-
ຂ່າວໃໝ່
- ແມ່ຍິງຮາກຖານຂະແໜງການເງິນແຂວງ ຫວນຄືນມູນເຊື້ອ ວັນແມ່ຍິງສາກົນ ຄົບຮອບ 114 ປີ
- ຍົກລະດັບສ້າງເຄືອຂ່າຍວຽກງານດ້ານການຄ້າມະນຸດ ແລະ ວຽກງານເຍົາວະຊົນ-ອະນຸຊົນ ຊາວໜຸ່ມແຂວງບໍລິຄຳໄຊ
- ສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈຳປີ 2023 ແລະ ວາງທິດທາງ ປະຈຳປີ 2024 ຫ້ອງສັນຕິບານ ປກສ ແຂວງ
- ກອງທຶນ 1 ດວງໃຈ ບໍລິຄຳໄຊຊ່ວຍເຫຼືອສັງຄົມ ມອບສັງກະສີ ໃຫ້ຄອບຄົວທີ່ຖືກເຄາະຮ້າຍ
- ປະກາດແຕ່ງຕັ້ງ ເລຂາພັກເມືອງ ເຈົ້າເມືອງວຽງທອງຜູ້ໃໝ່
- ກອງປະຊຸມຂອງຄະນະກຳມະການ ແລະ ຄະນະເລຂາທິການສະພາປະຊາຊົນແຂວງ ປະຈຳປີ 2023 ແລະ ທິດທາງແຜນການ ປີ 2024
- ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ນະຄອນຮາຍຟ່ອງ ຢ້ຽມຢາມແຂວງບໍລິຄຳໄຊ
- ມອບ-ຮັບ ວຽກງານອອກໃບຕາດິນໃຫ້ຫ້ອງການ ຊສ ເມືອງວຽງທອງ
- ທ່ານນາງ ສີໃສ ລືເດດມູນສອນ ເນັ້ນຫຼາຍດ້ານຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ
- ເປີດການນຳໃຊ້ໄຟເຢືອງທາງຂອງປະຊາຊົນບ້ານໜອງກອກ ເມືອງຄຳເກີດ
- ເມືອງວຽງທອງລະນຶກວັນແມ່ຍິງສາກົນຄົບຮອບ 114 ປີ
- ພິທີປິດບັ້ນດຳເນີນການລົງກໍ່ສ້າງຮາກຖານການເມືອງ ຂອງນັກສຶກສາລະດັບປະລິນຍາໂທ້ ເມືອງທ່າພະບາດ
- ຫຼາຍວຽກງານປິ່ນອ້ອມກໍ່ສ້າງຮາກຖານການເມືອງ ເມືອງວຽງທອງຈະຕ້ອງໄດ້ປັບປຸງແກ້ໄຂ
- ກອງບຸນຜ້າປ່າສາມັກຄີ ກາລະທານຖວາຍວັດສີລາວະນາລາມ ບ້ານອານຸສອນໄຊ
ກ່ຽວກັບແຂວງ
ແຈ້ງການ
ເຊື່ອມຕໍ່ເວັບໄຊອື່ນ
- ລັດຖະບານ
- ສະພາແຫ່ງຊາດ
- ຫ້ອງວ່າການປະທານປະເທດ
- ຈົດໝາຍເຫດທາງລັດຖະການ
- ທະນາຄານແຫ່ງ ສປປ ລາວ
- ຄະນະຈັດຕັ້ງສູນກາງພັກ
- ຄະນະໂຄສະນາອົບຮົມສູນກາງພັກ
- ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
- ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ
- ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ
- ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສາລະວັນ
- ຂ່າວສານປະເທດລາວ
- ປະຊາຊົນ
- ວິທະຍຸກະຈາຍສຽງແຫ່ງຊາດ
- ແຂວງ ນະຄອນຫຼວງວຽງຈັນ
- ແຂວງ ຜົ້ງສາລີ
- ແຂວງ ບໍ່ແກ້ວ
- ແຂວງ ຫຼວງນໍ້າທາ
- ແຂວງ ອຸດົມໄຊ
- ແຂວງ ຫົວພັນ
- ແຂວງ ຊຽງຂວາງ
- ແຂວງ ຫຼວງພຣະບາງ
- ແຂວງ ໄຊຍະບູລີ
- ແຂວງ ວຽງຈັນ
- ແຂວງ ໄຊສົມບູນ
- ແຂວງ ຄຳມ່ວນ
- ແຂວງ ສະຫວັນນະເຂດ
- ແຂວງ ສາລະວັນ
- ແຂວງ ຈຳປາສັກ
- ແຂວງ ອັດຕະປື
ຜູ້ເຂົ້າຊົມເວັບໄຊ
Users Today : 238Users Yesterday : 426This Month : 7304This Year : 31876Total Users : 418100Who's Online : 9ເບິ່ງຂ່າວເກົ່າ
Archive for June, 2021
-
ມວນຊົນເມືອງປາກກະດິງ ໄດ້ຮັບວັກຊີນຄົບ 2 ເຂັມແລ້ວ 3.653 ຄົນ
Posted on June 30, 2021 | No Commentsທ່ານ ດຣ ຂັນທອງ ວົງໂກສີ ຫົວໜ້າຫ້ອງການສາທາລະນະສຸກ ເມືອງປາກກະດິງ ໄດ້ໃຫ້ສຳຜາດໃນວັນທີ 28 ມິຖຸນາ 2021 ວ່າ: ຂະບວນການສັກວັກຊີນ ເພື່ອສ້າງພູມຕ້ານທານຕໍ່ການຕິດເຊື້ອພະຍາດ ໂຄວິດ-19 ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງປະຕິບັດຜ່ານມາແລ້ວ 2 ຊຸດ, ເຊີ່ງມີຜູ້ໄດ້ຮັບວັກຊີນແລ້ວ […] -
ເຈົ້າໜ້າທີ່ ຕມ ດ່ານສາກົນປາກຊັນ ມອບຜູ້ຖືກຫາກັບຄືນປະເທດ
Posted on June 30, 2021 | No Commentsຕອນເຊົ້າວັນທີ 29 ມິຖຸນາ 2021 ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນ ປາກຊັນ ແຂວງ ບໍລິຄໍາໄຊ ສປປ ລາວ, ໄດ້ມອບຜູ້ຖືກຫາເຊື້ອຊາດ ແລະ ສັນຊາດໄທ ຈໍານວນ 01 ຄົນ ກັບຄືນປະເທດ. ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ກ່າວມອບໂດຍ […] -
ຊາວໜຸ່ມເມືອງປາກຊັນ ຮ່ວມໃຈສ້າງຂະບວນການ ປຸກເຮືອນໃຫ້ຄອບຄົວອານາຖາ
Posted on June 30, 2021 | No Commentsໃນວັນທີ 25 ມິຖຸນາ 2021 ຄະນະບໍລິຫານງານຊາວໜຸ່ມ ເມືອງປາກຊັນ ໄດ້ສ້າງຂະບວນການອອກແຮງງານ ເທພຶ້ນໃຫ້ຄອບຄົວ ນາງແດງ ຢູ່ບ້ານສີບຸນເຮຶອງ ເມືອງປາກຊັນ ແຂວງບໍລິຄຳໄຊ ເຊິ່ງເປັນຄອບຄົວອານາຖາ, ໂດຍການນຳພາຂອງ ທ່ານ ແສງອາລຸນ ແສງອາພອນ ຮອງເຈົ້າເມືອງປາກຊັນ, ທ່ານ ສົມສຸກ […] -
ເມືອງ ວຽງທອງເປີດບັ້ນສອບເສັງຈົບຊັ້ນປະຖົມ ປ 5
Posted on June 30, 2021 | No Commentsໃນຕອນບ່າຍວັນທີ 28 ມີຖຸນາ 2021 ນີ້ຢູ່ໂຮງຮຽນປະຖົມສົມບູນ ນໍ້າຢ້າງ, ເມືອງ ວຽງທອງ, ແຂວງ ບໍລິຄໍາໄຊ ໄດ້ມີພິທີເປີດບັ້ນສອບເສັງຈົບຊັ້ນປະຖົມ ປ 5 ປະຈໍາສົກຮຽນ 2020-2021 ທົ່ວເມືອງ ວຽງທອງ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວພັນ ອິນຄໍາມະວົງ, […] -
ກອງປະຊຸມຄົບຄະນະພັກຮາກຖານຫ້ອງການເມືອງ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 1 ສະໄໝທີ III
Posted on June 30, 2021 | No Commentsກອງປະຊຸມຄົບຄະນະພັກຮາກຖານຫ້ອງການເມືອງ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 1 ສະໄໝທີ III ໄດ້ໄຂຂື້ນໃນຕອນເຊົ້າ ວັນທີ 29 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມເບີ 1 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ […] -
ປາກກະດິງ – ໄຊຈຳພອນ ເຊື່ອມຊືມມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳໃນໄລຍະໃໝ່
Posted on June 30, 2021 | No Commentsໃນຕອນເຊົ້າວັນທີ 25 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມ ແລະ ຜັນຂະຫຍາຍມະຕິວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳໃນໄລຍະໃໝ່ ໃຫ້ການນຳຫຼັກແຫຼ່ງຂັ້ນເມືອງ. ເປັນກຽດເຂົ້າຮ່ວມ ແລະ ເຜີຍແຜ່ເອກະສານໂດຍທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ, ມີຄະນະປະຈຳ-ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມ. […] -
ສຶກສາແຂວງ ຈັດອົບຮົມວິຊາຊີບປຸງແຕ່ງອາຫານ ໃຫ້ປະຊາຊົນ ບ້ານຫ້ວຍຫອຍ
Posted on June 29, 2021 | No Commentsໃນຕອນເຊົ້າວັນທີ 24 ມິຖຸນາ 2021 ຢູ່ສະໂມສອນໂຮງຮຽນປະຖົມບ້ານຫ້ວຍຫອຍ ເມືອງວຽງທອງ ແຂວງບໍລິຄຳໄຊ ພະແນກສືກສາທິການ ແລະ ກິລາແຂວງ ສົມທົບກັບຫ້ອງການສືກສາທິການ ແລະ ກິລາເມືອງວຽງທອງ ໄດ້ລົງຝືກອົບຮົມວິຊາຊີບຂັ້ນພື້ນຖານວິຊາປຸງແຕ່ງອາຫານຫວານ-ຄາວ ໃຫ້ປະຊາຊົນຜູ້ທີ່ສົນໃຈຢູ່ບ້ານຫ້ວຍຫອຍ ແລະ ບ້ານໄກ້ຄຽງ ໂດຍການເຂົ້າຮ່ວມຂອງທ່ານ ໂພເພັດ ກຸນນາວົງ […] -
ແຜນການ – ການລົງທຶນ 7 ເມືອງ ຈັດອົບຮົມຄວາມຮູ້ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ
Posted on June 29, 2021 | No Commentsໃນຕອນເຊົ້າວັນທີ 22 ມິຖຸນາ 2021 ທີ່ຫ້ອງປະຊຸມຫ້ອງການ-ການເງີນເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດຊຸດຝຶກອົບຮົມຄວາມຮູ້ກ່ຽວກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ໃຫ້ແກ່ພະນັກງານຫ້ອງການແຜນການ-ການລົງທຶນ 7 ເມືອງທົ່ວແຂວງ, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນຍອດ ລໍວັນໄຊ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄໍາໄຊ […] -
ທ່າພະບາດ ເປີດພິທີການສອບເສັງຈົບຊັ້ນປະຖົມສຶກສາ ປ.5
Posted on June 29, 2021 | No Commentsພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາ ປ.5 ສົກຮຽນ 2020-2021 ທົ່ວເມືອງ ທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 28 ມິຖຸນາ 2021 ທີ່ໂຮງຮຽນປະຖົມສົມບູນ ທວາຍແບ່ງ ເປັນກຽດເຂົ້າຮ່ວມເປີດໂດຍທ່ານ ສົມພູ ສົງຄາມຮັກ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງ […] -
ໜ່ວຍພັກຮາກຖານຄະນະບໍລິຫານງານຊາວໜຸ່ມແຂວງ ເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
