ປະກາດການແຕ່ງຕັ້ງຄະນະນຳກອງບັນຊາການທະຫານເມືອງທ່າພະບາດ


ໃນວັນທີ 4 ກັນຍາ 2020 ຢູ່ກອງບັນຊາການທະຫານເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີ ປະກາດການຈັດຕັ້ງ ຂອງກອງບັນຊາການທະຫານເມືອງ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພູວົງ ພີມມະສອນ ຮອງເລຂາພັກເມືອງ ທ່າພະບາດ, ທ່ານ ພັອ ຄຳສາຍ ພັນດານຸງວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ.

ອີງຕາມຂໍ້ຕົກລົງ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສະບັບເລກທີ 3607/ກປທ, ລົງວັນທີ 31 ສິງຫາ 2020 ວ່າດ້ວຍການແຕ່ງຕັ້ງ ທ່ານ ພັທ ບຸນເລີດ ປະດາໄຊ ເປັນຫົວໜ້າການເມືອງ, ທ່ານ ພັຕ ສຸວັນຄຳ ດວງມາໄລ ເປັນຮອງຫົວໜ້າການທະຫານ ທັງເປັນຫົວໜ້າພະແນກເສນາທິການ, ພ້ອມນັ້ນ ຍັງໄດ້ຜ່ານຄຳສັ່ງ ສະບັບເລກທີ 284 / ກບຊ, ລົງວັນທີ 17 ສິງຫາ 2020 ວ່າດ້ວຍການຍົກຍ້າຍ ທ່ານ ພັທ ບຸນເລີດ ອິນທະລີຍະວົງ ຮອງການທະຫານ ກອງບັນຊາການທະຫານເມືອງທ່າພະບາດ ໄປຮັບໜ້າທີ່ໃໜ່ຢູ່ທີ່ກອງບັນຊາການທະຫານແຂວງ.

About admin11