ພະແນກ ຖວທ ແຂວງ ເຊື່ອມຊຶມເອກະສານສຳຄັນຂອງພັກ-ລັດ

ໃນຕອນເຊົ້າຂອງວັນທີ 3 ກັນຍາ 2020 ພະແນກ ຖວທ ແຂວງ ໄດ້ຈັດພິທີເຜີຍແຜ່ເອກະສານສຳຄັນຕ່າງໆຂອງພັກ-ລັດ ຢູ່ຫ້ອງປະຊຸມຂອງຕົນ ໃຫ້ກຽດເຜີຍແຜ່ເອກະສານໂດຍທ່ານ ອຸດອນ ສອນສຸລິນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ເຂົ້າຮ່ວມຮັບຟັງ.

ທ່ານ ອຸດອນ ສອນສຸລິນ ໄດ້ຍົກໃຫ້ເຫັນເຖິງເນື້ອໃນຈິດໃຈຂອງຄຳສັ່ງ ເລກທີ 097/ກມສພ ລົງວັນທີ 18 ກຸມພາ 2020 ວ່າດ້ວຍການເພີ່ມທະວີການຊີ້ນຳ ຕໍ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ວ່າ: ພັກ-ລັດເຮົາຍາມໃດ ກໍ່ຖືການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວຽກຍຸດທະສາດສໍາຄັນ ແລະ ໄດ້ຊີ້ນໍາການຈັດຕັ້ງປະຕິບັດ ໂດຍສຸມທຶນຮອນເຂົ້າໃສ ການພັດທະນາຢ່າງແທດເຖິງ, ຕໍ່ເນື່ອງ ສາມາດເຮັດໃຫ້ຊົນນະບົດຢູ່ປະເທດເຮົາ ໄດ້ມີໂສມໃໝ່ ແລະ ມີການຫັນປ່ຽນດີຂຶ້ນເປັນກ້າວໆ. ສະນັ້ນ ເພື່ອຍູ້ແຮງສ້າງການຫັນປ່ຽນທີ່ຕັ້ງໜ້າ ໃຫ້ແກ່ການພັດທະນຊົນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ ອົງການປົກຄອງທຸກຂັ້ນໃນທົ່ວປະເທດ ຕ້ອງໄດ້ຢືດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ການພັດທະນາຊົນນະບົດຮອບດ້ານ, ຖືເປັນໜ້າທີ່ຍຸດທະສາດ, ທັງເປັນວຽກບູລິມະສິດສໍາຄັນຂອງພັກ-ລັດ ແລະ ທົ່ວສັງຄົມ, ຕ້ອງເຮັດໃຫ້ລະບົບການເມືອງຢູ່ຊົນນະບົດ ມີຄວາມເຂັ້ມແຂງ, ໜັກແໜ້ນ, ສາມາດ ນຳພາປະຊາຊົນ ເປັນເຈົ້າໃນການປົກປັກຮັກສາ, ພັດທະນາຕົນເອງ ແລະ ບ້ານຊ່ອງ ໃຫ້ຫຼຸດພົ້ນຈາກຄວາມທຸກຍາກ, ຮັບປະກັນຄວາມສົມດູນ ລະຫວ່າງການພັດທະນາເສດຖະກິດ ກັບການພັດທະນາສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ, ຕ້ອງຕິດພັນກັບການແກ້ໄຂຄວາມແຕກໂຕນຂອງການພັດທະນາ ລະຫວ່າງຕົວເມືອງ ແລະ ຊົນນະບົດ, ແນໃສ່ສ້າງເປັນຕົວເມືອງຢູ່ແຕ່ລະເຂດແຄ້ວນຍ່າງເໝາະສົມ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕ້ອງຮັບປະກັນການຂຸດຄົ້ນກຳລັງແຮງສັງລວມ ແລະ ດໍາເນີນການຢ່າງຮອບດ້ານ, ຕ້ອງເຮັດໃຫ້ວຽກງານພັດທະນາຊົນນະບົດ ຕິດພັນກັບການສ້າງໂຄງການຈຸດສຸມ ຜະລິດເປັນສິນຄ້າຂອງທົ່ວປະເທດ ຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດທັງພາຍໃນ ແລະ ຕ່າງປະເທດ.