Posted on June 29, 2021 | No Commentsບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 6 ເດືອນຕົ້ນປີ 2021 ຂອງໜ່ວຍພັກຮາກຖານຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດຂຶ້ນໃນວັນທີ 29 ມິຖຸນາ 2021 ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງ ເປັນປະທານໂດຍ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ […] -
ເມືອງບໍລິຄັນ ເປີດພິທີການສອບເສັງນັກຮຽນຈົບຊັ້ນປະຖົມສຶກສາ ສົກຮຽນ 2020-2021
Posted on June 29, 2021 | No Commentsໃນວັນທີ 28 ມິຖຸນາ 2021 ຢູ່ໂຮງຮຽນປະຖົມຫາດຊຽງຕອມ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດພິທີເປີດການສອບເສັງນັກຮຽນຈົບຊັ້ນປະຖົມສືກສາ ສົກປີ 2020-2021 ຂື້ນ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ໄມທອງ ແກ້ວວຽງຄໍາ ຮອງເຈົ້າເມືອງບໍລິຄັນ. ນັກຮຽນຈະໄດ້ສອບເສັງມີ 4 ວິຊາຄື: ວິຊາ […] -
ເມືອງປາກກະດິງ ຈັດການສອບເສັງ ຈົບຊັ້ນປະຖົມ
Posted on June 29, 2021 | No Commentsພິທີເປີດບັ້ນສອບເສັງ ຈົບຊັ້ນປະຖົມສຶກສາ ປ5 ທົ່ວເມືອງປາກກະດິງ ປະຈຳສົກຮຽນ 2020-2021 ຄັ້ງວັນທີ 29 ແລະ 30 ມິຖຸນາ 2021 ໄດ້ຈັດຂື້ນໃນຕອນບ່າຍວັນທີ 28 ມິຖຸນາ ຢູ່ທີ່ໂຮງຮຽນປະຖົມສົມບູນໂພນງາມ. ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ […] -
ເມືອງປາກຊັນ ສອບເສັງຈົບຊັ້ນປະຖົມສຶກສາ ຊັ້ນ ປ.5
Posted on June 29, 2021 | No Commentsພິທີສອບເສັງຈົບຊັ້ນປະຖົມສຶກສາ ປ.5 ສາຍສາມັນ ປະຈຳສົກປີ 2020-2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2021 ຢູ່ໂຮງຮຽນປະຖົມສົມບູນໂພນໄຊເໜືອ ເມືອງປາກຊັນ ແຂວງບໍລິຄຳໄຊ ໃຫ້ກຽດເປັນປະທານເປີດຂອງທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ, ມີຄະນະກຳມະການສອບເສັງ, ຄູອາຈານ, ນັກສອບເສັງ ແລະ […] -
ການຄ້າແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ
Posted on June 29, 2021 | No Commentsກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງບໍລິຄຳໄຊ ໄລຍະປີ 2021 – 2025 ໄດ້ຈັດຂຶ້ນໃນວັນທີ 28 ມີຖຸນາ 2021 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ເປັນປະທານໂດຍ ທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, […] -
ກອງປະຊຸມ ປຶກສາຫາລື ວຽກງານຄຸ້ມຄອງປ້າຍໂຄສະນາໃນເທດສະບານເມືອງປາກຊັນ
Posted on June 29, 2021 | No Commentsກອງປະຊຸມປຶກສາຫາລື ກ່ຽວກັບວຽກງານຄຸ້ມຄອງປ້າຍໂຄສະນາ ໃນເທດສະບານເມືອງປາກຊັນ ໄດ້ຈັດຂຶ້ນໃນວັນທີ 25 ມິຖຸນາ 2011 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນກຽດເຂົ້າຮ່ວມໂດຍ ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ. ໃນກອງປະຊຸມ ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດການອອກອະນຸຍາດ, ການຄຸ້ມຄອງ ແລະ ເກັບລາຍຮັບຄ່າທຳນຽມປ້າຍ ພາຍໃນເທດສະບານເມືອງປາກຊັນ ເຫັນວ່າ […] -
2 ບ້ານ ເມືອງບໍລິຄັນ ໄດ້ຮັບນາມມະຍົດ ເປັນບ້ານພັດທະນາຮອບດ້ານ
Posted on June 29, 2021 | No Commentsພິທີປະກາດບ້ານປາກເຫືອງ ແລະ ບ້ານນາຫັນ ເມືອງບໍລິຄັນ ເປັນບ້ານພັດທະນາຮອບດ້ານ ຂອງເມືອງບໍລິຄັນ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 23 ມິຖຸນາ 2021 ຢູ່ບ້ານປາກເຫືອງ ເປັນກຽດເຂົ້າຮ່ວມໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ວຽກງານກໍ່ສ້າງຮາກຖານການເມືອງ […] -
ກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຄັ້ງທີ 2 ສະໄໝທີ VII
Posted on June 29, 2021 | No Commentsກອງປະຊຸມ ຄົບຄະນະບໍລິຫານງານສະຫະພັນແມ່ຍິງ ແຂວງບໍລິຄຳໄຊ ຄັ້ງທີ 2 ສະໄໝທີ VII ໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ຄຳປິວ ສີສົມບັດ ກຳມະການພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະມາຊິກແມ່ຍິງຈາກຮາກຖານອ້ອມຂ້າງແຂວງ […] -
ຫຼາຍພາກສ່ວນ ສົມທົບທຶນກໍ່ສ້າງເສັ້ນທາງເບຕົງຮ່ວມໃຈ 3 ບ້ານເທດສະບານ ເມືອງບໍລິຄັນ
Posted on June 29, 2021 | No Commentsໃນຕອນແລງຂອງວັນທີ 25 ມິຖຸນາ 2021 ຢູ່ຫ້ອງການບ້ານ ໂພນມຸງຄຸນ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດພິທີ່ມອບ-ຮັບທຶນສົມທົບປະກອບສ່ວນເຂົ້າໃນການກໍ່ສ້າງເສັ້ນທາງເບຕົງຮ່ວມໃຈ ພາຍໃນ 3 ບ້ານ ເທດສະບານເມືອງບໍລິຄັນ, ໃຫ້ກຽດຮັບໂດຍນາຍບ້ານໂພນມຸງຄຸນ, ວັດທາດ ແລະ ບ້ານນາແຫນ ໂດຍມີ ທ່ານ ວັນເລີນ […] -
ເປີດນຳໃຊ້ຫ້ອງວາງສະແດງ ແລະ ຂາຍສິນຄ້າ ” ຫນຶ່ງເມືອງ ຫນຶ່ງຜະລິດຕະພັນແຫ່ງຊາດ ” ກຸ່ມຫັດຖະກຳຕ່ຳຫູກລາຍເມີ້ຍປະຍຸກ ບ້ານປາກຊຸນ
Posted on June 29, 2021 | No Commentsໃນຕອນເຊົ້າວັນທີ 25 ມິຖຸນາ 2021 ຢູ່ຕະຫລາດ ບ້ານໂພນຈະເລີນ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີ ເປີດຫ້ອງວາງສະແດງ ແລະ ຂາຍສິນຄ້າ ” ຫນຶ່ງເມືອງ ຫນຶ່ງຜະລິດຕະພັນແຫ່ງຊາດ ” ກຸ່ມຫັດຖະກຳຕ່ຳຫູກລາຍເມີ້ຍປະຍຸກ ບ້ານປາກຊຸນ ໂດຍເປັນເປັນກຽດເຂົ້າຮ່ວມເປີດຂອງ ທ່ານ […] -
ພະແນກ ສາທາລະນະສຸກ ແຂວງ ສ້າງແຜນກຳນົດຕຳແໜ່ງງານ 2021-2025
Posted on June 29, 2021 | No Commentsກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກສາທາລະນະສຸກແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 24 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງ, ທ່ານ ດຣ ສອນໄຊ ປັນຍານຸວົງ ກຳມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກແຂວງ, […] -
ກອງປະຊຸມ ວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ຄັ້ງທີ 2
Posted on June 29, 2021 | No Commentsກອງປະຊຸມວຽກງານການອຳນວຍຄວາມສະດວກທາງດ້ານການຄ້າຂອງແຂວງ ຄັ້ງທີ 2 ແລະ ທິດທາງແຜນການຮອດປີ 2022 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ພາຍໃຕ້ການເປັນປະທານຂອງທ່ານ ໄກສອນ ຈັນສີນາ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ຮອງຫົວໜ້າຄະນະກຳມະການອຳນວຍຄວາມສະດວກທາງດ້ານການຄ້າແຂວງ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນການ, […] -
ປກສ ເມືອງປາກຊັນ ມ້າງຄະດີກຸ່ມແກ້ງລັກລົດຈັກ
Posted on June 29, 2021 | No Commentsໃນຄັ້ງວັນທີ 12 ມີຖຸນາ 2021 ເວລາ 11 ໂມງ 20 ນາທີ ທາງໜ່ວຍງານຄະດີອາຍາເສດຖະກິດ ປກສ ເມືອງປາກຊັນ ໄດ້ຮັບແຈ້ງຄວາມຈາກ ນາງ ບົວຄຳ ສີຫາລາດ ອາຊີບຄ້າຂາຍ ບ້ານ ປາກຊັນ ເມືອງປາກຊັນ […] -
ປະກາດແຕ່ງຕັ້ງຫົວໜ້າພະແນກຍຸຕິທຳແຂວງ
Posted on June 29, 2021 | No Commentsພິທີປະກາດການຈັດຕັ້ງຫົວໜ້າພະແນກຍຸຕິທຳແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 28 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ຄະນະພະແນກ, ພະນັກງານລັດຖະກອນພາຍໃນພະແນກ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ […] -
ໜ່ວຍພັກຮາກຖານ ອົງການໄອຍະການປະຊາຊົນແຂວງ ເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 6 ເດືອນ ຕົ້ນປີ 2021
Posted on June 28, 2021 | No Commentsຕອນເຊົ້າ ວັນທີ 22 ມີຖຸນາ 2021 ໜ່ວຍພັກຮາກຖານອົງການໄອຍະການປະຊາຊົນ ແຂວງ ບໍລິຄຳໄຊ ໄດ້ຈັດກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 06 ເດືອນ ຕົ້ນປີ 2021 ຢູ່ທີ່ ຫ້ອງປະຊຸມຂອງອົງການໄອຍະການ ປະຊາຊົນ […] -
ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II
Posted on June 28, 2021 | No Commentsວັນທີ 21 ມີຖຸນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງຄຳເກີດ, ສສຂ ປະຈຳແຂວງບໍລິຄຳໄຊ ເຜີຍແຜ່ຜົນ ສຳເລັດກອງ ປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ແຂວງບໍລິຄຳໄຊ ຊຸດທີ […] -
ໄພພິບັດ 18 ຄັ້ງ ເຮັດໃຫ້ເມືອງວຽງທອງ ເສຍຫາຍມູນຄ່າກ່ວາ 5 ຕື້ກີບ
