ກອງປະຊູມໃຫຍ່ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊ ໄດ້ໄຂຂື້ນຢ່າງເປັນທາງການ

ໃນທ່າມກາງບັນຍາກາດທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນທັງຊາດ ໂດຍສະເພາະແມ່ນປະຊາຊົນບັນດາເຜົ່າຊາວແຂວງບໍລິຄຳໄຊ ພວມຈັດຕັ້ງປະຕິບັດມະຕິກອງປະຊູມໃຫຍ່ ຄັ້ງທີ X ຂອງພັກ, ມະຕິ VI ຂອງອົງຄະນະພັກແຂວງບໍລິຄຳໄຊ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຢ່າງຕັ້ງໜ້າ ກອງປະຊູມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງບໍລິຄຳໄຊ ໄດ້ໄຂຂື້ນໃນຕອນເຊົ້າວັນທີ 24 ກັນຍາ 2020  ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ມີຜູ້ແທນສົມບູນ 237 ສະຫາຍ, ຍິງ 26 ສະຫາຍ ເປັນຕົວແທນໃຫ້ແກ່ສຳມະຊິກພັກທົ່ວແຂວງ 13,467 ສະຫາຍ, ຍິງ 3,295 ສະຫາຍ ແລະ ແຂກຖືກເຊີນຈາກສູນກາງ ແລະ ທ້ອງຖີ່ນເຂົ້າຮ່ວມ, ໃນກອງປະຊູມ ໄດ້ເປັນກຽດຕ້ອນຮັບ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ປະທານກວດກາສູນກາງພັກ.

ໃນກອງປະຊຸມ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ໄດ້ເປັນກຽດຂຶ້ນຜ່ານບົດລາຍງານການເມືອງ ທັງສອງພາກ ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນຜົນງານການນຳພາ-ຊີ້ນຳ ຂອງອົງຄະນະພັກແຂວງບໍລິຄຳໄຊ ຕະຫຼອດໄລຍະ 5 ປີຜ່ານມາ ເຖີງວ່າແຂວງບໍລິຄຳໄຊ ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດຮ້າຍແຮງ ປີ 2017 – 2019 ການແຜ່ລະບາດຂອງພະຍາດສັດອະຫິວາໝູອາຟິກກາ ແລະ ຜົນກະທົບຕໍ່ເສດຖະກິດ ຂອງການລະບາດ ໂຄວິດ 19, ບັນຫາປະກົດການຫຍໍ້ທໍ້ໃນສັງຄົມຕ່າງໆ ໄດ້ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດຂອງແຂວງບໍລິຄໍາໄຊ ແຕ່ພາຍໃຕ້ການນໍາພາ-ຊີ້ນຳ ຂອງຄະນະບໍລິຫານງານພັກແຂວງ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຊຸດທີ VI ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IV 2016 – 2020 ແຂວງບໍລິຄຳໄຊ ໄດ້ສູມໃສ່ການແກ້ໄຂບັນຫາ 4 ເຖື່ອນ ແລະ 9 ຫົວຂໍ້ວິທະຍາສາດ ເຂົ້າສູ່ວຽກງານຕົວຈິງຢູ່ແຕ່ລະຂະແໜງການ ແລະ ໄດ້ເຮັດໃຫ້ແຂວງ ໄດ້ມີຄວາມສະຫງົບໂດຍພື້ນຖານ ແລະ ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນອັດຕາ​ສະ​ເລ່ຍ 6,5% ຕໍ່ປີ ລວມຍອດຜະລິດຕະພັນພາຍໃນບັນລຸ 5.878 ຕື້ກີບ, ສະເລ່ຍໃສ່ພົນລະເມືອງໄດ້ 18.336.343 ກີບ ເທົ່າກັບ 2.060 ໂດລາ  ໂຄງປະກອບເສດຖະກິດ: ຂະແໜງກະສິກໍາ ກວມ 26%, ອຸດສາຫະກໍາ 48,9% ແລະ ການບໍລິການ 25,1% ຂອງ GPP; ການລົງທຶນບັນລຸ 7.914 ຕື້ກີບ ກວມ 29,8% ຂອງລວມຍອດຜະລິດຕະພັນພາຍໃນ 5 ປີ ການຈັດເກັບລາຍຮັບເຂົ້າງົບປະມານ ໄດ້ຕາມແຜນທີ່ວາງໄວ້, ເຮັດໃຫ້ແຂວງສາມາດກຸ້ມຕົນເອງດ້ານສະບຽງອາຫານໄດ້ໂດຍພື້ນຖານ, ຫຼຸດຜ່ອນການນໍາເຂົ້າ ແລະ ມີຜົນຜະລິດສົ່ງອອກ, ຊຸກຍູ້ສົ່ງເສີມການປູກພືດເປັນສິນຄ້າໄດ້ຂະຫຍາຍຕົວຢ່າງກວ້າງຂວາງ ສີ່ງທີ່ພົ້ນເດັ່ນແມ່ນ ກຸ່ມປູກຜັກອິນຊີບ້ານຫົວນາເມືອງບໍລິຄັນ,  ກໍາຈັດການຖາງປ່າເຮັດໄຮ່ແບບເລື່ອນລອຍຢ່າງເຂັ້ມງວດ, ສ້າງໃຫ້ທຸກຄົນມີສ່ວນຮ່ວມໃນການປົກປັກຮັກສາ, ຄຸ້ມຄອງແຫຼ່ງນ້ຳ, ຟື້ນຟູ ແລະ ພັດທະນາປ່າໄມ້ໃຫ້ມີຄວາມສົມດຸນ, ທົ່ວແຂວງມີເນື້ອທີ່ປົກຫຸ້ມຂອງປ່າໄມ້ກວມ 70,41%, ສົ່ງເສີມການປູກ – ການລ້ຽງ ແລະ ການປະມົງແບບທໍາມະຊາດຫັນໄປສູ່ການນໍາໃຊ້ເຕັກນິກວິທະຍາສາດ ແລະ ຫັນເປັນກຸ່ມ, ເປັນຟາມ ສາມາດສະໜອງຊີ້ນ, ປາ ແລະ ໄຂ່ ເພື່ອບໍລິໂພກໄດ້ເປັນຢ່າງດີ ສະເລ່ຍ 52,4 ກິໂລຕໍ່ຄົນຕໍ່ປີ, ໂຮ​ງງານອຸດສາຫະກຳ, ຫັດຖະກຳ​ປຸງ​ແຕ່ງ​ເພີ່ມຂື້ນ 15,4% ທຽບໃສ່ປີ 2015, ທົ່ວແຂວງໄດ້ມີລະບົບໄຟຟ້າ, ການຄົມມະນາຄົມ ແລະ ການບໍລິການໂທລະຄົມ ໄດ້ເຂົ້າເຖີງປະຊາຊົນຢູ່ຂັ້ນຮາກຖານຢ່າງທົ່ວເຖີງ, ການຈັດເກັບລາຍຮັບເຂົ້າງົບປະມານ ພູດສູນກາງປະຕິບັດໄດ້ 2.650 ຕື້ກີບ ເທົ່າ​ກັບ103,43%,  ພູດຂອງແຂວງ ປະຕິບັດໄດ້ 956 ຕື້ກີບ, ເທົ່າກັບ 94,19% ຂອງແຜນການ.

ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ກໍ່ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານໃນຫຼາຍຮູບການ ແລະ ນໍາພາ-ຊິ້ນໍາຈັດຕັ້ງປະຕິບັດຕາມ 4 ເນື້ອໃນ 4 ຄາດໝາຍ ໂດຍການປັບປຸງລະບົບການເມືອງຢູ່ຮາກຖານຢ່າງໜັກແໜ້ນ, ຈັດສັນເຕົ້າໂຮມບ້ານ, ສ້າງບ້ານໃຫຍ່ໃຫ້ກາຍເປັນບ້ານໃຈກາງພັດທະນາ ແລະ ກາຍເປັນສີສັນຕົວເມືອງນ້ອຍໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຕາມດໍາລັດ ເລກທີ 309/ນຍ ໃນປີ 2018 ທົ່ວແຂວງມີຄອບຄົວພົ້ນທຸກ ກວມ 98,2%, ບ້ານພົ້ນທຸກກວມ 89% ແລະ ເມືອງພົ້ນທຸກ 6 ເມືອງ; ມີຄອບຄົວພັດທະນາ 86,73%, ບ້ານພັດທະນາກວມ 70,44%, ຜົນປະເມີນປີ 2019 ຕາມດໍາລັດ 348/ນຍ ມີຄອບຄົວພົ້ນທຸກກວມ 93,2%, ບ້ານພົ້ນທຸກກວມ84,48%, ເມືອງພົ້ນທຸກ 5 ເມືອງ ແລະ ມີຄອບຄົວພັດທະນາ87%, ບ້ານພັດທະນາກວມ 73,54%, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ໃນ 5 ດ້ານ ມີເມືອງບັນລຸ 4 ດ້ານ ມີ 5 ເມືອງ ຄື: ເມືອງປາກຊັນ, ທ່າພະບາດ, ປາກກະດິງ, ບໍລິຄັນ ແລະ ຄໍາເກີດ; ເມືອງທີ່ບັນລຸເງື່ອນໄຂ 3 ດ້ານ ມີ 2 ເມືອງ ຄື: ເມືອງໄຊຈໍາພອນ ແລະ ວຽງທອງ, ສ້າງບ້ານເປັນຫົວໜ່ວຍພັດທະນາ 4 ດ້ານ ໃນທົ່ວແຂວງທັງໝົດ 291 ບ້ານ, ມີບ້ານບັນລຸ 4 ດ້ານ 148 ບ້ານ; ບັນລຸ 3 ດ້ານ 26 ບ້ານ, ບັນລຸ 2 ດ້ານ 57 ບ້ານ, ບັນລຸ 1 ດ້ານ 30 ບ້ານ ແລະ ບ້ານບໍ່ບັນລຸທັງ 4 ດ້ານມີ 30 ບ້ານ, ໄດ້ປັບປຸງການສຶກສາໃຫ້ມີຄຸນນະພາບດີຂຶ້ນ, ປະຕິບັດຕົວຊີ້ວັດເປົ້າໝາຍສະຫັດສະຫວັດ ຫຼາຍດ້ານບັນລຸຕາມຄາດໝາຍ, ໄດ້ຮັບຮອງເປັນແຂວງຈົບມັດທະຍົມ​ຕົ້ນ, ຕາໜ່າງສາທາລະນະສຸກໄດ້ຂະຫຍາຍປົກຄູມ 100%, ສ້າງບ້ານແບບຢ່າງດ້ານສາທາລະນະສຸກ ກວມ 93,8%, ປັບປຸງຍົກລະດັບວິທະຍຸ, ໂທລະພາບ, ໜັງສືພີມ, ເວບໄຊ໌ ໃຫ້ມີຄຸນນະພາບດີຂຶ້ນ, ມີບ້ານວັດທະນະທໍາ ກວມ 91,06%ແລະ ຄອບຄົວ ກວມ 84,62% ເອົາໃຈໃສ່ປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ, ວັດທະທໍາ ທີ່ມີການບໍລິການອະນຸລັກ ແລະ ປະຊາຊົນມີສ່ວນຮ່ວມ ແລະ  ຮັບຮອງວັດພະບາດໂພນສັນເປັນມໍລະດົກຂອງແຂວງ.

