2 ລໍ້ສ້າງຝັນຮ່ວມກັບຊາວໜຸ່ມແຂວງ ຊຸກຍູ້ວຽກພັດທະນາການສຶກສາ

ໃນລະຫວ່າງວັນທີ 5-6 ກັນຍາ 2020 ຄະນະບໍລິຫານງານຊາວໜຸ່ມແຂວງ ນຳໂດຍສະຫາຍ ທອງມະນີ ໂຄດປັນຍາ ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາ ຄຊໜ ແຂວງບໍລິຄຳໄຊ ຮ່ວມກັບອຳນາດການປົກຄອງບ້ານນ້ຳງຽບ ຄຸ້ມໂພນສີ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ສ້າງຂະບວນການອອກແຮງງານລວມ ເພື່ອປັບປຸງ, ປົວແປງ ໂຮງຮຽນປະຖົມສົມບູນໂພນສີ.

ກິດຈະກຳໃນຄັ້ງນີ້ ປະກອບດ້ວຍການເທພື້ນອາຄານຫ້ອງຮຽນ ຈຳນວນ 7 ຫ້ອງ, ຂະໜາດ 8x7m ແລະ ເທພື້ນລະບຽງຫ້ອງຮຽນ ເຊິ່ງມີຄວາມຍາວທັງໝົດ 56 ແມັດ ແລະ ກ້ວາງ 2 ແມັດ ໂດຍໄດ້ຮັບການສົມທົບທຶນ ຊື້ວັດຖຸອະປະກອນ ຈາກທິມງານສອງລໍ້ສ້າງຝັນຊ່ວຍເຫຼືອສັງຄົມ ມູນຄ່າ 9.000.000 ກີບ ແລະ ການປະກອບສ່ວນແຮງງານ ຈາກພໍ່ແມ່ປະຊາຊົນພາຍໃນບ້ານນ້ຳງຽບ ຈຳນວນ 100 ກ່ວາຄົນ.

ຈຸດປະສົງຂອງກິດຈະກຳ ກໍ່ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊຄັ້ງທີ VII ໃຫ້ເປັນຂະບວນຟົດຟຶ້ນ ແລະ ມີຄວາມໝາຍຄວາມສຳຄັນ ພ້ອມດຽວກັນຍັງເປັນການປູກຈິດສໍານຶກ ແກ່ຊາວໜຸ່ມຮູ້ໄດ້ເຖິງຄວາມສາມັກຄີປອງດອງ, ການປະກອບສ່ວນເຫື່ອແຮງເຂົ້າໃນຂະບວນການອອກແຮງງານລວມ ແລະ ການຊ່ວຍເຫຼືອສັງຄົມ.

About admins14