Posted on June 22, 2021 | No Commentsໃນວັນທີ 21 ມີຖຸນາ 2021 ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການ ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງໄພພິບັດ 5 ປີ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025), ແຜນວຽກຈຸດສຸມ ແລະ […] -
ພະນັກງານຂົງເຂດການເມືອງ ຈັດກອງປະຊຸມຂຶ້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ
Posted on June 22, 2021 | No Commentsໃນຕອນບ່າຍຂອງວັນທີ 21 ມີຖຸນາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ພະນັກງານຂົງເຂດການເມືອງ ໄດ້ຈັດກອງປະຊຸມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານພັກພະນັກງານຂັ້ນເມືອງ, ມີພະນັກງານລັດຖະກອນ, ສະມາຊິກພັກທົ່ວຂົງເຂດການເມືອງ ເຂົ້າຮ່ວມ. ໃນພິທີ […] -
ກອງປະຊຸມສະຫຼຸບວຽກງານປະຈໍາ 03 ເດືອນ ຂອງຮາກຖານພັກຫ້ອງຕໍາຫຼວດ
Posted on June 22, 2021 | No Comments -
ເຈົ້າເມືອງ ທ່າພະບາດ ລົງຊຸກຍູ້ກຸ່ມຜະລິດກະສິກໍາເປັນສິນຄ້າ
Posted on June 22, 2021 | No Commentsໃນວັນທີ 16 ມິຖຸນາ 2021 ທ່ານ ສົມສົດ ແສງອາພອນ ເຈົ້າເມືອງ ທ່າພະບາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມການຈັດຕັ້ງປະຕິບັດໂຄງການຜະລິດກະສິກໍາເປັນສິນຄ້າ ຢູ່ບ້ານທວາຍໃຫຍ່ ເມືອງທ່າພະບາດ ແຂວງບໍລິຄຳໄຊ. ເມືອງ ທ່າພະບາດ ເປັນເມືອງໜຶ່ງ ທີ່ນອນຢູ່ໃນໂຄງການຜະລິດກະສິກໍາເປັນສິນຄ້າປະຈໍາ ແຂວງ ບໍລິຄໍາໄຊ, […] -
ບໍລິຄຳໄຊ ເດີນໜ້າສັກວັກຊີນກັນພະຍາດ COVID-19
Posted on June 21, 2021 | No Commentsເພື່ອເປັນສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ຂະບວນການສັກວັກຊີນກັນພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 21 ມິຖຸນາ 2021 ຢູ່ເດີ່ນເປຕັ່ງຂອງແຂວງ ທີ່ ບ້ານຫົງໄຊ ເມືອງປາກຊັນ ແຂວງບໍລິຄຳໄຊ ໂດຍມີພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມພຽງກັນເຂົ່າຮ່ວມຮັບວັກຊີນກັນພະຍາດໂຄວິດ-19 ຢ່າງຫຼວງຫຼາຍ. ຕາມການໃຫ້ສຳພາດ ຂອງທ່ານ […] -
ພະແນກການເງິນ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ
Posted on June 21, 2021 | No Commentsກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກການເງິນແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດ ແຂວງ, ທ່ານ ບຸນລ້ຽງ ດວງສະເພົາທອງ ກຳມະການພັກແຂວງ ຫົວໜ້າພະແນກການເງິນແຂວງ, ມີຄະນະພະແນກ, […] -
ເຜີຍແຜ່ ເຊື່ອມຊືມ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ຢູ່ເມືອງປາກກະດິງ
Posted on June 21, 2021 | No Commentsໃນຕອນເຊົ້າວັນທີ 17 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ເຜີຍແຜ່ເຊື່ອມຊືມ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງບໍລິຄຳໄຊ ຄັ້ງທີ VII ພາຍໃຕ້ການເປັນປະທານຂອງ ທ່ານ ໂພວາ ພົມມະບຸດດີ ຮອງປະທານແນວລາວສ້າງຊາດ ແຂວງບໍລິຄຳໄຊ, ມີພະນັກງານການນຳ, […] -
ບໍລິຄຳໄຊ-ສະຫວັນນະເຂດ ແລກປ່ຽນຖອດຖອນບົດຮຽນວຽກງານບໍລິການຜ່ານປະຕູດຽວ
Posted on June 21, 2021 | No Commentsກອງປະຊຸມ ພົບປະແລກປ່ຽນຖອນບົດຮຽນ ລະຫວ່າງ ແຂວງບໍລິຄຳໄຊ ແລະ ສະຫວັນນະເຂດ ກ່ຽວກັບວຽກງານບໍລິການຜ່ານປະຕູດຽວ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ 2021 ທີ່ຫ້ອງປະຊຸມຫ້ອງການບໍລິການຜ່ານປະຕູດຽວ ແຂວງບໍລິຄຳໄຊ ເຊິ່ງຝ່າຍບໍລິຄຳໄຊ ນຳໂດຍທ່ານ […] -
ພະແນກພະລັງງານ ແລະ ບໍ່ແຮ່ແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ
Posted on June 18, 2021 | No Commentsກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກພະລັງງານ ແລະ ບໍ່ແຮ່ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ, ເປັນປະທານໂດຍ ທ່ານ ມະນີວັນ ໄຊຍະເພັດ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງຂັນ […] -
ເຜີຍແຜ່, ເຊື່ອມຊືມຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງບໍລິຄໍາໄຊຄັ້ງທີ VII
Posted on June 18, 2021 | No Commentsພິທີເຜີຍແຜ່ຜົນສໍາເລັດ ກອງຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງບໍລິຄໍາໄຊ ຄັ້ງທີ VII ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 18 ມີຖຸນາ 2021 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດເປັນປະທານໂດຍ ທ່ານ ບຸນຄຳ ໄຊເຢ່ຍລໍ່ວື່ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງບໍລິຄໍາໄຊ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະກໍາມະການແນວລາວສ້າງຊາດແຂວງ ແລະ ທະຫານ-ຕໍາຫຼວດ […] -
ບໍລິຄຳໄຊ ສືບຕໍ່ໃຫ້ວັກຊີນກັນພະຍາດໂຄວິດ 19
Posted on June 18, 2021 | No Commentsຂະບວນການສັກວັກຊີນກັນພະຍາດໂຄວິດ-19 ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນາ 2021 ຢູ່ໂຮງໝໍແຂວງບໍລິຄຳໄຊ, ມີພະນັກງານ-ລັດຖະກອນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພ້ອມພຽງກັນເຂົ້າຮ່ວມຮັບວັກຊີນກັນພະຍາດໂຄວິດ-19 ຢ່າງເປັນຂະບວນ. ຈາກການໃຫ້ສຳພາດ ທ່ານ ນາງ ດຣ ບັນລຽງ ວໍລະສານ ຮອງອຳນວຍການໂຮງໝໍແຂວງບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ການໃຫ້ວັກຊີນຊຸດນີ້ […] -
ກອງປະຊຸມໃຫຍ່ ຄັ້ງທີ IV ຊາວໜຸ່ມໜ່ວຍຮາກຖານ ສະຫະພັນກຳມະບານແຂວງບໍລິຄຳໄຊ
Posted on June 18, 2021 | No Commentsໃນຕອນບ່າຍຂອງວັນທີ 17 ມີຖຸນາ 2021 ຢູ່ຫ້ອງປະຊຸມກຳມະບານແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມໃຫຍ່ຊາວໜຸ່ມ ຄັ້ງທີ IV ຂອງຕົນຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ນາລິພອນ ອິນສີຊຽງໃໝ່ ເລຂາຊາວໜຸ່ມໜ່ວຍສະຫະພັນກຳມະບານແຂວງ, ເຂົ້າຮ່ວມກອງປະຊຸມໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, […] -
ພິທີເຊັນສັນຍາ ການຮ່ວມມືພັດທະນາສູນບໍລິການເຕັກນິກກະສິກໍາວັງຫີນ
Posted on June 18, 2021 | No Commentsຕອນບ່າຍຂອງວັນທີ 17 ມີຖຸນາ 2021 ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ມີພິທີເຊັນສັນຍາການຮ່ວມມືພັດທະນາສູນບໍລິການເຕັກນິກກະສິກໍາວັງຫີນ ລະຫວ່າງ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງວຽງທອງ ກັບບໍລິສັດວຽງໄຊຈະເລີນຊັບ ພັດທະນາຄົບວົງຈອນຈຳກັດຜູ້ດຽວ ຂຶ້ນ ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ […] -
ຄຳເກີດ ຈັດກອງປະຊຸມຄະນະປັບປຸງກົງຈັກການຈັດຕັ້ງລັດຂັ້ນເມືອງ
Posted on June 18, 2021 | No Commentsວັນທີ 17 ມີຖຸນາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມຄະນະປັບປຸງ ກົງຈັກການຈັດຕັ້ງລັດ ຂັ້ນເມືອງຂຶ້ນ. ໂດຍການໃຫ້ກຽດເປັນປະທານຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການ ເຂົ້າຮ່ວມ. ກອງປະຊຸມ […] -
ຫ້ອງການກວດກາພັກ-ລັດເມືອງວຽງທອງ ສະຫຼຸບວຽກງານກວດກາ 5 ປີ
Posted on June 18, 2021 | No Commentsໃນວັນທີ 17 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງ ວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2016-2020) ແລະ ທິດທາງແຜນການປີ 2021 ພາຍໃຕ້ການເປັນປະທານຂອງ ທ່ານ ສົມໃຈ ຊົງລາວ່າງ […] -
ກອງປະຊຸມ ເປີດໂຕຍຸດທະສາດການພັດທະນາຊາວຫນຸ່ມ-ເຍົາວະຊົນ ປີ 2021-2030
