ບໍລິຄຳໄຊ ສຸມໃສ່ວຽກງານຂົງເຂດນິຕິບັນຍັດ ແລະ ຕຸລາການ ໃຫ້ມີຄວາມໂປ່ງໃສ ແລະ ຍຸຕິທຳ

ຂົງເຂດນິຕິບັນຍັດ ແລະ ຂົງເຂດຕຸລາການ ມີບົດບາດສຳຄັນ ໃນການພັດທະນາເສດຖະກິດໃຫ້ມີການຂະຫຍາຍຕົວ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ພ້ອມດຽວກັນ ຍັງເຮັດໜ້າທີ່ຮັບປະກັນສິດທິ ແລະ ຜົນປະໂຫຍດຂອງພົນລະເມືອງ ໃຫ້ມີຄວາມເປັນເອກະພາບ ແລະ ຍຸຕິທຳ ໃນທົ່ວສັງຄົມ ຕາມແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ.

ໃນໄລຍະ 5 ປີຜ່ານມາ ແຂວງບໍລິຄຳໄຊ ຈຶ່ງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ, ຕິດຕາມກວດກາຢ່າງໃກ້ຊິດ ຕໍ່ວຽກງານດັ່ງກ່າວ ທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ທັງເປັນຜູ້ຊີ້ນໍາວຽກງານຂົງເຂດນິຕິບັນຍັດ ແລະ ຂົງເຂດຕຸລາການ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 9 ກັນຍາ 2020 ນີ້ວ່າ: ການປະຕິບັດພາລະບົດບາດດ້ານວຽກງານນິຕິບັນຍັດ ແຂວງບໍລິຄໍາໄຊໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ຢ່າງໃກ້ຊິດຕິດແທດລົງເລິກໃນການຄົ້ນຄ້ວາ ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ເພື່ອຫັນເຂົ້າສູ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍເທື່ອລະກ້າວ ໃນນີ້ສາມາດສ້າງ ແລະ ປັບປຸງນິຕິກໍາຈໍານວນ 16 ສະບັບ, ພ້ອມນີ້ກໍ່ຍັງໄດ້ເອົາໃຈໃສ່ ຄົ້ນຄ້ວາບັນດາຮ່າງກົດໝາຍ ທີ່ສະພາແຫ່ງຊາດສົ່ງມາທາບທາມ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາ ໄດ້ຫຼາຍກ່ວາ 50 ສະບັບ, ໄດ້ລົງໂຄສະນາເຜີຍແຜ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ຕິດພັນກັບການເຜີຍແຜ່ບັນດາກົດໝາຍ ເປັນຕົ້ນແມ່ນບາງມາດຕາ ກົດໝາຍວ່າດ້ວຍສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ, ກົດໝາຍວ່າດ້ວຍຄອບຄົວ ແລະ ອື່ນໆ, ພ້ອມດຽວກັນ ຍັງໄດ້ເຂົ້າຮ່ວມໃນການຄົ້ນຄ້ວາ ການດັດແກ້ແຜນງົບປະມານ, ແຜນການລົງທຶນຂອງລັດ, ການພິຈາລະນາຮັບຮອງເອົານິຕິກໍາ ຂອງອົງການປົກຄອງແຂວງ ແລະ ສະພາປະຊາຊົນແຂວງ.

