ຍຸຕິທຳເມືອງຄຳເກີດ ເຜີຍແຜ່ດໍາລັດວ່າດ້ວຍການຊ່ວຍເຫລືອທາງດ້ານກົດໝາຍ


ໃນຕອນເຊົ້າຂອງວັນທີ 29 ກັນຍານີ້, ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຜີຍແຜ່ດໍາລັດ ວ່າດ້ວຍການຊ່ວຍເຫລືອທາງດ້ານກົດຫມາຍ ແລະ ປະກາດການຈັດຕັ້ງ ໃຫ້ການຊ່ວຍເຫລືອທາງດ້ານກົດຫມາຍ ປະຈຳຫ້ອງການຍຸຕິທໍາເມືອງຄຳເກີດ ໂດຍການເປັນປະທານຮ່ວມ ຂອງທ່ານ ບຸນຊວງ ທະວີສັກ ຮອງຫົວຫນ້າກົມສົ່ງເສີມລະບົບຍຸຕິທໍາ ກະຊວງຍຸຕິທໍາ, ທ່ານ ຄໍາຜັນ ສິດໄຊຍະສານ ຮອງຫົວຫນ້າພະແນກຍຸຕິທໍາ ແຂວງບໍລິຄໍາໄຊ, ທ່ານ ວິໄລ ສີສະມຸດ ປະທານກວດກາພັກ-ລັດເມືອງ, ມີ ຄະນະປະຈໍາ-ກໍາມະການພັກເມືອງ, ຫົວຫນ້າຫ້ອງການ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.


ດຳລັດ ເລກທີ 77/ລບ, ລົງວັນທີ 28 ກຸມພາ 2018 ວ່າດ້ວຍການຊ່ວຍເຫຼືອທາງດ້ານກົດໝາຍ  ໄດ້ກຳນົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບການຄຸ້ມຄອງ, ຕິດຕາມກວດກາວຽກງານຊ່ວຍເຫຼືອທາງດ້ານຫກົດໝາຍ ເພື່ອໃຫ້ທຸກຄົນສາມາດເຂົ້າເຖິງກົດໝາຍ ແລະ ຂະບວນການຍຸຕິທຳ ແນໃສ່ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຄວາມສະເໝີພາບຂອງພົນລະເມືອງຕໍ່ໜ້າກົດໝາຍ, ປະກອບສ່ວນເຂົ້າໃນການສ້າງສັງຄົມໃຫ້ມີຄວາມສະຫງົບ, ມີຄວາມສາມັກຄີປອງດອງ, ສີວິໄລ ແລະ ຍຸຕິທຳ.

ການຊ່ວຍເຫຼືອທາງດ້ານກົດໝາຍ ທີ່ໄດ້ກຳນົດໄວ້ໃນດຳລັດສະບັບນີ້ ແມ່ນການໃຫ້ບໍລິການທາງດ້ານກົດໝາຍໂດຍບໍ່ຄິດຄ່າ ແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຄົນພິການ, ເດັກທີ່ຕ້ອງການປົກປ້ອງພິເສດ, ຜູ້ກະທຳຜິດທີ່ກົດໝາຍກຳນົດໃຫ້ມີທະນາຍຄວາມເຂົ້າໄປຊ່ວຍເຫຼືອ, ແມ່ຍິງ ແລະ ເດັກນ້ອຍ.

ເພື່ອໃຫ້ວຽກງານດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍປະສິດທິພາບສູງ ໂຄງການ 031 ກໍ່ໄດ້ມອບເຄື່ອງຊ່ວຍເຫຼືອທາງດ້ານໄອທີ ລວມມູນຄ່າ 31 ລ້ານກ່ວາກີບ ກ່າວມອບໂດຍ ຜູ້ຕາງໜ້າໂຄງການ 031 ແລະ ຮັບໂດຍ ທ່ານ ຄຳໝັ້ນ ໄຊມູນວົງ ຫົວໜ້າຫ້ອງການຍຸຕິທຳເມືອງ.

ເພື່ອເປັນການຕອບບຸນແທນຄຸນ ແລະ ຢັ້ງຢືນເຖີງຜົນງານການຊ່ວຍເຫລືອຄັ້ງນີ້ ອົງການປົກຄອງເມືອງ ກໍ່ໄດ້ມອບໃບຍ້ອງຍໍໃຫ້ໂຄງການ 031 ແລະ ໄດ້ບັນທຶກໄວ້ໃນປື້ມຄຳປະຫວັດສາດຂອງເມືອງ ຕະຫລອດໄປ.

About admin11