Posted on June 17, 2021 | No Commentsກອງປະຊຸມທາງໄກເປີດໂຕຍຸດທະສາດການພັດທະນາຊາວຫນຸ່ມ-ເຍົາວະຊົນ ປີ 2021-2030 ຜ່ານລະບົບວີດີໂອຄອນເຟຣັ້ນ ລະຫວ່າງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດຂຶ້ນໃນວັນທີ 17 ມິຖຸນາ 2021 ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ອາລຸນໄຊ ສຸນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຄະນະບໍລິຫານງານຊາວໜຸ່ມແຂວງທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, […] -
ໜ່ວຍພັກຄຸ້ມຄອງ-ບໍລິຫານ ຮາກຖານພັກພະແນກ ສຶກສາ ສຳເລັດກອງປະຊຸມໃຫຍ່ ຂອງຕົນ
Posted on June 17, 2021 | No Commentsກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຄຸ້ມຄອງ-ບໍລິຫານ ທີ່ຂຶ້ນກັບຮາກຖານພັກພະແນກສຶກສາທິການ – ກິລາແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ມິຖຸນາ 2021 ຢູ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ສົມຫວັງ ພົມແສງສຸລິນ ເລຂາໜ່ວຍພັກຄຸ້ມຄອງ-ບໍລິຫານ, ເປັນກຽດເຂົ້າຮ່ວມຂອງສະຫາຍ ລົມ […] -
ຄຳເກີດ ເລີ່ມສັກວັກຊິນ ເຂັມ 2 ໃຫ້ຊຸມຊົນກຸ່ມສ່ຽງ
Posted on June 17, 2021 | No Commentsໃນຕອນເຊົ້າຂອງວັນທີ 17 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມສາທາລະນະສຸກ ເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ກັບກຸ່ມສ່ຽງຮອບທີ 4 ຂຶ້ນ ໂດຍມີພະນັກງານ ປກຊ ແລະ ກຸ່ມທີ່ມີຄວາມສ່ຽງ ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ. ຂະບວນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ກຸ່ມສ່ຽງຮອບທີ 4 […] -
ມອບ – ຮັບສາລຫຼັງໃໝ່ຢູ່ໂຮງໝໍນ້ອຍບ້ານຈອມທອງ
Posted on June 17, 2021 | No Commentsໃນວັນທີ 16 ມິຖຸນາ 2021 ຢູ່ທີ່ໂຮງຫມໍນ້ອຍບ້ານໃຫຍ່ຈອມທອງ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບສາລາຫຼັງໃຫມ່ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ ມີພຣະສົງ, ຫົວຫນ້າຫ້ອງການອອມຂ້າງເມືອງ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່,ປະຊາຊົນເຂົ້າຮ່ວມ. ໃນພິທີ ພະຄູ ຄໍາພອນ ທາອິນໄຊຍະວົງ […] -
ຈະເລີນເຊກອງ ໃຈປ້ຳ ຊ່ວຍສ້າງ ຮຮ ປະຖົມໂພນດູ່ 700 ກ່ວາລ້ານກີບ
Posted on June 17, 2021 | No Commentsໃນວັນທີ 16 ມີຖຸນາ 2021 ເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ມີພິທີເຊັນສັນຍາການກໍ່ສ້າງໂຮງຮຽນປະຖົມ ບ້ານ ໂພນດູ່ ຂຶ້ນຢູ່ຫ້ອງປະຊຸມ ຊັ້ນ II ຫ້ອງວ່າການເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ອາລຸນສັກ ປະທໍາມະວົງ ຮອງເຈົ້າເມືອງວຽງທອງ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີໄດ້ມີການເຊັນສັນຍາ […] -
ເມືອງວຽງທອງ ປິດຝຶກອົບຮົມທິດສະດີການເມືອງ-ການປົກຄອງລະບົບບໍາລຸງ 45 ວັນ
Posted on June 17, 2021 | No Commentsຕອນເຊົ້າຂອງວັນທີ 16 ມີຖຸນາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງວຽງທອງ, ແຂວງບໍລິຄໍາໄຊ ໄດ້ຈັດພິທີ ປິດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງລະບົບບໍາລຸງ 45 ວັນ ຊຸດທີ III ຂອງເມືອງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງ […] -
ປະທານກວດກາພັກ-ລັດແຂວງ ລົງຕິດຕາມ ຊຸກຍູ້ວຽກງານ ໜ່ວຍພັກບ້ານໂພນແພງ
Posted on June 17, 2021 | No Commentsໃນຕອນບ່າຍຂອງວັນທີ 16 ມິຖຸນາ 2021 ທີ່ຫ້ອງການກຸ່ມບ້ານທ່າແວ້ງ ເມືອງຄຳເກີດ ແຂວງບໍລິຄຳໄຊ ປະທານກວດກາພັກ-ລັດແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມໜ່ວຍພັກບ້ານໂພນແພງ ໂດຍການປັນປະທານຂອງ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ທ່ານ ວິໄລ ສີສະມຸດ […] -
ບໍລິສັດບີເອັມ ຊຸກຍູ້ວຽກງານອຸດສາຫະກຳ ແລະ ການຄ້າ
Posted on June 17, 2021 | No Commentsເພື່ອເປັນການປະກອບສ່ວນຊຸກຍູ້ ວຽກງານອຸດສາຫະກຳ ແລະ ການຄ້າ ໃນວັນທີ 16 ມິຖຸນາ 2021 ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງ ທ່ານ ຄອນສະຫວັນ ສອນຄຳໄຊ ປະທານບໍລິສັດບີເອັມ ຂາອອກ-ຂາເຂົ້າ ຈຳກັດ ໄດ້ມອບເງິນຈຳນວນ 5.000.000 ກີບ […] -
ພະແນກ ກປ ແຂວງ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ
Posted on June 17, 2021 | No Commentsກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍທ່ານ ພັດທະຈອນ ແກ້ວພຸດທະວົງ ກຳມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມ. […] -
ກອງປະຊຸມ ຊຸກຍູ້ວຽກງານກວດກາພັກ-ລັດ ເມືອງຄຳເກີດ
Posted on June 16, 2021 | No Commentsເພື່ອເປັນຊຸກຍູ້ຕິດຕາມການປະຕິບັດວຽກງານຂອງຄະນະກວດກາພັກທົ່ວເມືອງຄຳເກີດ ໃຫ້ມີຄວາມເຂັ້ມແຂງໜັກແໜັນຂື້ນເລື້ອຍໆ ໃນວັນທີ 16 ມິຖຸນາ 2021 ຢູ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການເມືອງຄຳເກີດ, ແຂວງບໍລິຄໍາໄຊ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ, ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຕິດຕາມ ການປະຕິບັດວຽກງານຂອງພະນັກງານກວດກາພັກ-ລັດເມືອງຄຳເກີດ ໂດຍມີບັນດາຄະນະກວດກາພັກຫ້ອງການ, […] -
ບໍລິຄຳໄຊ ເຜີຍແຜ່-ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳ ໃນໄລຍະໃໝ່
Posted on June 16, 2021 | No Commentsກອງປະຊຸມເຜີຍແຜ່-ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທຳ ໃນໄລຍະໃໝ່ ໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2021 ຢູ່ຫ້ອງປະຊຸມໃຫຍ່ຂອງແຂວງ ເຜີຍແຜ່ເອກະສານໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ ແລະ ກຳມະການພັກແຂວງ […] -
ກອງປະຊຸມໜ່ວຍປະສານງານປະຈໍາພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ຄັ້ງທີ 5
Posted on June 16, 2021 | No Commentsກອງປະຊຸມທາງໄກຜ່ານລະບົບ ວີດີໂອ ຄອນເຟີເລັນ ຂອງໜ່ວຍປະສານງານປະຈຳພື້ນທີ່ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຕາມຊາຍແດນ ຄັ້ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ສປປ ລາວ ແລະ ແຂວງບຶງການ ຣາຊາອານາຈັກໄທ ໄດ້ໄຂຂື້ນ ໃນວັນທີ 15 ມິຖຸນາ […] -
ຊາວໜຸ່ມແຂວງ ຈັດກອງປະຊຸມ ກຳນົດພະນັກງານນຳພາ-ຄຸ້ມຄອງ
Posted on June 16, 2021 | No Commentsເພື່ອຮັກສາຄຸນນະພາບຂອງສະມາຊິກພັກ, ພະນັກງານ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ພຽບພ້ອມດ້ວຍຄຸນສົມບັດ-ສິນທຳປະຕິວັດ ໃນການບໍລິຫານ, ຊີ້ນຳ-ນຳພາວຽກງານໃນຕໍ່ໜ້າ, ໃນຕອນເຊົ້າຂອງວັນທີ 15 ມິຖຸນາ 2021 ຢູ່ທີ່ຫ້ອງປະຊຸມ ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງຄະນະບໍລິຫານງານຊາວໜຸ່ມແຂວງ ຂຶ້ນ ພາຍໃຕ້ການເປັນປະທານຂອງ ສະຫາຍ […] -
ປະທານກວດກາພັກ-ລັດແຂວງ ລົງຊຸກຍູ້ວຽກງານກວດກາພັກ-ລັດເມືອງວຽງທອງ
Posted on June 16, 2021 | No Commentsໃນວັນທີ 15 ມິຖຸນາ 2021 ຢູ່ຫ້ອງປະຊຸມຊັ້ນ II ຫ້ອງວ່າການເມືອງວຽງທອງ ແຂວງບໍລິຄໍາໄຊ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງ ໄດ້ລົງຊຸກຍູ້ຕິດຕາມການປະຕິບັດວຽກງານຂອງພະນັກງານກວດກາພັກ-ລັດເມືອງວຽງທອງ ເຊີ່ງມີພະນັກງານຫ້ອງການກວດກາພັກ-ລັດ ແລະ ພະນັກງານຜູ້ທີ່ເຮັດວຽກງານກວດກາຢູ່ແຕ່ລະຫ້ອງການອອ້ມຂ້າງເມືອງ ເຂົ້າຮ່ວມ. ຈຸດປະສົງໃນການລົງຊຸກຍູ້ຄັ້ງນີ້ […] -
ຝຶກອົບຮົມການວິໄຈຂໍ້ມູນສະຖິຕິ ຂັ້ນເມືອງ
Posted on June 16, 2021 | No Commentsໃນວັນທີ 15 ມີຖຸນາ 2021 ຢູ່ທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການປົກຄອງເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດກອງປະຊຸມຝຶກອົບຮົມ ສ້າງຂີດຄວາມອາດສາມາດໃນດ້ານການວິເຄາະ, ວິໄຈຂໍ້ມູນຂັ້ນພື້ນຖານ ແລະ ບົດລາຍງານເກັບຂໍ້ມູນສະຖິຕິຂັ້ນແຂວງ ແລະ 7 ຕົວເມືອງຂື້ນ ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ພັອ ຄໍາແພນ […] -
