ປາກກະດິງ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ

ພິທີມອບ-ຮັບ ໃບຢັ້ງຢືນ 4 ບຸກ ຂອງຄະນະບໍລິຫານຊາວໜຸ່ມເມືອງປາກກະດິງ ໄດ້ຈັດຂຶ້ນໃນວັນທີ 8 ກັນຍາ 2020 ຢູ່ຫ້ອງປະຊຸມກຸ່ມເສດຖະກິດເມືອງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງມະນີ ໂຄດປັນຍາ ເລຂາ ຄຊໜ ແຂວງບໍລິຄຳໄຊ ແລະ ສະຫາຍ ຄໍາພັນ ໄຊຍະລາດ ຄະນະປະຈຳພັກເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນເມືອງ.

ໃນພິທີໄດ້ຮັບຟັງການຜ່ານບົດສະຫຼຸບ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປີ 2019 ແລະ ທິດທາງແຜນການປີ 2020 ເຫັນວ່າການຈັດຕັ້ງປະຕິບັດຖືກຕ້ອງຕາມເງື່ອນໄຂ ແລະ ມາດຖານທີ່ວາງໄວ້ ເຊິ່ງໄດ້ສະແດງໃຫ້ເຫັນແຕ່ລະດ້ານດັ່ງນີ້: ດ້ານການເມືອງແນວຄິດສາມາດ ຕີລາຄາໄດ້ 95%, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ 88%, ດ້ານການຈັດຕັ້ງ 89% ແລະ ດ້ານວິຊາຊີບສ້າງວຽກເຮັດງານ 87,5%.

ເພື່ອເປັນການຢັ້ງຢືນເຖິງຜົນງານ ທີ່ຄະນະ ແລະ ສະມາຊິກຊາວໜຸ່ມຍາດມາໄດ້ ຄະນະບໍລິຫານງານຊາວໜຸ່ມແຂວງ ຈຶ່ງໄດ້ມອບໃບຢັ້ງຢືນ 4 ບຸກ ໃຫ້ຄະນະບໍລິຫານງານຊາວໜຸ່ມເມືອງປາກກະດິງ ຢ່າງສົມກຽດ ເຊິ່ງໃຫ້ກຽດຂຶ້ນມອບໂດຍ ສະຫາຍ ທອງມະນີ ໂຄດປັນຍາ, ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ຂອງຄະນະບໍລິຫານຊາວໜຸ່ມແຂວງ ໃຫ້ສະມາຊິກຊາວໜຸ່ມ ທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ.

ໃນຕອນທ້າຍ ສະຫາຍເລຂາຊາວໜຸ່ມແຂວງ ຍັງໄດ້ໂອ້ລົມຕໍ່ພິທີດັ່ງກ່າວ ກ່ອນອື່ນສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2020 ໂດຍຕິດພັນກັບໜ້າທີ່ວິຊາສະເພາະ, ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງ ໃຫ້ແກ່ຄະນະພັກ, ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ແລະ ຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກ ໄວ້ໃຫ້ໝັ້ນຄົງຕະຫລອດໄປ.

ໃນໂອກາດນີ້ ຄະນະບໍລິຫານງານຊາວໜຸ່ມແຂວງ ຍັງໄດ້ມອບຄອມພິວເຕີ 1 ຊຸດ ໃຫ້ຄະນະບໍລິຫານຊາວໜຸ່ມເມືອງ ມູນຄ່າ 3.600.000 ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານຊາວໜຸ່ມ-ເຍົາວະຊົນໃນຕໍ່ໜ້າ ແລະ ຍັງໄດ້ສ້າງຂະບວນການກິລາຮ່ວມກັນ ເພື່ອເປັນການຂໍ່ານັບຮັນຕ້ອນກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ VII ທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້.

About admins14