ໄຊຈຳພອນ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ

ໃນວັນທີ 3 ກັນຍາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຈຳພອນ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ 4 ບຸກ ແລະ ທຸງໄຊນໍາໜ້າ 4 ບຸກ ຂຶ້ນ ເຂົ້າຮ່ວມໂດຍ ສະຫາຍ ໂກ່ ໄຊສົມບັດ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ ແລະ ສະຫາຍ ວັນນະສີນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄຳໄຊ, ມີຄະນະບໍລິຫານງານຊາວໜຸ່ມເມືອງ, ສະມາຊິກຊາວໜຸ່ມ, ເຍົາວະຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໃນພິທີ ສະຫາຍ ບຸນຍັງ ວົງວິໄຊ ເລຂາຊາວຫນຸ່ມເມືອງໄຊຈຳພອນ ໄດ້ຂື້ນຜ່ານບົດສະຫຼຸບໃນການຈັດຕັ້ງປະຕິບັດຂໍ້ແຂ່ງ ຂັນ 4 ບຸກ ປີ 2019 ແລະ ທິດທາງແຜນການປີ 2020 ວ່າ ປະຈຸບັນ ຄະນະບໍລິຫານງານຊາວໜຸ່ມເມືອງໄຊຈຳພອນ ມີສະມາຊິກຊາວໜຸ່ມທັງໜົດ 1.774 ສະຫາຍ, ຍິງ 856 ສະຫາຍ, ປະກອບມີ 29 ຮາກຖານ, 62 ໜ່ວຍຮາກຖານ ເຊິ່ງສາມາດປະເມີນແຕ່ລະດ້ານໄດ້ ຄື: ດ້ານການເມືອງແນວຄິດສາມາດຕີລາຄາໄດ້ 92,75%, ດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນຕີລາຄາໄດ້ 90,88%, ດ້ານການຈັດຕັ້ງຕີລາຄາໄດ້ 88,84% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳ ຕີລາຄາໄດ້ 85,82%. ຫຼັງຈາກນັ້ນກໍ່ໄດ້ມີພິທີມອບ ໃບຢັ້ງຢືນ 4 ບຸກ ແລະ ທຸງໄຊ ນຳຫນ້າ 4 ບຸກໂດຍ ໃຫ້ກຽດມອບໂດຍສະຫາຍ ວັນນະສີນ ສອນວິໄລ ແລະ ຮັບໂດຍ ສະຫາຍ ບຸນຍັງ ວົງວິໄຊ ເລຂາຊາວຫນຸ່ມເມືອງໄຊຈຳພອນ.

ຕອນທ້າຍພິທີຍັງໄດ້ຮັບຟັງການລົມຂອງ ສະຫາຍ ໂກ່ ໄຊສົມບັດ ແລະ ສະຫາຍ ວັນນະສີນສອນວິໄລ ເຊິ່ງການໂອ້ລົມດັ່ງກ່າວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ແລະ ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມ ຈົ່ງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ກໍ່ຄືແຜນການໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນດັ່ງກ່າວ ຂອງຊາວໜຸ່ມເມືອງ ປະຈຳປີ 2020 ໂດຍຕິດພັນກັບໜ້າທີ່ວິຊາສະເພາະ ເປັນເສນາທິການທີ່ຫ້າວຫັນ, ເຂັ້ມແຂງໃຫ້ແກ່ຄະນະພັກ ພ້ອມທັງເພີ່ມທະວີການສ້າງຂະບວນການໃຫ້ຟົດຟື້ນ-ຕໍ່ເນື່ອງ ແລະ ຮັກສາມູນເຊື້ອນາມມະຍົດໜ່ວຍຊາວໜຸ່ມ 4 ບຸກໄວ້ໃຫ້ໝັ້ນຄົງຕະຫລອດໄປ.

ໃນພິທີຄັ້ງນີ້ ຄະນະບໍລິຫານງານຊາວຫນຸ່ມແຂວງ ໄດ້ມອບອຸປະກອນກິລາ ໃຫ້ແກ່ຄະນະບໍລິຫານງານຊາວຫນຸ່ມເມືອງໄຊຈຳພອນ ມູນຄ່າ 750.000 ກີບ.

About admins16