ສຳເລັດກອງປະຊຸມໃຫຍ່ ຄັ້ງທີ IV ຂອງແມ່ຍິງໜ່ວຍສະຫະພັນກໍາມະບານແຂວງ
Posted on June 16, 2021 | No Commentsກອງປະຊຸມໃຫຍ່ ຄັ້ງທີ IV ຂອງແມ່ຍິງໜ່ວຍສະຫະພັນກໍາມະບານ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ພຸດສະດີ ບົວທອງ ປະທານແມ່ຍິງໜ່ວຍສະຫະພັນກໍາມະບານແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຄຳໃບ ບໍລິວັນ ຮອງປະທານສະຫະພັນແມ່ຍິງແຂວງ […] -
ບໍລິຄຳໄຊ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຫລັກແຫລ່ງນຳພາ
Posted on June 15, 2021 | No Commentsພິທີປະກາດຍົກຍ້າຍພະນັກງານ-ແຕ່ງຕັ້ງຮອງຫົວໜ້າຄະນະຈັດຕັ້ງແຂວງ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມແຂວງ ໄດ້ຈັດຂຶ້ນໃນວັນທີ 15 ມິຖຸນາ 2021 ຢູ່ຫ້ອງປະຊຸມໃຫຍ່ຂອງແຂວງ, ເຂົ້າຮ່ວມໂດຍ ທ່ານ ບຸນສົງ ເພັດຈະເລີນ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງບໍລິຄຳໄຊ ມີຄະນະພະແນກທີ່ກ່ຽວຂ້ອງ, ພະນັກງານລັດຖະກອນ ແລະ ແຂກຖືກເຊີນເຂົ້າຮ່ວມ. ໃນພິທີ […] -
ປີ 2020 SME ສາມາດເຂົ້າເຖິງແຫຼ່ງທຶນ ມູນຄ່າ 5 ຕື້ກວ່າກີບ
Posted on June 15, 2021 | No Commentsກອງປະຊຸມປຶກສາຫາລືການເຂົ້າເຖິງແຫຼ່ງທຶນຂອງກອງທຶນສົ່ງເສີມ SME ປະຈໍາປີ 2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ມິຖຸນາ 2021 ຢູ່ຫ້ອງປະຊຸມພະແນກອຸດສາຫະກໍາ ແລະ ການຄ້າແຂວງ ໂດຍການເປັນປະທານຂອງທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ-ຮອງຫົວໜ້າພະແນກການ, ຜູ້ປະກອບການທຸລະກິດພາຍໃນແຂວງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. […] -
ຝຶກອົບຮົມ ການປ້ອງກັນການແຜ່ລະບາດ ແລະ ຫຼຸດຜ່ອນຜົນກະທົບ ຈາກພະຍາດໂຄວິດ-19
Posted on June 15, 2021 | No Commentsຍ້ອນພະຍາດໂຄວິດ 19 ກຳລັງແຜ່ລະບາດເປັນວົງກວ້າງ, ສະນັ້ນ ເພື່ອເປັນການຮຽນຮູ້ວິທີປ້ອງກັນຢ່າງຖືກຕ້ອງ ໃນວັນທີ 15 ມິຖຸນາ 2021 ຢູ່ສູນໄອຊີທີ ແຂວງບໍລິຄຳໄຊ ໄດ້ເປີດການຝຶກອົບຮົມ ກ່ຽວກັບການປ້ອງກັນການແຜ່ລະບາດ ແລະ ຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ 19 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ບຸນເສັງ […] -
ເຫງະອານ ກໍ່ສ້າງສຸກສາລາຢູ່ເມືອງ ໄຊຈຳພອນ ມູນຄ່າ 14 ຕື້ກວ່າດົງ
Posted on June 15, 2021 | No Commentsພິທີລົງນາມເຊັນບົດບັນທຶກ ມອບ-ຮັບສຸກສາລາ ຢູ່ບ້ານສົບເຕີງ ກຸ່ມນໍ້າອ້ອນ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ລະຫວ່າງອົງການປົກຄອງແຂວງບໍລິຄຳໄຊ ສປປ ລາວ ແລະ ອົງການປົກຄອງແຂວງເຫງະອານ ສສ ຫວຽດນາມ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 14 ມິຖຸນາ 2021 ຢູ່ດ່ານສາກົນນໍ້າພາວ-ເກົ່າແຈວ, ຝ່າຍແຂວງບໍລິຄຳໄຊ […] -
2 ໜ່ວຍພັກ ທີ່ຂຶ້ນກັບຮາກຖານພັກພະແນກ ສຶກສາ ສຳເລັດກອງປະຊຸມໃຫຍ່ຂອງຕົນ
Posted on June 15, 2021 | No Commentsກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກວິຊາການຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 14 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງການກິລາ ພາຍໃຕ້ການເປັນປະທານຂອງສະຫາຍ ບຸນມະນີ ສຸລິວົງ ວ່າການເລຂາໜ່ວຍພັກວິຊາການ, ເປັນກຽດເຂົ້າຮ່ວມຂອງທ່ານ ບຸນຄົບ ຈັນທະວົງ ຮອງຄະນະຈັດຕັ້ງແຂວງ ແລະ […] -
ໂສດສາມສະໄໝ
Posted on June 14, 2021 | No Comments -
ທົ່ງນາໄກ ສາຍລົມເຫງົາ
Posted on June 14, 2021 | No Comments -
ສະເໜ່ສາວມົ້ງ
Posted on June 14, 2021 | No Comments -
ຜີ
Posted on June 14, 2021 | No Comments -
ເມືອງໄຊຈຳພອນ ຈັດປະຊຸມ ປຶກສາຫາລື ການຈັດສັນຜັງເມືອງໃໝ່
Posted on June 14, 2021 | No Commentsຕອນເຊົ້າຂອງວັນທີ 14 ມິຖຸນາ 2021 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ໄດ້ເປີດກອງປະຊຸມປຶກສາຫາລື ຮ່ວມກັນລະຫວ່າງຄະນະກຳມະການຈັດສັນຜັງເມືອງໃໝ່ ໂດຍການເປັນປະທານຂອງ ທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສສຂ, ຄະນະຫ້ອງການ ພ້ອມດ້ວຍອຳນາດການປົກຄອງບ້ານນ້ຳອ້ອນ ແລະ ບ້ານວັງບານ […] -
ໜ່ວຍພັກຮາກຖານໂຮງຮຽນການເມືອງ-ການປົກຄອງແຂວງ ດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ
Posted on June 14, 2021 | No Commentsບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳ 6 ເດືອນ ຂອງໜ່ວຍພັກຮາກຖານໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ຈັດຂຶ້ນໃນວັນທີ 14 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍ ສະຫາຍ ພູເຂົາເງິນ ອິນທະວົງ ກຳມະການພັກແຂວງ ເລຂາໜ່ວຍພັກຮາກຖານໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ, ມີບັນດາຄະນະພັກ, […] -
ເຈົ້າໜ້າທີ່ ປກສ ເມືອງປາກກະດິງ ຈັບກຸ່ມແກ້ງຄ້າ-ຂາຍຢາບ້າ ພ້ອມຂອງກາງ ແສນຫ້າໝື່ນກ່ວາເມັດ
Posted on June 14, 2021 | No Commentsເຈົ້າໜ້າທີ່ ປກສ ເມືອງປາກກະດິງ ແຂວງບໍລິຄຳໄຊ ມ້າງລາຍຄະດີ ເສບ ແລະ ຄ້າ-ຂາຍ ຢາເສບຕິດ, ສາມາດກັກຕົວຜູ້ຖືກຫາໄດ້ 04 ຄົນ ພ້ອມຂອງກາງຢາບ້າ 156.479 ເມັດ ມາດໍາເນີນຄະດີຕາມລະບຽບກົດໝາຍ. ພາຍຫຼັງໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ ວ່າ: ມີການມົ້ວສຸມເສບ ແລະ […] -
ໜ່ວຍພັກ ມ. ສ 3 ແຫ່ງ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VI
Posted on June 14, 2021 | No Commentsກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກໂຮງຮຽນ ມ.ສ ສີທ່ານາໄຊ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 10 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ວິໂລດ ເລືອງຕະກຸນ ເລຂາໜ່ວຍພັກໂຮງຮຽນ ມ. ສ ສີທ່ານາໄຊ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳແຫວນ […] -
ເມືອງວຽງທອງ ເຜີຍແຜ່ເອກະສານ ວ່າດ້ວຍການຄັດເລືອກ – ບັນຈຸ ລັດຖະກອນໃໝ່
Posted on June 14, 2021 | No Commentsພິທີເຜີຍແຜ່ ແລະ ເຊື່ອມເຊືອມ ເອກະສານທີ່ສຳຄັນຂອງພັກ ທີ່ເມືອງວຽງທອງ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນກຽດຂື້ນເຜີຍແຜ່ ເອກະສານຂອງ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ມີທ່ານ ພັນເອກ […] -
ອົງການປົກຄອງແຂວງບໍລິຄຳໄຊ ປະກອບສ່ວນຊີມັງ 60 ໂຕ່ນ ໂຄງການເສັ້ນທາງເບຕົງຮ່ວມໃຈພາຍໃນ 3 ບ້ານ ເທດສະບານເມືອງບໍລິຄັນ
Posted on June 14, 2021 | No Commentsໃນວັນທີ 11 ມິຖຸນາ 2021 ຢູ່ຫ້ອງການບ້ານນາແຫນ ເມືອງບໍລິຄັນ ແຂວງບໍລິຄຳໄຊ, ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ພ້ອມຄະນະ ຕາງໜ້າໃຫ້ຄະນະພັກ, ຄະນະປົກຄອງແຂວງ ໄດ້ນຳເອົາຊີມັງຈຳນວນ 60 ໂຕ່ນ ມູນຄ່າ 37 […] -
ຫົວໜ້າຄະນະສະເພາະກິດ ເມືອງປາກກະດິງ ລົງຕິດຕາມ ແລະ ຊີ້ນຳມາດຕະການຕໍ່ບຸກຄົນ ແລະ ຄອບຄົວ ທີ່ໃກ້ຊິດກັບຄົນທີ່ມີຄວາມສ່ຽງ ພະຍາດ ໂຄວິດ-19
Posted on June 14, 2021 | No Commentsເນື່ອງຈາກມີປະຊາຊົນເມືອງປາກກະດິງ ພົວພັນໃກ້ຊິດກັບຜູ້ຕິດເຊື້ອ ພະຍາດ ໂຄວິດ-19 ກໍລະນີ 1970. ໃນຕອນເຊົ້າວັນທີ 11 ມິຖຸນາ 2021, ທ່ານ ສົມພອນ ຈັນທະນາສຸກ ເຈົ້າເມືອງປາກກະດິງ ຫົວໜ້າຄະນະສະເພາະກິດຂັ້ນເມືອງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ແລະ ຊີ້ນຳຄະນະສະເພາະກິດຂັ້ນບ້ານນ້ຳຄູ້, ບ້ານທົ່ງນາມີ […] -
ໄຊຈຳພອນ ທົບທວນການຂຽນແຜນໂຄງການ 5 ປີ
Posted on June 11, 2021 | No Commentsໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2021 ຢູ່ທີ່ສະໂມສອນຫ້ອງວ່າການ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມ ທົບທວນແຜນ 5 ປີ ແຕ່ປີ 2020 – 2024 ໂດຍການເປັນປະທານຂອງທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ. ກອງປະຊຸມ […] -
