ງານວາງສະແດງ ” ຮ້ານຄ້າຮ່ວມໃຈ ” ສິນຄ້າສົດໃໝ່ ແລະ ລາຄາຖືກ

ພິທີເປີດງານຮ້ານຄ້າຮ່ວມໃຈ ໄດ້ຈັດຂຶ້ນໃນວັນທີ 17 ກັນຍາ 2020 ຢູ່ຫ້ອງການສະພາອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ ທີ່ຕັ້ງຢູ່ ບ້ານສີວິໄລ ເມືອງປາກຊັນ ເຂົ້າຮ່ວມໂດຍ ທ່ານ ຄອນສະຫວັນ ສຸກຂະເສີມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ໄກ່ທອງ ອານຸສິນ ຮອງຫ້ອງວ່າການແຂວງ ແລະ ທ່ານ ໄຊຍະເພັດ ຈັນທິສອນ ປະທານສະພາອຸດສາຫະກຳ ແລະ ການຄ້າແຂວງ ມີບັນດາພະແນກການ, ຜູ້ປະກອບການ-ນັກທຸລະກິດ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.

ຈຸດປະສົງຂອງງານໃນຄັ້ງນີ້ ກໍ່ເພື່ອເປັນການສົ່ງເສີມສິນຄ້າກະສິກຳ-ຫັດຖະກຳ, ການຜະລິດເປັນສິນຄ້າ ເປັນຕົ້ນແມ່ນ ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ(ODOP), ສິນຄ້າຄອບຄົວຕົວແບບ, ຜະລິດຕະພັນຂະໜາດນ້ອຍ-ກາງ, ຈັກສານ, ຕ່ຳແຜ່ນແພ ແລະ ອື່ນໆ, ທັງເປັນການເຮັດໃຫ້ພໍ່ແມ່ປະຊາຊົນ ໄດ້ບໍລິໂພກ ແລະ ຊົມໃຊ້ ສິນຄ້າທີ່ສະອາດ, ປອດໄພ ແລະ ລາຄາຖືກ ຈາກສີມືການຜະລິດຂອງຊາວແຂວງບໍລິຄຳໄຊ.

ນອກຈາກນັ້ນກໍ່ຍັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະໄດ້ຈັດຂຶ້ນໃນໄວໆນີ້ ໃຫ້ເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ.

ງານຮ້ານຄ້າຮ່ວມໃຈ ແມ່ນຈະໄດ້ເລີ່ມແຕ່ວັນທີ 16-18 ກັນຍາ 2020 ໂດຍມີສິນຄ້າຫຼາກຫຼາຍຊະນິດ ທີ່ມີຄຸນນະພາບ ແລະ ລາຄາຖືກ ມາໄວ້ຄອຍຖ້າບໍລິການຂາຍ, ໃນນັ້ນ ມີຮ້ານເຂົ້າຮ່ວມວາງຂາຍ ທັງໝົດ 14 ຮ້ານ ຄື: ກຸ່ມປູກຜັກອິນຊີ ບ້ານຫົວນາ, ກຸ່ມກະສິກຳແສນອຸດົມ, ກຸ່ມໂຮງສີ ບໍລິສັດວັນຊະນະການຄ້າ, ກຸ່ມລ້ຽງປາປາກຊັນ, ກຸ່ມລຽງປາປາກປຶງ, ກຸ່ມຊື້ສັດ-ຂາຍຊີ້ນ, ຢາພື້ນເມືອງລາວ ກາພູເຂົາຄວາຍ, ກຸ່ມຫັດຖະກຳຕ່ຳແຜ່ນຫຼັກ 20, ກຸ່ມຫັດຖະກຳຕ່ຳແຜ່ນ ບ້ານໄຊຊະຫວ່າງ, ນ້ຳຢາລ້າງຈານ ກຸ່ມແມ່ບ້ານອານຸສອນໄຊ, ເກືອ ກາໄຫ, ສິນທະນາການຟາມ, ຝຸ່ນຂີ້ກະເດືອນ ບ້ານຫົງໄຊ ແລະ ກຸ່ມສິນຄ້າ ODOP ທານິນ.

About admins14