ກອງປະຊຸມໃຫຍ່ຄັ້ງທີ 5 ຮາກຖານກໍາມະບານທະນາຄານພັດທະນາລາວ ສາຂາຫຼັກ 20


ໃນຕອນບ່າຍຂອງວັນທີ 18 ກັນຍາ 2020 ນີ້, ທີ່ຫ້ອງປະຊຸມທະນາຄານພັດທະນາລາວ ສາຂາຫຼັກ 20 ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 5 ຮາກຖານກໍາມະບານທະນາຄານພັດທະນາລາວສາຂາຫຼັກ 20 ພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງຄອນ ມັດທະວົງ ປະທານຮາກຖານກໍາມະບານທະນາຄານພັດທະນາລາວສາຂາຫຼັກ 20, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄໍາມະນີ ພາວິໄລ ປະທານສະຫະພັນກໍາມະບານເມືອງ, ສະຫາຍ ຄໍາໝັ້ນ ໄຊຍະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງຄໍາເກີດ ມີ ຮາກຖານຊາວໜຸ່ມ, ຮາກຖານແມ່ຍິງ, ຮາກຖານກໍາມະບານອ້ອມຂ້າງ, ແຂກຖືກເຊີນ ແລະ ສະມະຊິກກໍາມະບານ ພາຍໃນຮາກຖານ ເຂົ້າຮ່ວມ.

ສະຫາຍ ວຽງຄອນ ມັດທະວົງ ປະທານຮາກຖານກໍາມະບານທະນາຄານພັດທະນາລາວສາຂາຫຼັກ 20 ໄດ້ຂຶ້ນຜ່ານຮ່າງບົດລາຍງານທັງສອງພາກ ສະຫາຍໃຫ້ຮູ້ວ່າ: ໄລຍະຜ່ານມາ ຮາກຖານກໍາມະບານທະນາຄານພັດທະນາລາວສາຂາຫຼັກ 20 ໄດ້ເຄື່ອນໄຫວຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງກໍາມະບານລາວວາງອອກຢ່າງເຂັ້ມງວດ, ພາຍໃຕ້ການຊີ້ນໍາ-ພໍາພາຂອງຂັ້ນເທິງກໍ່ຄື ກໍາມະບານເມືອງ, ສຶກສາອົບຮົມການເມືອງ ແນວຄິດໃຫ້ແກ່ສະມະຊິກເປັນປະຈໍາ ເພື່ອກໍາແໜ້ນຂໍ້ກໍານົດກົດລະບຽບຂອງກໍາມະບານວາງອອກ, ປະຕິບັດຕາມຂະບວນການ 5 ເປັນເຈົ້າ ຈົນສາມາດຍາດໄດ້ນາມມະຍົດເປັນ ກໍາມະບານ 5 ເປັນເຈົ້າ ສະໄໝທີ 4, ຈາກນັ້ນ ກໍ່ໄດ້ມອບໃບຢັ້ງຢືນ ກໍາມະບານ 5 ເປັນເຈົ້າໃຫ້ແກ່ຮາກຖານກໍາມະບານທະນາຄານພັດທະນາລາວສາຂາຫຼັກ 20 ໃຫ້ກຽດມອບໂດຍ ສະຫາຍ ຄໍາໝັ້ນ ໄຊຍະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງຄໍາເກີດ.

ເພື່ອເປັນການສືບຕໍ່ຊີ້ນຳ ນຳພາວຽກງານກຳມະບານໃນຕໍ່ໜ້າ ກອງປະຊຸມ ໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະຮາກຖານກຳມະບານຊຸດໃໝ່ ໂດຍມີຜູ້ສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ, ຜົນຂອງກອງປະຊຸມຄັ້ງປະຖົມມະລືກ ຕົກລົງເລືອກ ສະຫາຍ ວຽງຄອນ ມັດທະວົງ ເປັນປະທານ, ສະຫາຍ ທັນ ກິ່ງບຸດດີ ເປັນຮອງ, ສະຫາຍ ນ. ພັນສີ ໄຊຍະລາດ ເປັນຄະນະ, ສະຫາຍ ຫັດສະດົງ ເພັດດາວົງ ເປັນຄະນະ ແລະ ສະຫາຍ ທອງສະລັກ ສັກຄີຄຸນ ເປັນຄະນະ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ຄໍາໝັ້ນ ໄຊຍະວົງ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ ໄດ້ໂອ້ລົມໂດຍເນັ້ນໃຫ້ຄະນະຊຸດໃໝ່ນີ້ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກເປັນປະຈໍາ ເປັນແບບຢ່າງໃນການຊີ້ນໍາ-ນໍາພາ, ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 2 ດີ 5 ເປັນເຈົ້າ, ເຮັດວຽກງານງານດັ່ງກ່າວໃຫ້ສອດຫ້ອຍກັບທຸກວຽກງານ, ວາງແຜນໃຫ້ເປັນຈຸດສຸມ ເປັນເຈົ້າການໃນການພັດທະນາຕົນເອງ ແລະ ກົມກອງ ປັບປຸງວິທີເຮັດວຽກໃຫ້ດີຂຶ້ນເທື່ອລະກ້າວ.

About admin11