ການປູກຜັກເຮືອນຮົ່ມສ້າງລາຍໄດ້ຢ່າງຫຼວງຫຼາຍໃຫ້ກັບປະຊາຊົນບ້ານນາຫາດ

 
ຕາມການໃຫ້ສໍາພາດຂອງທ່ານ ອ່ອນນ້ອຍ ໄຊຍະສານ ເລຂາພັກບ້ານ ນາຍບ້ານນາຫາດ ຕໍ່ນັກຂ່າວໃນວັນທີ 2 ກັນຍາ ນີ້ວ່າ: ບ້ານນາຫາດ ເປັນບ້ານໜຶ່ງທີ່ນອນຢູ່ໃນກຸ່ມພັດທະນາໜອງອໍ້-ນາແປ ເມືອງຄໍາເກີດ ແຂວງບໍລິຄຳໄຊ ປະຊາຊົນສ່ວນໃຫຍ່ແມ່ນຢຶດຖືອາຊີບປູກຝັງລ້ຽງສັດເປັນຕົ້ນຕໍ ແລະ ຄ້າຂາຍ ເປັນສໍາຮອງ, ບ້ານນາຫາດ ມີ 130 ຄອບຄົວ, ມີ 125 ຫຼັງຄາເຮືອນ ມີພົນລະເມືອງທັງໝົດ 699 ຄົນ, ຍິງ 307 ຄົນ, ໝົດບ້ານມີເນື້ອທີ່ທໍາການຜະລິດທັງໝົດ 50 ກ່ວາເຮັກຕ່າ ໃນນັ້ນ ເນື້ອທີ່ນາ 57 ເຮັກຕ່າ ສະມັດຕະພາບປູກເຂົ້າ 4 ໂຕ່ນຕໍ່ເຮັກຕ່າ, ເນື້ອທີ່ສວນ 2 ເຮັກຕ່າ ປະຊາຊົນພາຍໃນບ້ານແມ່ນຫັນເອົາການປູກຜັກເຮືອນຮົ່ມເປັນອາຊີບຕົ້ນຕໍທີ່ສ້າງລາຍໄດ້ຢ່າງຫຼວງຫຼາຍ.


ປະຈຸປັນ ໝົດບ້ານນາຫາດມີເຮືອນຮົ່ມທັງໝົດ 27 ຫຼັງ ເຊິ່ງໄດ້ປູກຜັກໄດ້ທຸກລະດູການຕະຫຼອດປີ ຜັກທີ່ປູກ ມີ ຜັກກາດ, ສະລັດ, ຜັກບົ້ງ, ຜັກຫົມ, ຫອມປ້ອມ ແລະ ຫອມບົ່ວ,  ກຸ່ມຜະລິດກະສິກໍາຂອງບ້ານນາຫາດ ແມ່ນໄດ້ເລີ່ມຂຶ້ນແຕ່ປີ 2014 ເຊິ່ງແມ່ນການຊຸກຍູ້ ແລະ ສະໜັບໜູນຂອງຫ້ອງການກະສິກໍາ – ປ່າໄມ້ເມືອງ ໄດ້ສົ່ງປະຊາຊົນຂອງບ້ານໄປຖອດຖອນບົດຮຽນຢູ່ບ້ານຫ້ອມ ບໍ່ໂອ ນະຄອນຫລວງວຽງຈັນ ເພື່ອນໍາເອົາຄວາມຮູ້ດັ່ງກ່າວມາສອນຕໍ່ປະຊາຊົນພາຍໃນບ້ານ, ຈາກນັ້ນ ຮອດກາງປີ 2020 ທາງພັກ-ລັດຂັ້ນເທິງເຫັນໄດ້ຄວາມສໍາຄັນຂອງປະຊາຊົນທີ່ມີຄວາມດຸໝັ່ນຫ້າວຫັນໃນການທໍາການຜະລິດ ທາງຫ້ອງການກະສິກໍາ – ປ່າໄມ້ເມືອງ ຈິ່ງໄດ້ມອບຜ້າຢາງ ຈໍານວນ 10 ກໍ້ ແລະ ຈັກປັ່ນດິນໃຫ້ແກ່ກຸ່ມຜະລິດກະສິກໍາບ້ານນາຫາດລວມມູນຄ່າ 50 ລ້ານກ່ວາກີບ ເພື່ອຊຸກຍູ້ ແລະ ສົ່ງ ເສີມການຜະລິດກະສິກໍາໃຫ້ໄດ້ຮັບປິສິດທິຜົນເປັນກ້າວໆ.


ທ່ານຍັງໃຫ້ຮູ້ຕື່ມອີກວ່າ ນອກຈາກການປູກຝັງແລ້ວ ປະຊາຊົນພາຍໃນບ້ານຍັງໄດ້ລ້ຽງສັດຕື່ມອີກ ເຊັ່ນ: ງົວ 500 ກ່ວາໂຕ, ໝູ 100 ກ່ວາໂຕ ແລະ ສັດປີກອີກ 300 ກ່ວາໂຕ, ສະເລ່ຍລາຍຮັບຈາກການຂາຍຜົນຜະລິດ ແລະ ສັດລ້ຽງໃນ 1 ປີ ໄດ້ 1 ລ້ານ 5 ແສນກີບ ຕໍ່ຄົນ ຕໍ່ປີ, ບ້ານສາມາດປະກາດເປັນບ້ານ ປອດຄະດີ, ບ້ານວັດທະນະທໍາ, ບ້ານຈົບຊັ້ນປະຖົມ ແລະ ບ້ານພັດທະນາ ໃນສົກປີຜ່ານມາ.

About admin11