ສຳລັບທິດທາງໃນຕໍ່ໜ້າ ໃຫ້ຍູ້ແຮງການສົ່ງເສີມການຜະລິດກະສິກຳ ແລະ ປ່າໄມ້ເປັນສິນຄ້າ ຕິດພັນກັບອຸດສາຫະກຳປຸງແຕ່ງ ແລະ ການຕະຫຼາດຕາມທ່າແຮງໄດ້ປຽບຂອງທ້ອງຖິ່ນ-ເຂດແຄ້ວນ, ນຳໃຊ້ທີ່ດິນກະສິກຳທີ່ໄດ້ກຳນົດ ແລະ ປັກຫຼັກໝາຍເຂດສະຫງວນແລ້ວນັ້ນ ໃຫ້ມີປະສິດທິຜົນ ແລະ ຍືນຍົງ, ສືບຕໍ່ຈັດຕັ້ງການຜະລິດ ແລະ ການບໍລິການໃຫ້ແກ່ຊາວກະສິກອນ ໂດຍເລີ່ມຈາກການສ້າງເສດຖະກິດຮ່ວມມືຮູບແບບຕ່າງໆ ຢູ່ຊົນນະບົດໃຫ້ເຄື່ອນໄຫວມີຄຸນນະພາບ ແລະ ປະສິດທິຜົນ, ຮີບຮ້ອນດຳເນີນການສະຫຼຸບປະມວນຜົນ ບັນດາການຈັດຕັ້ງການຜະລິດ ຢູ່ຊົນນະບົດ ແລະ ການໃຫ້ເຊົ່າ ສຳປະທານທີ່ດິນ ຂອງນັກລົງທຶນພາຍໃນ ແລະ ຕ່າງປະເທດ ກັບປະຊາຊົນໃນຮູບແບບຕ່າງໆ ເປັນຕົ້ນແມ່ນຮູບແບບ 2+3 ( ປະຊາຊົນເປັນເຈົ້າຂອງທີ່ດິນ ແລະ ແຮງງານ ສ່ວນຜູ້ລົງທຶນຮັບຜິດຊອບແນວພັນ ເຕັກນິກ ແລະ ການຕະຫຼາດ ) ຮູບແບບ 1+4 ( ປະຊາຊົນເປັນເຈົ້າຂອງທີ່ດິນ ຜູ້ລົງທຶນຮັບຜິດຊອບດ້ານແຮງງານ, ແນວພັນ, ເຕັກນິກ ແລະ ການຕະຫຼາດ ) ແລະ ຮູບແບບອື່ນໆ, ສ້າງເງື່ອນໄຂ ແລະ ໃຫ້ໂອກາດແກ່ປະຊາຊົນຊາວກະສິກອນ ໄດ້ຮຽນຮູ້ ແລະ ນຳໃຊ້ເຕັກນິກວິທະຍາສາດກະສິກຳສະໄໝໃໝ່, ຮີບຮ້ອນສ້າງແຜນແມ່ບົດພັດທະນາຮອບດ້ານ, ສ້າງເປັນໂຄງການ, ແຜນວຽກ, ແຜນຄົນ, ແຜນເງິນ, ສືບຕໍ່ເພີ່ມທະວີການພົວພັນ-ຮ່ວມມື ກັບຕ່າງປະເທດ, ບັນດາປະເທດເພື່ອນມິດຍຸດທະສາດ, ສະຖາບັນຄົ້ນຄວ້າວິທະຍາສາດ, ສະຖາບັນການເງິນ, ອົງການຈັດຕັ້ງສາກົນ ການເລືອກເຟັ້ນ ແລະ ຄໍານຶງເຖິງປະສິດທິຜົນ ເພື່ອຍາດແຍ່ງກາລະໂອກາດ ຈາກການເຊື່ອມໂຍງພາກພື້ນ ແລະ ສາກົນ ເຂົ້າໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫຫຼາຍ ຂຶ້ນ ແລະ ແທດກັບຕົວຈິງ.  ພ້ອມນີ້ ທ່ານຍັງໄດ້ເຊື່ອມຊຶມດຳລັດຂອງລັດຖະບານວ່າດ້ວຍການແຂ່ງຂັນ ແລະ ຍ້ອງຍໍ.

ຈາກນັ້ນ ທ່ານ ສົນທອງ ວີບຸນກວ້າງ ຮອງຫົວໜ້າພະແນກ ຖວທ ແຂວງ ກໍ່ໄດ້ຂຶ້ນຜ່ານເອກະສານ ຄຳແນະນຳຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທະບຽນສານ, ແຈ້ງການແນະນຳຂອງອົງການກວດກາລັດແຂວງ ວ່າດ້ວຍການແຈ້ງຊັບສິນ ແລະ ລາຍຮັບ, ການຄຸ້ມຄອງຍົກຍ້າຍພະນັກງານຂັ້ນຕົນຄຸ້ມຄອງ ແລະ ແຈ້ງການຂອງຫ້ອງວ່າການແຂວງ ສ້າງຂະບວນການປຸກລະດົມ ຊຸກຍູ້ເສຍຄ່າທຳນຽມທາງ, ພາສີທີ່ດິນ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 7 ຂອງອົງຄະນະພັກແຂວງ.

About admins16