ແຜນງານລາວ 030 ມອບເຄື່ອງຊ່ວຍເຫລືອ ມສ ນ້ຳອ້ອນ
Posted on June 11, 2021 | No Commentsຕອນບ່າຍຂອງວັນທີ 10 ມິຖຸນາ 2021 ຢູ່ທີ່ໂຮງຮຽນ ມສ ນ້ຳອ້ອນ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອ ໃຫ້ຫໍພັກ ມສ ນ້ຳອ້ອນ ໂດຍໄດ້ຮັບການສະໜັບສະໜູນຈາກ ແຜນງານລາວ 030, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳໄຊ ຕຸນາລົມ […] -
ກອງປະຊຸມໃຫຍ່ ຄັ້ງທີ III ຊາວໜຸ່ມຮາກຖານສະພາປະຊາຊົນແຂວງ
Posted on June 11, 2021 | No Commentsໃນວັນທີ 10 ມິຖຸນາ 2021 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມໃຫຍ່ຊາວໜຸ່ມຂອງຕົນຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ທິລະພົງ ຈັນຕາ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຊາວໜຸ່ມຮາກຖານ, ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ສະຫາຍ ທອງມະນີ […] -
ພະແນກ ອຄ ແຂວງ ເຊື່ອມຊຶມມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI
Posted on June 11, 2021 | No Commentsໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2021 ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຂຶ້ນ ຢູ່ຫ້ອງປະຊຸມຂອງສະພາປະຊາຊົນແຂວງ, ໃຫ້ກຽດເຜີຍແຜ່ເອກະສານໂດຍ ສະຫາຍ ໄກສອນ ຈັນສີນາ […] -
ເຈົ້າເມືອງວຽງທອງ ລົງຕິດຕາມຊຸກຍູ້ ການສ້ອມແປງຊົນລະປະທານ ຢູ່ບ້ານທອງມີໄຊ
Posted on June 11, 2021 | No Commentsໃນວັນທີ 9 ມີຖຸນາ 2021 ທ່ານ ພັອ ຄໍາແພນ ວິລືທໍາ ເຈົ້າເມືອງວຽງທອງ ໄດ້ລົງຊຸກຍູ້ຕິດຕາມເບີ່ງການສ້ອມແປງຄືນ ຊົນລະປະທານນໍ້າຊັ່ງ ຂອງປະຊາຊົນບ້ານທອງມີໄຊ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ທີ່ເປ່ເພໃນປີຜ່ານມາ. ໃນການສ້ອມແປງຄັ້ງນີ້ ແມ່ນສ້ອມແປງຄືນຫົວງານ ທີ່ຖືກເປ່ເພໃຊ້ການບໍ່ໄດ້ ໃຫ້ກັບຄືນມາໃຊ້ໄດ້ເປັນປົກກະຕິ, ການສ້ອມແປງມີຄວາມຍາວ […] -
ສຳເລັດກອງປະຊຸມໃຫຍ່ ຄັ້ງທີ 2 ໜ່ວຍພັກສູນການສຶກສານອກໂຮງຮຽນແຂວງ
Posted on June 10, 2021 | No Commentsກອງປະຊຸມໃຫຍ່ ຄັ້ງທີ 2 ຂອງໜ່ວຍພັກສູນການສຶກສານອກໂຮງຮຽນແຂວງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 10 ມິຖຸນາ 2021 ຢູ່ຫ້ອງປະຊຸມຂອງຕົນ ພາຍໃຕ້ການເປັນປະທານຂອງສະຫາຍ ສັງວານ ວິໄລສຸກສະໄຫວ ເລຂາໜ່ວຍພັກສູນການສຶກສານອກໂຮງຮຽນ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ແລະ ທ່ານ ລົມ […] -
ໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍລິຄຳໄຊ ເປີດການຮຽນ-ການສອນ ແບບໃໝ່
Posted on June 10, 2021 | No Commentsໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ໄດ້ສຸມໃສ່ເຮັດໃຫ້ການຮຽນ-ການສອນ ໄດ້ທັງປະລິມານ ແລະ ມີຄຸນນະພາບ ໃນຊ່ວງໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ທ່ານ ພູເຂົາເງິນ ອິນທະວົງ ອຳນວຍການໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ໃຫ້ສຳພາດ ໃນວັນທີ 10 ມິຖຸນາ 2021 […] -
ຮອງເລຂາພັກແຂວງບໍລິຄຳໄຊ ລົງເຄື່ອນໄຫວວຽກງານ ຢູ່ເມືອງ ວຽງທອງ
Posted on June 10, 2021 | No Commentsໃນວັນທີ 9 ມິຖຸນາ 2021 ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຽກງານຢູ່ເມືອງວຽງທອງ ໂດຍມີທ່ານ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ແລະ ຂະແໜງການທີ່ກ່ຽວຂ້ອງ ຮ່ວມພາທາງ. ການລົງເຄື່ອນໄຫວວຽກງານໃນຄັ້ງນີ້ ໄດ້ໄປບ້ານໄຊຈະເລີນ ແລະ […] -
ຄຳເກີດ ຈັດປະຊຸມວຽກງານກອງທຶນພັດທະນາບ້ານ ຂອງແຜນງານລາວ/030
Posted on June 10, 2021 | No Commentsຕອນເຊົ້າຂອງວັນທີ 9 ມິຖຸນາ 2021 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງຄຳເກີດ ໄດ້ຈັດກອງປະຊຸມວຽກງານກອງທຶນພັດທະນາບ້ານ ຂອງແຜນງານລາວ/030 ໂດຍການເປັນປະທານຂອງ ທ່ານ ແສງແກ້ວ ໃສມະນີ ຮອງເຈົ້າເມືອງຄຳເກີດ ຜູ້ຊີ້ນຳວຽກງານ ແຜນງານລາວ/030 ປະຈຳເມືອງ, ມີຫົວຫນ້າຫ້ອງການ, ວິຊາການບັນດາຫ້ອງການເປົ້າຫມາຍ ແລະ […] -
ກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຄັ້ງທີ 4 ສະໄໝທີ III
Posted on June 9, 2021 | No Commentsກອງປະຊຸມເປີດກ້ວາງ ຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ຄັ້ງທີ 4 ສະໄໝທີ III ໄດ້ໄຂຂື້ນຢ່າງເປັນທາງການ ໃນລະຫວ່າງວັນທີ 07 – 08 ມິຖຸນາ 2021 ໂດຍການເປັນປະທານຂອງສະຫາຍ ພັນເອກ ກົງຈັນ ໄຊປັນຍາ […] -
ກອງປະຊຸມທາງໄກ ເພື່ອປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງ ເລກທີ 15/ນຍ
Posted on June 9, 2021 | No Commentsກອງປະຊຸມທາງໄກ ຜ່ານລະບົບວີດີໂອຄອນຟີເຣັ້ນ ລະຫວ່າງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາ 2021 ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສົມມາດ ພົນເສນາ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີບັນດາກຳມາທິການສະພາແຫ່ງຊາດ, ປະທານສະພາປະຊາຊົນແຂວງທົ່ວປະເທດເຂົ້າຮ່ວມ, ແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ […] -
ກຸ່ມປູກຜັກອິນຊີ ບ້ານຫົວນາ ໄດ້ຮັບການສົ່ງເສີມດ້ານການຜະລິດກະສິກຳ ມູນຄ່າ 25 ລ້ານກ່ວາກີບ
Posted on June 9, 2021 | No Commentsພິທີມອບຜ້າຢາງ ແລະ ຈັກຂຸດດີນ ໃຫ້ກຸ່ມປຸກຜັກອີນຊີ ບ້ານ ຫົວນາ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ່ 8 ມິຖຸນາ 2021 ຢູ່ທີ່ສວນຜັກອີນຊີບ້ານຫົວນາ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ໂດຍມີການນຳຂັ້ນເມືອງ […] -
ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຝຶກອົບຮົມກ່ຽວກັບຄວາມເປັນເອກະພາບ ການນໍາໃຊ້ເອກະສານທາງລັດຖະການ
Posted on June 9, 2021 | No Commentsໃນວັນທີ 8 ມິຖຸນາ 2021 ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ຈັດພິທີຝຶກອົບຮົມ ຮ່າງເອກະສານທາງລັດຖະການ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ, ມີຮອງເລຂາ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການ ເຂົ້າຮ່ວມ. ຈຸດປະສົງການຈັດຝຶກອົບຮົມໃນຄັ້ງນີ້ […] -
ຮອງເລຂາພັກແຂວງ ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຢູ່ເມືອງວຽງທອງ
Posted on June 9, 2021 | No Commentsໃນວັນທີ 8 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງວຽງທອງ ແຂວງບໍລິຄຳໄຊທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້, ຕິດຕາມ ວຽກງານກໍ່ສ້ງຮາຖານການເມືອງ ພັດທະຊົດນະບົດຮອບດ້ານ ແລະ ວຽກງານ 3 ສ້າງ ຢູ່ເມືອງວຽງທອງ […] -
ຄະນະພັກຮາກຖານ ບໍລິສັລັດ ພັດທະນາຊົນນະບົດ ເປີດບັ້ນແຂ່ງຂັນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
Posted on June 9, 2021 | No Commentsໃນຕອນເຊົ້າຂອງວັນທີ 7 ມີຖຸນາ 2021 ນີ້, ທີ່ຫ້ອງປະຊຸມ ບໍລິສັດລັດ ພັດທະນາຊົນນະບົດ ໄດ້ຈັດຕັ້ງກອງປະຊຸມເປີດບັ້ນແຂ່ງຂັນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ສຸກນິລັນ ຄຳພິລາວົງ ເລຂາຄະນະພັກຮາກຖານ – ອໍານວຍການບໍລິສັດລັດ […] -
ເມືອງປາກຊັນ ເຂັ້ມງວດໃນການນຳໃຊ້ເຮືອຫາປາ ຕາມລຳນ້ຳຂອງ
Posted on June 9, 2021 | No Commentsເພື່ອເຮັດໃຫ້ການນຳໃຊ້ເຮືອຫາປາ ຈຳນວນ 14 ບ້ານ ຕາມລຳແມ່ນ້ຳຂອງ ໃຫ້ໄດ້ຮັບຜົນດີ, ຖືກຕ້ອງຕາມມາດຕະການຜ່ອນຜັນ ໃນໄລຍະປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19, ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ສຸມໃສ່ຕິດຕາມກວດກາວຽກງານດັ່ງກ່າວຢ່າງເຂັ້ມງວດ, ທ່ານ ໂພຄຳ ຈັນທະສຸກ ຮອງເຈົ້າເມືອງປາກຊັນ […] -