ຄຽງຄູ່ກັບການພັດທະນາດ້ານອື່ນໆ ກອງທຶນໜຶ່ງດວງໃຈບໍລິຄໍາໄຊຊ່ວຍເຫຼືອສັງຄົມ ໄດ້ເຄື່ອນໄຫວສ້າງກິດຈະກໍາຫາລາຍໄດ້ ແລະ ລະດົມທຶນຈາກທຸກພາກສ່ວນໃນສັງຄົມ ມາຮອດປະຈຸບັນມີເງິນກອງທຶນ 8 ຕື້ກວ່າກີບ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົມ ເຊັ່ນ: ກໍ່ສ້າງ ແລະ ສ້ອມແປງໂຮງຮຽນຈໍານວນ 50 ຫຼັງ ມູນຄ່າ 5 ຕື້ກວ່າກີບ, ມອບລົດຮັບສົ່ງຄົນເຈັບ 2 ຄັນ, ວັດຖຸອຸປະກອນການແພດ ໃຫ້ໂຮງໝໍແຂວງ, ຊ່ວຍຕ້ານໄພນໍ້າຖ້ວມ 2 ແຂວງພາກໃຕ້ມູນຄ່າ 90 ລ້ານກວ່າກີບ, ບັນເທົາທຸກໃຫ້ແກ່ຄອບຄົວອານາຖາ ແລະ ຖືກເຄາະຮ້າຍຈາກໄພພິບັດຕ່າງໆ ເປັນມູນຄ່າ 1,3 ຕື້ກວ່າກີບ; ປະກອບລົດດັບເພີງ 2 ຄັນ ໃຫ້ແກ່ກອງບັນຊາການ ປກສ ແຂວງ ແລະ ປະກອບສ່ວນຊ່ວຍສັງຄົມວຽກອື່ນໆ.

ກອງປະຊູມນີ້ຈະໄດ້ດຳເນີນໄປເປັນເວລາ 2 ວັນ ຈຶ່ງຈະສຳເລັດ.

 

About admin11