ບໍລິຄຳໄຊ ເອົາໃຈໃສ່ສ້າງຄວາມສາມັກຄີ ແລະ ປົກປ້ອງສິດ ຂອງປະຊາຊົນບັນດາເຜົ່າ

ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ມີບົດບາດສຳຄັນໃນການໂຄສະນາສຶກສາອົບຮົມ, ປຸກລະດົມເຕົ້າໂຮມຄວາມສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ໃຫ້ເປັນປຶກແຜ່ນແໜ້ນໜາ, ໂຄສະນາເຜີຍແຜ່ແນວທາງນະໂຍບາຍ ແລະ ກົດໝາຍ, ປູກຈິດສໍານຶກນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກການອອກແຮງງານ ແລະ ເປັນຜູ້ສືບທອດມູນເຊື້ອອັນດີງາມຂອງຊາດ-ຂອງພັກ.

ໃນໄລຍະ 5 ປີຜ່ານມາ ແຂວງບໍລິຄຳໄຊ ຈຶ່ງໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ, ຕິດຕາມກວດກາຢ່າງໃກ້ຊິດ ຕໍ່ວຽກງານດັ່ງກ່າວ ທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນຂອງແຂວງ ໃນວັນທີ 9 ກັນຍາ 2020 ນີ້ວ່າ: ຄະນະກໍາມະການແນວລາວສ້າງຊາດທຸກຂັ້ນ, ຜູ້ຊົງຄຸນວຸດທິທຸກພາກສ່ວນ ໄດ້ເອົາໃຈໃສ່ປຸກລະດົມ, ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີໃຫ້ເປັນປຶກແຜນ, ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ບັນດາແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະເປັນຢ່າງດີ, ຍູ້ແຮງຂະບວນການກໍ່ສ້າງຮາກຖານການເມືອງ ພັດທະນາຊຸມຊົນຮອບດ້ານຕາມທິດ 3 ສ້າງ ໃຫ້ເປັນຂະບວນການຟົດຟື້ນ, ພ້ອມດຽວກັນ ຍັງໄດ້ສຸມໃສ່ປັບປຸງກົງຈັກການຈັດຕັ້ງ ໃນຂົງເຂດແນວລາວສ້າງຊາດ ເປັນຕົ້ນແມ່ນຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ ໃຫ້ມີຄວາມເຂັ້ມແຂງ ເປັນຕົວແທນຈາກຊົນເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ແລະ ທັງຕົວແທນຄົນເຊື່ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າວຽກງານໄດ້ຮັບຜົນສຳເລັດ, ທົ່ວສັງຄົມມີຄວາມສະຫງົບສຸກ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມສາມັກຄີເປັນປຶກແຜ່ນ, ຮັກສາໄດ້ສິດຜົນປະໂຫຍດອັນຊອບທຳ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ, ວັດທະນະທຳ, ຮີດຄອງປະເພນີຂອງຊາດ ຖືກເຜີຍແຜ່ເສີມຂະຫຍາຍ ແລະ ໄດ້ຮັບການປົກປັກຮັກສາເປັນຢ່າງດີ. ປະຈຸບັນ ແຂວງບໍລິຄໍາໄຊ ມີປະຊາກອນ 3 ແສນກ່ວາຄົນ ແລະ ປະກອບມີ 18 ຊົນເຜົ່າ, ທົ່ວແຂວງສາມາດປະກາດຮັບຮອງ ສ້າງບ້ານສາມັກຄີປອງດອງໄດ້ 224 ບ້ານ ເທົ່າກັບ 83,85%, ຄອບຄົວສາມັກຄີປອງດອງຈໍານວນ 44.255 ຄອບຄົວເທົ່າກັບ 82,47%, ປະກາດຮັບຮອງເປັນເມືອງ ສາມັກຄີປອງດອງຈໍານວນ 2 ເມືອງ ຄື: ເມືອງທ່າພະບາດ ແລະ ເມືອງປາກຊັນ, ຄາດວ່າໃນທ້າຍປີ 2020 ຈະປະກາດຮັບຮອງເອົາເມືອງປາກກະດິງ ແລະ ເມືອງຄໍາເກີດ ເປັນເມືອງສາມັກຄີປອງດອງ ຂອງແຂວງຕື່ມອີກ.

ສຳລັບວຽກງານອົງການຈັດຕັ້ງມະຫາຊົນ ກໍ່ໄດ້ຮັບຄວາມເອົາໃຈໃສ່ຢ່າງແຂງແຮງ ໄດ້ກຳນົດຈຸດສຸມໃຫ້ແກ່ການຈັດຕັ້ງປະຕິບັດແຕ່ລະໄລຍະ, ສຸມໃສ່ຈັດຕັ້ງປະຕິບັດຂໍ້ແຂງຂັນໃຫ້ໄປຕາມທິດທາງແຜນການ, ເພີ່ມທະວີກໍ່ສ້າງ ແລະ ພັດທະນາ ສະຫະພັນນັກຮົບເກົ່າ, ຊາວໜຸ່ມ-ເຍົາວະຊົນ, ແມ່ຍິງ ແລະ ກຳມະບານ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດທີ່ໜັກແໜ້ນເຂັ້ມແຂງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ, ສ້າງເງື່ອນໄຂ ແລະ ກຳລັງແຮງໃນການພັດທະນາເສດຖະກິດ-ສັງຄົມ, ຄວາມສະເໝີພາບຍິງ-ຊາຍ, ປົກປ້ອງສິດຜົນປະໂຫຍດຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ, ເຮັດໃຫ້ທຸກອົງການມີສ່ວນຮ່ວມ ໃນການເຄື່ອນໄຫວວຽກງານປົກປັກຮັກສາ ແລະ ສ້າງສາປະເທດຊາດ. ຈາກຜົນງານໃນການເຄື່ອນໄຫວ ຄະນະຊາວຫນຸ່ມແຂວງບໍລິຄໍາໄຊ ໄດ້ຮັບນາມມະຍົດເປັນແຂວງ 4 ບຸກ, ເປັນສະຫະພັນແມ່ຍິງ 3 ດີ ແລະ ສະຫະພັນກຳມະບາຍ 5 ເປັນເຈົ້າ.

About admins14