ບໍລິສັດ ພູວຽງ ຈັນທິວົງ ກໍ່ສ້າງຄົບວົງຈອນ ຈຳກັດ ແລະ 3 ໂຮງຮຽນ ທະຫານ ມອບເງິນຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ VII ອົງຄະນະພັກແຂວງ

ເພື່ອເປັນການປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊ ທີ່ໄດ້ໄຂຂຶ້ນໃນລະຫວ່າງວັນທີ 24-25 ກັນຍາ 2020 ໃນວັນທີ 25 ກັນຍາ 2020 ຢູ່ຫ້ອງຮັບຮອງຂອງແຂວງ ຕາງໜ້າໃຫ້ 4 ພາກສ່ວນ ໄດ້ນຳເງິນມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າໃຫ້ການນຳແຂວງຮັບໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງຫົວໜ້າອະນຸກຳມະການເສດຖະກິດ, ມີອະນຸກຳມະການເສດຖະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ພາກສ່ວນທີ່ມາປະກອບສ່ວນຊຸກຍູ້ໃນຄັ້ງນີ້ປະກອບດ້ວຍ: ບໍລິສັດ ພູວຽງ ຈັນທິວົງ ກໍ່ສ້າງຄົບວົງຈອນຈຳກັດ ມູນຄ່າ 10.000.000 ກີບ, ໂຮງຮຽນການທະຫານ 301, 303 ແລະ ໂຮງຮຽນການທະຫານ 712 ພາກສ່ວນລະ 1.000.000 ກີບ.

ເພື່ອເປັນການຍ້ອງຍໍສັນລະເສີນ ແລະ ເປັນການຢັ້ງຢືນຕໍ່ຜົນງານຄວາມດີ ແຂວງບໍລິຄຳໄຊ ໄດ້ມອບໃບຍ້ອງຍໍ ແລະ ໃບຂອບໃຈ ໃຫ້ແຕ່ລະພາກສ່ວນ ທີ່ມີຜົນງານດີເດັ່ນປະກອບສ່ວນຊຸກຍູ້ ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄໍາໄຊໃນຄັ້ງນີ້.

About admins16