ກຸ່ມພັດທະນາຄຳມ່ວນ ສະເລ່ຍລາຍຮັບໄດ້ 13 ລ້ານກ່ວາກີບຕໍ່ຄົນຕໍ່ປີ

ໂດຍປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ ຂອງພັກ –ລັດວາງອອກ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ ສາມາດລຶບລ້າງຄວາມທຸກຍາກໄດ້ນັ້ນ ຄະນະພັກຮາກຖານກຸ່ມພັດທະນາຄຳມ່ວນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ນຳເອົາແນວທາງ ການຊິ້ນຳ-ນຳພາ ຂອງຄະນະພັກຂັ້ນເທິງລົງໄກ້ສິດຕິດແທດ ແລະ ປຸກລະດົມປະຊາຊົນ ພາຍໃນກຸ່ມ ໃຫ້ເອົາໃຈໃສ່ທຳການຜະລິດ ປູກຝັງ-ລ້ຽງສັດ ໃຫ້ຫຼາຍ ໃຫ້ກຸ້ມກິນ ເຫລືອແຮໄວ້ ແລະ ສາມາດຂາຍເປັນສິນຄ້າ.

ກຸ່ມພັດທະນາຄຳມ່ວນ ເປັນກຸ່ມໜຶ່ງ ຫ່າງຈາກເທດສະບານເມືອງ 18 ກມ ປະຊາຊົນຢຶດຖືອາຊີບປູກຝັງ – ລ້ຽງສັດ ເປັນພື້ນຖານຂອງເສດຖະກິດຄອບຄົວ.

ທ່ານ ດຣ ອຳພອນ ພົມມະສານ ເລຂາຄະນະພັກຮາກຖານພັດທະນາຄຳມ່ວນໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 21 ກັນຍາ  2020 ວ່າ: ກຸ່ມພັດທະນາຄຳມ່ວນ ປະກອບມີ 1,246 ຫຼັງຄາເຮືອນ 1,475 ຄອບຄົວ ພົນລະເມືອງ 7,491 ຄົນ ຍິງ 3,694 ຄົນ ປະຊາຊົນສ່ວນຫຼາຍຖືເອົາອາຊີບປູກຝັງ-ລ້ຽງສັດ ກວມເອົາ 95%, ມີເນື້ອທີ່ນາ 11,365 ກ່ວາເຮັກຕ່າ, ສະມັດທະພາບເຂົ້ານາປີສະເລ່ຍ 2,5 ໂຕ່ນ/ເຮັກຕ່າ, ຜົນຜະລິດທັງໜົດ 25.684 ໂຕ່ນ/ປີ ສະເລ່ຍໃສ່ຫົວຄົນໄດ້ 342,86 ກິໂລ/ຄົນ/ປີ, ນອກຈາກເຮັດນາແລ້ວ ປະຊາຊົນຍັງໄດ້ປູກພືດອີກຈຳນວນໜື່ງ ໃນເນື້ອທີ່ 572 ເຮັກຕ່າ, ພືດທີ່ປູກຫຼາຍກ່ວາໜູ່ແມ່ນ ມັນຕົ້ນ 1.970 ເຮັກຕ່າ ແລະ ພືດລົ້ມລຸກອີກຈຳນວນໜື່ງ.

ນອກຈາກປູກຝັງແລ້ວ ປະຊາຊົນຍັງໄດ້ລ້ຽງສັດ ເປັນຕົ້ນແມ່ນ ຄວາຍ 539 ໂຕ, ງົວ 2.509 ໂຕ, ໜູ 2.134 ໂຕ, ແບ້ 496 ໂຕ ແລະ ສັດປີກ 21.344 ໂຕ ສະເລ່ຍລາຍຮັບ 13.600.000ກີບ/ຄົນ/ປີ.

ໂດຍພາຍໄຕ້ການຊີ້ນຳ ແລະ ໄກ້ສິດຈາກຄະນະນຳຂັ້ນເທິງ ກຸ່ມພັດທະນາຄຳມ່ວນຈື່ງໄດ້ຮັບການພັດທະນາດີຂື້ນຢ່າງບໍ່ຢຸດຢັ້ງຕາມແນວທາງຂອງພັກ ແຜນພັດທະນາເສດຖະກິດຂອງລັດຖະບານວາງອອກ ຫລາຍຄອບຄົວໄດ້ຮັບການພັດທະນາດີຂື້ນໄປເລື້ອຍໆ.

About admin11