2 ກຸ່ມກະສິກຳ ແລກປ່ຽນຖອດຖອນບົດຮຽນ ເພື່ອການພັດທະນາ

    
ໃນຕອນເຊົ້າວັນທີ 8 ກັນຍາ 2020 ກຸ່ມປູກພືດສະອາດ ແລະ ກຸ່ມຄຸ້ມຄອງສັດລ້ຽງ ບ້ານນາປ່າຫວ້ານ ໄດ້ໄປທັດສະນະແລກປ່ຽນບົດຮຽນ ກັບກຸ່ມພັດທະນາການກະເສດ ໜອງອໍ້-ນາແປ ເມືອງຄຳເກີດ ແຂວງບໍລິຄຳໄຊ ໂດຍການຮ່ວມທິມຂອງທ່ານ ເຂັມພອນ ປັນຍານຸວົງ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງຄໍາເກີດ ພ້ອມດ້ວຍຄະນະ.


ການທັດສະນະແລກປ່ຽນບົດຮຽນໃນຄັ້ງນີ້ ກໍ່ເພື່ອໃຫ້ກຸ່ມປູກພືດສະອາດ ແລະ ຄຸ້ມຄອງສັດລ້ຽງ ບ້ານນາປ່າຫວ້ານ ໄດ້ຖອດຖອນບົດຮຽນ ຮ່ວມກັບກຸ່ມພັດທະນາການກະເສດໜອງອໍ້-ນາແປ ເຊິ່ງເປັນກຸ່ມການກະເສດທີ່ໄດ້ມີການພັດທະນາມາຫລາຍປີແລ້ວ.

ທ່ານ ເຄນແກະ ຄໍາມະນີ ຮອງນາຍບ້ານນາຫາດ ທີ່ຂຶ້ນກັບກຸ່ມໜອງອໍ້ – ນາແປ ໄດ້ກ່າວເຖິງຕົ້ນກໍາເນີດການປູກຜັກເຮືອນຮົ່ມ ວ່າ: ປະຊາຊົນບ້ານນາຫາດ ແມ່ນເລີ່ມປູກຜັກມາແຕ່ປີ 1996 ເປັນຕົ້ນມາ ເບື້ອງຕົ້ນມີຈໍານວນ 15 ຄອບຄົວ ເຊິ່ງເຮັດແບບປະຖົມປະຖານ ຕາມມີຕາມເກີດ ແຕ່ພໍມາຮອດປີ 2004 ໄດ້ມີໂຄງການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ພັກ-ລັດເຫັນໄດ້ຄວາມດຸໝັ່ນຂອງຊຸມຊົນ ຈິ່ງໄດ້ນໍາພາໄປທັດສະນະຢູ່ນະຄອນຫຼວງ, ຫຼັງຈາກນັ້ນ ຈິ່ງໄດ້ນໍາພາປະຊາຊົນພາຍໃນບ້ານເຮັດເປັນຂະບວນ, ປະຈຸບັນ ແມ່ນມີສະມາຊິກກຸ່ມປູກຜັກເຮືອນຮົ່ມຈໍານວນ 40 ຄອບຄົວ ເຊິ່ງສະເລ່ຍຜົນຜະລິດໄດ້ 18.300 ກິໂລຕໍ່ເດືອນ ຫຼື ເທົ່າກັບ 73 ລ້ານກວ່າກີບຕໍ່ເດືອນ.


ຈາກນັ້ນ ກໍ່ໄດ້ໄປທ່ຽວຊົມສວນໝາກກ້ຽງຂອງ ທ່ານ ບຸນເສີຍ, ຊົມກຸ່ມການລ້ຽງສັດ, ການບົວລະບັດເຂົ້ານາປີຂອງປະຊາຊົນບ້ານໜອງອໍ້ ພ້ອມນັ້ນ ຍັງໄດ້ຮັບຟັງການລາຍງານໂດຍຫຍໍ້ ຂອງກຸ່ມການກະເສດບ້ານໜອງອໍ້ຈາກທ່ານ ດາວເພັດ ຫຼວງຊົມພູ ຄະນະພັກກຸ່ມໜອງອໍ້-ນາແປ ໂດຍທ່ານໃຫ້ຮູ້ວ່າ: ທົ່ວກຸ່ມໜອງອໍ້-ນາແປ ມີເນື້ອທີ່ຄຸ້ມຄອງທັງໝົດ 2.420 ເຮັກຕ່າ, ໃນນັ້ນ ເນື້ອທີ່ກະສິກໍາກວມເອົາ 669 ເຮັກຕ່າ ສ່ວນໃຫຍ່ເປັນດິນພູດອຍທີ່ອຸດົມສົມບູນໄປດ້ວຍທໍາມະຊາດ ມີຫ້ວຍຮ່ອງຄອງບຶງ ມີນໍ້າພາວໄຫລຜ່ານທີ່ເໝາະສໍາລັບເຮັດເໝືອງ-ຝາຍ ເພື່ອສະໜອງນ້ຳໃຫ້ແກ່ການຜະລິດເຂົ້ານາປີ ແລະ ນາແຊງ, ລວມທັງການທໍາມາຫາກິນ ແລະ ການປູກຝັງ-ລ້ຽງສັດ.

 

About admin11