ພະແນກ ສຶກສາ ແຂວງ ລົງຕິດຕາມ, ຊຸກຍູ້ວຽກງານຮອບດ້ານ ຫ້ອງການສຶກສາ 3 ເມືອງພູດອຍ
Posted on June 8, 2021 | No Commentsໃນລະຫວ່າງວັນທີ 31 ພຶດສະພາ ຫາ 4 ມີຖຸນາ 2021 ທີ່ຜ່ານມາ ພະແນກສຶກສາທິການ ແລະ ກິລາ ແຂວງບໍລິຄຳໄຊ ໄດ້ລົງຕິດຕາມ, ຊຸກຍູ້ວຽກງານຮອບດ້ານ ຂອງຫ້ອງການສຶກສາທິການ ແລະ ກິລາເມືອງ ເມືອງວຽງທອງ, ເມືອງໄຊຈໍາພອນ ແລະ […] -
ເຈົ້າແຂວງຊີ້ນຳ 8 ບັນຫາ ຕໍ່ກອງບັນຊາການ ປກສ ແຂວງ
Posted on June 8, 2021 | No Commentsເພື່ອເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດ ມີປະສິດທິຜົນສູງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນແຂວງ ໄດ້ເນັ້ນບາງວຽກງານ ທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດ ຕໍ່ກອງປະຊຸມເປີດກວ້າງຄົບຄົບຄະນະບໍລິຫານງານພັກກອງບັນຊາການ ປກສ ແຂວງ ຄັ້ງທີ 4 ສະໄໝທີ III ທີ່ໄດ້ຈັດຂຶ້ນໃນວັນທີ […] -
ຫ້ອງວ່າການ ແລະ ຄະນະເລຂາທິການສະພາປະຊາຊົນແຂວງ ຈັດກອງປະຊຸມຮ່ວມກັນ
Posted on June 8, 2021 | No Commentsກອງປະຊຸມຮ່ວມ ລະຫວ່າງຫ້ອງວ່າການແຂວງ ກັບ ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ສົມໃຈ ແກ້ວສຸວັນ ຮອງຫົວໜ້າຫ້ອງວ່າການແຂວງ ແລະ ທ່ານ ວິລັດ ສຸມີໄຊ ຮອງເລຂາທິການສະພາປະຊາຊົນແຂວງບໍລິຄຳໄຊ, ມີຂະແໜງການທີ່ກ່ຽວຂ້ອງ […] -
ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນກາງ ຮຸ່ນທີ 15
Posted on June 7, 2021 | No Commentsຊຸດຮຽນທິດສະດີການເມືອງ-ການປົກຄອງ ລະບົບຊັນກາງ ຮຸ່ນທີ XV ປະຈຳສົກຮຽນ 2021-2022 ໄດ້ໄຂຂຶ້ນໃນວັນທີ 7 ມິຖຸນາ 2021 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງ ເຂົ້າຮ່ວມໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງບໍລິຄຳໄຊ ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ. […] -
ສໍາເລັດໂຄງການກໍ່ສ້າງຂົວນໍ້າທົບ ແລະ ຫໍພັກນັກຮຽນ ບ້ານທົ່ງແຄະ
Posted on June 7, 2021 | No Commentsໃນຕອນເຊົ້າຂອງວັນທີ 4 ມິຖຸນາ 2021 ນີ້, ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຂົວນໍ້າທົບ ແລະ ຫໍພັກນັກຮຽນ ບ້ານທົ່ງແຄະ ພາຍໃຕ້ການເປັນປະທານຂອງທ່ານ ເພັດສະໃໝ ໄຊຍະທິຈັກ ເລຂາພັກເມືອງ ເຈົ້າເມືອງຄໍາເກີດ, ທ່ານ ພັນເອກ ສຸກນິລັນ ຄໍາພິລາວົງ ອໍານວຍການ ບໍລິສັດ […] -
ຮອງເລຂາພັກເມືອງວຽງທອງ ລົງຕິດຕາມການລົງກໍ່ສ້າງຮາກຖານປະຈໍາບ້ານຜາຂອດ
Posted on June 7, 2021 | No Commentsໃນວັນທີ 3 ມິຖຸນາ 2021 ນີ້ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັກເມືອງວຽງທອງ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມຊຸກຍູ້ພະນັກງານທີ່ລົງກໍ່ສ້າງຮາກຖານປະຈໍາບ້ານຜາຂອດ. ການລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ຂອງບ້ານຜາຂອດ ໄດ້ເລີ່ມມາແຕ່ວັນທີ 17 ພຶດສະພາ 2021 […] -
ອົງການກາແດງແຂວງ ມອບເຄື່ອງບັນເທົາທຸກໃຫແກ່ຄອບຄົວທີ່ຖືກອັກຄີໄພ
Posted on June 7, 2021 | No Commentsໃນຕອນເຊົ້າ ວັນທີ 3 ມິຖຸນາ ນີ້ ຢູ່ທີ່ ບ້ານ ທ່າບົກ ເມືອງ ທ່າພະບາດ ອົງການກາແດງ ແຂວງ ບໍລິຄໍາໄຊ ໄດ້ລົງມອບເຄື່ອງຄົວເຮືອນ ທີ່ຈຳເປັນ ໃຫ້ຄອບຄົວນາງ ຈັບ ອັກຄະວົງ ຢູ່ບ້ານ ທ່າບົກ […] -
ພະແນກການຕ່າງປະເທດ ແຂວງບໍລິຄຳໄຊ – ນະຄອນດ່າໜັງ ຈັດກອງປະຊຸມທາງໄກຮ່ວມກັນ
Posted on June 4, 2021 | No Commentsກອງປະຊຸມແລກປ່ຽນຖອດຖອນບົດຮຽນ ລະຫວ່າງ ພະແນກການຕ່າງປະເທດ ແຂວງບໍລິຄຳໄຊ ສປປ ລາວ ແລະ ພະແນກພົວພັນຕ່າງປະເທດ ນະຄອນດາໜັງ ສສ ຫວຽດນາມ ຜ່ານລະບົບກອງປະຊຸມທາງໄກ ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ຝ່າຍແຂວງບໍລິຄຳໄຊ ນຳໂດຍ ທ່ານ […] -
ປະຊາຊົນ 3 ບ້ານ ເມືອງບໍລິຄັນ ຮ່ວມແຮງຮ່ວມໃຈກໍ່ສ້າງທາງເບຕົ່ງ ຢູ່ເທດສະບານເມືອງບໍລິຄັນ
Posted on June 4, 2021 | No Commentsໃນວັນທີ 4 ມິຖຸນາ 2021 ຢູ່ທີ່ເດີ່ນຫ້ອງການ ບ້ານນາແຫນ ໄດ້ເປີດພິທີການກໍ່ສ້າງທາງເບຕົ່ງ ລຽບຕາມແຄມນ້ຳຊັນ ຂື້ນຢ່າງເປັນທາງການ ເປັນກຽດເຂົ້າຮ່ວມ ຂອງທ່ານ ທອງໃບ ທອງໃສ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງບໍລິຄັນ, ມີບັນດາການນໍາຂອງເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ, […] -
ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ຮຽກຮ້ອງໃຫ້ສັງຄົມ ຮ່ວມແຮງຮ່ວມໃຈຟື້ນຟູລະບົບນິເວດ
Posted on June 4, 2021 | No Commentsໃນວັນທີ 4 ມິຖຸນາ 2021 ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ໃຫ້ສຳພາດວ່າ: ໃນປີນີ້ ກໍ່ຄືທຸກໆປີຜ່ານມາທີ່ ສປປ ລາວ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ ໄປພ້ອມໆກັບປະຊາຄົມໃນທົ່ວໂລກ ເຊິ່ງປີນີ້ ຄົບຮອບ 49 […] -
ບໍລິສັດ ເຂື່ອນໄຟຟ້ານ້ຳເທີນ 1 ປະກອບສ່ວນ ສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກ
Posted on June 4, 2021 | No Commentsເພື່ອເປັນການປະກອບສ່ວນ ເຂົ້າໃນວັນສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 49 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສຳຄັນ. ໃນວັນທີ 4 ມິຖຸນາ 2021 ບໍລິສັດເຂື່ອນໄຟຟ້ານ້ຳເທີນ 1 ໄດ້ນຳເອົາເສື້ອ 150 ຜືນ, ປ້າຍຄໍາຂວັນ […] -
5 ປີ ບໍລິຄຳໄຊ ເສຍຫາຍຈາກໄພພິບັດ 200 ຕື້ກວ່າກີບ
Posted on June 4, 2021 | No Commentsກອງປະຊຸມສະຫຼຸບການຈັດຕັ້ງວຽກງານຄຸ້ມຄອງໄພພິບັດ 5 ປີ (2016-2020), ທິດທາງແຜນການ 2021-2025, ແຜນວຽກຈຸດສຸມ ແລະ ການກຽມພ້ອມຕອບໂຕ້ໄພພິບັດປະຈຳປີ 2021 ໄດ້ຈັດຂຶ້ນໃນວັນທີ 4 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ເປັນປະທານໂດຍ ທ່ານ ບຸນເສັງ ປະທຳມະວົງ ຮອງເຈົ້າແຂວງບໍລິຄຳໄຊ […] -
ຄວາມຄືບໜ້າຂອງແຜນງານພັດທະນາທ້ອງຖິ່ນ 4 ເມືອງເປົ້າໝາຍ ແຜນງານລາວ 030
Posted on June 3, 2021 | No Commentsກອງປະຊຸມຄັ້ງທີ 5 ຂອງຄະນະຊີ້ນຳຂັ້ນແຂວງ ແຜນງານລາວ 030 ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 3 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໃຫ້ກຽດເປັນປະທານໂດຍ ທ່ານ ບຸນເສັງ ປະທໍາມະວົງ ຮອງເຈົ້າແຂວງບໍລິຄຳໄຊ, ປະທານຄະນະຊີ້ນຳແຜນງານລາວ 030, ມີຫົວໜ້າພະແນກແຜນການ ແລະ […] -
ບໍລິຄຳໄຊ ເປີດອົບຮົມທິດສະດີການເມືອງ-ການປົກຄອງ ໃຫ້ພະນັກງານ-ສະມາຊິກພັກ
Posted on June 3, 2021 | No Commentsຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບບຳລຸງ 45 ວັນ ຊຸດທີ 47 ໄດ້ໄຂຂຶ້ນໃນວັນທີ 3 ມິຖຸນາ 2021 ຢູ່ໂຮງຮຽນການເມືອງ-ການປົກຄອງແຂວງບໍລິຄຳໄຊ ເຂົ້າຮ່ວມເປີດໂດຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ, ມີຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ພະນັກງານ-ສະມາຊິກພັກ ເຂົ້າຮ່ວມ. […] -
ເຈົ້າແຂວງຊີ້ນຳ 9 ວຽກງານສຳຄັນ ຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງ
Posted on June 3, 2021 | No Commentsເພື່ອເປັນທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໃຫ້ໄດ້ຮັບຜົນສຳເລັດ ດ້ວຍປະສິດທິຜົນສູງສຸດ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລີຄຳໄຊ ໄດ້ເນັ້ນບາງວຽກງານ ທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດ ໃນກອງປະຊຸມວຽກງານອົງການປົກຄອງແຂວງ ປະຈຳເດືອນພຶດສະພາ ທີ່ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2021 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ. ຜ່ານການສະເໜີລາຍງານ, ປະກອບຄຳເຫັນ ແລະ […] -
ຫົວສິງໄຄ ສາມາດຊ່ວຍແກ້ອາການປາກແຫ້ງໄດ້!..
