ້ຕື່ມອິກວ່າ: ທ້າວ ມາລຸດ ແມ່ນໄດ້ກະຜິດຕໍ່ດໍາລັດ ເລກທີ 198/ນຍ ລົງວັນທີ 19 ທັນວາ 1994 ວ່າດ້ວຍການແຕ່ງດອງລະຫວ່າງພົນລະເມືອງລາວກັບຄົນຕ່າງປະເທດ, ສະນັ້ນ, ໃນຕອນເຊົ້າ ວັນທີ 31 ສິງຫາ 2020 ນີ້ ທາງເຈົ້າໜ້າທີ່ຈື່ງໄດ້ຈັດພິທີ ມອບ-ສົ່ງ ຜູ້ກ່ຽວໃຫ້ເຈົ້າໜ້າທີ່ດ່ານ ຕມ ສາກົນບືງການ ນໍາຕົວຜູ້ກ່ຽວໄປສືກສາອົບຮົມ ແລະ ປະກອບເອກະສານຂໍແຕ່ງດອງໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດ.

About admin11