ສຳລັບວຽກງານຕິດຕາມກວດກາ ກໍ່ເປັນວຽກງານໜຶ່ງທີ່ສຳຄັນ ແລະ ໄດ້ຮັບຄວາມເອົາໃຈສູງ ໃນໄລຍະຜ່ານມາ ໄດ້ມີການຕິດຕາມກວດກາຫຼາຍວຽກງານສຳຄັນ ເປັນຕົ້ນແມ່ນການນໍາໃຊ້ສານເຄມີເກີນຄ່າມາດຕະຖານ, ການເຊົ່າ-ສໍາປະທານທີ່ດິນຂອງລັດ ເພື່ອການພັດທະນາ, ການຍົກຍ້າຍຈັດສັນປະຊາຊົນທີ່ຖືກຜົນກະທົບຈາກໂຄງການລົງທຶນຂອງລັດ, ການແກ້ໄຂຜົນການກວດສອບ, ໂຄງການແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ເຂດຈຸດສຸມຂອງລັດຖະບານ, ຈຸດສຸມຂອງແຂວງ, ໄດ້ຮັບຄຳຮ້ອງຂໍຄວາມເປັນທຳ ທີ່ຍື່ນຕໍ່ຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ສະພາປະຊາຊົນແຂວງ ໂດຍກົງ 269 ເລື່ອງ ໃນນີ້ສະພາແຫ່ງຊາດສົ່ງໃຫ້ພິຈາລະນາ 13 ເລື່ອງ, ເປັນຄໍາຮ້ອງຂໍຄວາມເປັນທຳ 141 ເລື່ອງ, ຄໍາສະເໜີ 128 ເລື່ອງ ໄດ້ຄົ້ນຄ້ວາພິຈາລະນາແກ້ໄຂແລ້ວ 267 ເລື່ອງ, ຍັງຄ້າງ 2 ເລື່ອງ ບັນຫາທີ່ພົ້ນເດັ່ນແມ່ນ ບໍ່ພໍໃຈຕໍ່ຄໍາຕັດສິນຂອງສານ ຫຼື ຄໍາພິພາກສາຂອງສານ, ຂໍ້ຂັດແຍ່ງກ່ຽວກັບທີ່ດິນ, ຜົນກະທົບຈາກການລົງທຶນຂອງລັດ, ເອກະຊົນ ແລະ ອື່ນໆ ແລະ ໄດ້ໃຫ້ຄໍາປຶກສາທາງດ້ານກົດໝາຍແກ່ປະຊາຊົນ ຈໍານວນ 180 ຄັ້ງ, 280 ເທື່ອຄົນ, ຍິງ 80 ຄົນ ແລະ ໄດ້ລົງໂຄສະນາເຜີຍແຜ່ຜົນສໍາເລັດກອງປະຊຸມ ຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນແຂວງ ຊຸດທີ I ຮອດກອງປະຊຸມສະໄໝສາມັນເທື່ອທີ 9 ໄດ້ທັງໝົດ 490 ຈຸດ ໃນທົ່ວແຂວງ, ມີຜູ້ເຂົ້າຮ່ວມຮັບຟັງ 41.871 ຄົນ, ຍິງ 17.891 ຄົນ, ມີຄໍາສະເໜີທີ່ຈະຕ້ອງໄດ້ຮີບຮ້ອນແກ້ໄຂ 256 ຄໍາສະເໜີ ໃນຂະນະດຽວກັນນັ້ນສະມາຊິກສະພາປະຊາຊົນແຂວງ ກໍ່ຍັງໄດ້ເອົາໃຈໃສ່ອະທິບາຍຊີ້ແຈງຕໍ່ປະຊາຊົນ ຕໍ່ກັບຄໍາສະເໜີທີ່ເປັນອັນສະເພາະ ສັງລວມແລ້ວຫຼາຍຮ້ອຍບັນຫາ.

ຂົງເຂດຕຸລາການ ກໍ່ໄດ້ຮັບການເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງຕໍ່ເນື່ອງ ເຮັດໃຫ້ຫຼາຍວຽກງານໄດ້ຮັບການປັງປຸງໃຫ້ດີຂຶ້ນເປັນກ້າວໆ, ກ່ຽວກັບການພິຈາລະນາຕັດສິນຄະດີ ມີຄວາມຖືກຕ້ອງ ແລະ ແທດເໝາະ ກັບຄວາມເປັນຈິງ, ຜູ້ພິພາກສາມີຄຸນທາດການເມືອງ, ມີຄວາມຮູ້ຄວາມສາມາດທາງວິຊາສະເພາະ, ສາມາດເກັບກໍາຂໍ້ມູນຫຼັກຖານ, ການພິຈາລະນາຕັດສິນຄະດີ ມີຄວາມຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ຖືກຕ້ອງຕາມກົດໝາຍ ແລະ ຄວາມປັນຈິງ. ຄວາມຮັບຮູ້ ແລະ ເຂົ້າໃຈຂອງປະຊາຊົນ ຕໍ່ການເຄື່ອນໄຫວວຽກງານຂອງສານປະຊາຊົນສູງຂື້ນ ເຮັດໃຫ້ຫາງສຽງຈົ່ມວ່າຕໍ່ສານປະຊາຊົນນັບມື້ໝົດໄປ, ການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໂດຍລວມເຫັນໄດ້ວ່າມີທ່າອ່ຽງດີຂຶ້ນ ຫຼາຍຄະດີຄວາມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ, ການເກັບກໍາຂໍ້ມູນສັ່ງຟ້ອງໃຫ້ສານຕັດສິນ ສອດຄ່ອງກັບກົດໝາຍ ແລະ ຄວາມເປັນຈິງ.

About admins14