ບໍລິສັດພັດທະນາຊົນນະບົດ ກະຊວງ ປກຊ ແລະ ກອງພັນໃຫຍ່ 642 ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງ

ໃນວັນທີ 24 ກັນຍາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ທ່ານ ສຸກນິລັນ ຄຳພິລາວົງ ປະທານບໍລິສັດພັດທະນາຊົນນະບົດ ກະຊວງປ້ອງກັນປະເທດ ແລະ ທ່ານ ແສງທອງ ດວງວິໄລ ຕາງໜ້າໃຫ້ກອງພັນໃຫຍ່ 642 ໄດ້ນຳເງິນມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງ.

ພາກສ່ວນທີ່ມາປະກອບສ່ວນຊຸກຍູ້ໃນຄັ້ງນີ້ປະກອບດ້ວຍ: ບໍລິສັດພັດທະນາຊົນນະບົດ ກະຊວງ ປກຊ ມູນຄ່າ 50.000.000 ກີບ ແລະ ກອງພັນໃຫຍ່ 642 ມູນຄ່າ 5.000.000 ກີບ ທັງນີ້ ກໍ່ເພື່ອເປັນການປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ທີ່ໄດ້ໄຂຂຶ້ນໃນລະຫວ່າງວັນທີ 24-25 ກັນຍາ 2020.

About admins16