ຄຳເກີດສຸມໃສ່ເກັບກ່ຽວເຂົ້ານາປີ ໃນເນື້ອທີ່ເກືອບ 7.000 ເຮັກຕ່າ ໃຫ້ສຳເລັດ

ຊາວກະສິກອນເມືອງຄຳເກີດ ໄດ້ເລີ່ມລົງມືເກັບກ່ຽວເຂົ້ານາປີ ຕັ້ງແຕ່ກາງເດືອນກັນຍາ ແລະ ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນຕຸລານີ້ ທ່ານ ສົມພົນເພັງ ລາດຊະສົມບັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດໃນວັນທີ 29 ກັນຍາ 2020.

ທົ່ວເມືອງຄຳເກີດ ມີເນື້ອທີນາປີທັ້ງໜົດ 6.893 ເຮັກຕ່າ ແລະ ນາສັກໃນເນື້ອທີ 20 ເຮັກຕ່າ ສະມັດຕະພາບເຂົ້າ 4,02 ໂຕ່ນ/ເຮັກຕ່າ, ສະເລ່ຍເຂົ້າກີນ 394 ກິໂລ/ຄົນ/ປີ, ໂດຍພໍ່ແມ່ປະຊາຊົນເມືອງຄຳເກີດ ໄດ້ເລີ່ມລົງມືເກັບກ່ຽວເຂົ້ານາປີ ມາຕັ້ງແຕ່ວັນທີ 15 ກັນຍາ 2020 ຄາດວ່າຈະໃຫ້ສຳເລັດໃນທ້າຍເດືອນຕຸລາ 100%. ນອກຈາກການເຮັດນາແລ້ວ ຊາວເມືອງຄຳເກີດ ຍັງໄດ້ສຸມໃສ່ການເຮັດສວນປູກພືດເປັນສິນຄ້າ ເຊິ່ງມີເນື້ອທີສວນທັງໝົດ 4.567 ເຮັກຕ່າ ພືດຜັກທີ່ປູກຫຼາຍແມ່ນ ສາລີ, ຖົ່ວດິນ, ໝາກເຜັດ, ໝາກເຂືອ, ມັນຕົ້ນ ແລະ ອື່ນໆ.

ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ ການລ້ຽງສັດ ກໍ່ໄດ້ຮັບການສົ່ງເສີມ ແລະ ເອົາໃຈໃສ່ຢ່າງແຂງແຮງ ທົ່ວເມືອງມີຄວາຍ ທັງໝົດ 6.111 ໂຕ, ງົວ 19.979 ໂຕ, ໝູ 6.845 ໂຕ, ສັດປີກ 129.953 ກ່ວາໂຕ, ໜອງປາ 237 ໜອງ, ປ່ອຍປາແລ້ວ 50.000 ໂຕ ໃນເນື້ອທີ່ໜອງປາ 289,51 ເຮັກຕ່າ.

About admins14