Posted on June 3, 2021 | No Commentsຫົວສິງໄຄແມ່ນສະໝູນໄພທີ່ມີມາຕັ້ງແຕ່ສະໄໝບູຮານ ມີສັບພະຄຸນໃຊ້ເປັນຢາຮັກສາພະຍາດ ໂດຍສະເພາະແມ່ນໃນສະພາບອາກາດທີ່ໜາວເຢັນ ຖ້າໃຜເລີ່ມມີສົບແຫ້ງ ມື້ນີ້ພວກເຮົາມີວິທີເຮັດນໍ້າຫົວສິງໄຄເພື່ອບັນເທົາອາການດັ່ງ ກ່າວມາຝາກ. ສຳລັບວິທີການເຮັດນໍ້າຫົວສິງໄຄເພື່ອແກ້ອາການປາກແຫ້ງ ໃຊ້ຕົ້ນຫົວສິງໄຄແກ່ໆ ສົດໆ ປະມານ 1 ກຳມື ທຸບພໍແຫຼກແລ້ວນຳໄປຕົ້ມກັບນໍ້າປະມານ 1 ລິດ ແລະ ຕອງເອົາແຕ່ນໍ້າ ເຊີ່ງສາມາດດື່ມແທນນໍ້າໄດ້ໝົດມື້ ເພາະມີສັບພະຄຸນໃນການແກ້ຮັກສາອາການຮ້ອນໃນ ແລະ […] -
ກອງປະຊຸມປະຊາສຳພັນອອກໃບຕາດີນແບບເປັນລະບົບ
Posted on June 3, 2021 | No Commentsຕອນເຊົ້າຂອງວັນທີ 2 ມີຖຸນາ 2021 ນີ້ຢູ່ສະໂມສອນ ບ້ານ ຈັດສັນ ຫ້ວຍຫອຍ, ເມືອງວຽງທອງ, ແຂວງບໍລິຄໍາໄຊ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດກອງປະຊຸມປະຊາສຳພັນອອກໃບຕາດີນແບບເປັນລະບົບ ຂອງໂຄງການເຂື່ອນໄຟຟ້ານໍ້າເທີນ 1 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພັອ ຄໍາແພນ […] -
ປະກາດແຕ່ງຕັ້ງ ຮອງຫົວໜ້າຫ້ອງວ່າການແຂວງ
Posted on June 2, 2021 | No Commentsກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ປະຈຳເດືອນພຶດສະພາ ທີ່ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ປະກາດການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ. ໃນພິທີ ໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງທ່ານເຈົ້າບໍລິຄຳໄຊ ສະບັບເລກທີ 240/ຂບຊ ລົງວັນທີ 20 […] -
ບໍລິຄຳໄຊ ເຂັ້ມງວດໃນການປ້ອງກັນການລັບລອບເຂົ້າເມືອງບໍ່ຖືກຕ້ອງ
Posted on June 2, 2021 | No Commentsເພຶ່ອເປັນການສະກັດກັ້ນ, ປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເອົາໃຈໃສ່ຕິດຕາມ, ກວດກາ ແລະ ສະກັດກັ້ນ ພົນລະເມືອງທີ່ລັກເຂົ້າ-ອອກ ລຽບຕາມຊາຍແດນຢ່າງເຂັ້ມງວດ ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ລາຍຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ທີ່ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2021 […] -
ກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ປະຈຳເດືອນພຶດສະພາ
Posted on June 2, 2021 | No Commentsກອງປະຊຸມວຽກງານອົງການປົກຄອງແຂວງ ປະຈຳເດືອນ ພຶດສະພາ ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2021 ຢູ່ຫ້ອງວ່າການແຂວງບໍລິຄຳໄຊ ໂດຍພາຍໃຕ້ການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ຫົວໜ້າພະແນກການອ້ອມຂ້າງແຂວງ, ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມ […] -
ການເກັບລາຍຮັບ 6 ເດືອນຕົ້ນປີ ແຂວງບໍລິຄຳໄຊ ຄາດວ່າຈະບໍ່ບັນລຸແຜນການ
Posted on June 2, 2021 | No Commentsການຈັດເກັບລາຍຮັບເຂົ້າງົບປະມານ 6 ຕົ້ນປີ 2021 ຄາດຄະເນວ່າຈະລຸດແຜນການ 50 ກວ່າ% ເປັນເງິນ 200 ກວ່າຕື້ກີບ ທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກການເງິນແຂວງ ໄດ້ລາຍຕໍ່ກອງປະຊຸມວຽກງານອົງການປົກຄອງແຂວງບໍລິຄຳໄຊ ທີ່ໄດ້ຈັດຂຶ້ນໃນວັນທີ 2 ມິຖຸນາ 2021 ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ. […] -
ບໍລິສັດໂຄຄາ ໂຄລາ ບອຕຕລິງ ຈຳກັດ ມອບນ້ຳດື່ມ-ນ້ຳຫວານ ໃຫ້ຄະນະສະເພາະກິດຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19
Posted on June 2, 2021 | No Commentsເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນວັນທີ 2 ມິຖຸນາ 2021 ຢູ່ຫ້ອງວ່າການແຂວງ ບໍລິສັດ ໂຄຄາ ໂຄລາ ບອຕຕລິງ ຈຳກັດ ( Coca Cola ) ໄດ້ນໍ້າເອົານໍ້າດື່ມ-ນ້ຳຫວານ ຈຳນວນໜຶ່ງ ມາມອບໃຫ້ແຂວງບໍລິຄຳໄຊ […] -
4 ເມືອງ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນວັນ ທີ 1 ມິຖຸນາ
Posted on June 2, 2021 | No Commentsເນຶ່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ( 1 ມິຖຸນາ ຂອງທຸກໆປີ ) ໄດ້ຫມູນວຽນມາຄົບຮອບອີກວາລະຫນຶ່ງ, ໃນຕອນເຊົ້າ ວັນທີ 1 ມິຖຸນາ 2021 ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັດພິທີປູກຕົ້ນໄມ້ຂື້ນ ຢູ່ທີ່ໂຮງຮຽນປະຖົມສົມບູນ ໂພນງາມ […] -
ກອງປະຊຸມກຳມາທິການວຽກງານ ສພຊ ແລະ ສພຂ ປະຈຳເຂດເລືອກຕັ້ງ
Posted on June 1, 2021 | No Commentsກອງປະຊຸມທາງໄກຜ່ານລະບົບວີດີໂອຄອນເຟີເຣັ້ນ ລະຫວ່າງກຳມາທິການວຽງານສະມາຊິກສະພາແຫ່ງຊາດ ແລະ ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ໄດ້ຈັດຂຶ້ນໃນວັນທີ 01 ມິຖຸນາ 2021 ໂດຍການເປັນປະທານຂອງທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ມີປະທານ, ຮອງປະທານສະພາປະຊາຊົນແຂວງ ທົ່ວປະເທດເຂົ້າຮ່ວມ, ສ່ວນແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ສຸວັນນີ […] -
ຊາວໜຸ່ມບໍລິຄຳໄຊ ຈັດກິດຈະກຳປູກຕົ້ນໄມ້
Posted on June 1, 2021 | No Commentsໃນວັນທີ 31 ພຶດສະພາ 2021 ຢູເດີ່ນຫ້ອງການຄະນະບໍລິຫານງານຊາວໜຸ່ມແຂວງ ໄດ້ຈັດກິດຈະກໍາປູກຕົ້ນໄມ້ຂຶ້ນ ນຳພາຂະບວນໂດຍ ສະຫາຍ ທອງມະນີ ໂຄດປັນຍາ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໂດຍມີຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ພະນັກງານພາຍໃນຫ້ອງການ ເຂົ້າຮ່ວມ. ຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນປະເພດຕົ້ນໄມ້ກິນໝາກ ເຊັ່ນ: ຕົ້ນໝາກມ່ວງ, ລຳໄຍ, […] -
ທ່າພະບາດ ເຊື່ອມຊືມເອກະສານກຳນົດພະນັກງານນຳພາ-ຄຸ້ມຄອງ
Posted on June 1, 2021 | No Commentsໃນລະຫວ່າງວັນທີ 27-31 ພຶດສະພາ 2021 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ເປີດກອງປະຊຸມ ເຊື່ອມຊື່ມ ເອກະສານກຳນົດພະນັກງານນຳພາ-ຄຸ້ມຄອງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ພູວົງ ພິມມະສອນ ຮອງເລຂາພັກເມືອງ. ໃນກອງປະຊຸມ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງ ເລກທີ 123 /ຄປຈ.ມທບ, ລົງວັນທີ 11 […]