3 ພາກສ່ວນ ມອບເງິນຊຸກຍູ້ ກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ

ເພື່ອເປັນການປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ໃນວັນທີ 21 ກັນຍາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ຕາງໜ້າໃຫ້ 3 ພາກສ່ວນ ໄດ້ນຳເງິນມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ ໂດຍມີອະນຸກຳມະການເສດຖະກິດ ແລະ ບັນດາບໍລິສັດ ເຂົ້າຮ່ວມເປັນສັກຂີພິຍານ.

ພາກສ່ວນທີ່ມາປະກອບສ່ວນຊຸກຍູ້ໃນຄັ້ງນີ້ປະກອບດ້ວຍ: ທ່ານ ບຸນມາ ມໍລະຄາສຸກ ມູນຄ່າ 10.000.000 ກີບ, ທ່ານ ເພັດສອນ ສຸວັນນະລາ ບໍລິສັດ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າປາໂນ່ ຈຳກັດ 10.000.000 ກີບ ແລະ ທ່ານ ຮາຍ ບໍລິສັດ ຊົງດາ ເລກ 5 ມູນຄ່າ 4.000.000 ກີບ

ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຍັງຢືນຕໍ່ຜົນງານຄວາມດີ ແຂວງບໍລິຄຳໄຊ ໄດ້ມອບໃບຍ້ອງຍໍ ໃຫ້ແຕ່ລະພາກສ່ວນ ທີ່ມີຜົນງານດີເດັ່ນປະກອບສ່ວນ ຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊໃນຄັ້ງນີ້ ໃຫ້ກຽດມອບໂດຍທ່ານ ບຸນເສັງ ປະທຳມະວົງ.

About admins16