ມອບ – ຮັບສາລຫຼັງໃໝ່ຢູ່ໂຮງໝໍນ້ອຍບ້ານຈອມທອງ

ໃນວັນທີ 16 ມິຖຸນາ 2021 ຢູ່ທີ່ໂຮງຫມໍນ້ອຍບ້ານໃຫຍ່ຈອມທອງ ເມືອງວຽງທອງ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບສາລາຫຼັງໃຫມ່ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ ມີພຣະສົງ, ຫົວຫນ້າຫ້ອງການອອມຂ້າງເມືອງ, ອໍານາດການປົກຄອງບ້ານ ແລະ ພໍ່ແມ່,ປະຊາຊົນເຂົ້າຮ່ວມ.

ໃນພິທີ ພະຄູ ຄໍາພອນ ທາອິນໄຊຍະວົງ ປະທານ ອພສ ເມືອງວຽງທອງ ໄດ້ຂຶ້ນຜ່ານບົດສະຫຼຸບໃນການກໍ່ສ້າງສາລາ ເຊີ່ງເລີ່ມລົງມືກໍ່ສ້າງມາແຕ່ວັນທີ 15 ທັນວາ 2020 ມາຮອດປະຈຸບັນສໍາເລັດ 100% ໃນມູນຄ່າ 65,380,000 ກີບ ເປັນອາຄານຖາວອນຂະໜາດ 6X9 ແມັດ, ກໍ່ດ້ວຍດີນຈີ່, ໂບກ, ມຸງກະເບື້ອງ, ປູກະໂລ, ຕິດຕັ້ງໄຟຟ້າຄົບຊຸດ, ປະກອບດ້ວຍໂຕະຕັ່ງ, ຕູ້ເຢັນ, ຕູ້ຍູ້ຄົນເຈັບ 1 ອັນ ພ້ອມດ້ວຍຫ້ອງນໍ້າ 2 ຫ້ອງ, ທຶນທີນໍາມາກໍ່ສ້າງແມ່ນໄດ້ຈາກອອກຕົນຍາດໂຍມທີ່ບໍລິຈາກໃນການຈັດງານບຸນປະເພນີຕ່າງໆຂອງວັດ ແລະ ໄດ້ຈາກບຸກຄົນເຊັ່ນ: ທ່ານ ບົວພາ ໄຊຍະແພງ ພ້ອມດ້ວຍຄອບຄົວ ຈໍານວນ 2,500,000 ກີບ, ທ່ານ ຊຽງສົມບູນ ພ້ອມດ້ວຍຄອບຄົວ 4,000,000 ກີບ, ທ່ານ ຊຽງສົມພອນ ພ້ອມດ້ວຍຄອບຄົວ 7,500,000 ກີບ, ທ່ານ ໄຊ ພ້ອມດ້ວຍຄອບຄົວ 1,300,000 ກີບ ແລະ ຫຼາຍໆທ່ານຕື່ມອີກ.

ຈາກນັ້ນ ພະຄູ ຄໍາພອນ ອິນໄຊຍະວົງ ກໍ່ໄດ້ກ່າວມອບສາລາ ໂດຍເປັນກຽດກ່າວຮັບຂອງ ທ່ານ ບົວພັນ ອິນຄໍາມະວົງ ຮອງເຈົ້າເມືອງວຽງທອງ ແລະ ກໍ່ໄດ້ມອບຕໍ່ໃຫ້ອໍານາດການປົກຄອງບ້ານພ້ອມພະນັກງານແພດໝໍປະຈໍາຢູ່ໂຮງໝໍນ້ອຍຈອມທອງເປັນຜູ້ປົກປັກຮັກສານໍາໃຊ້. ໂອກາດດຽວກັນນີ້ ອົງການປົກຄອງເມືອງກໍ່ໄດ້ມອບໃບຍ້ອງຍໍຂັ້ນເມືອງໃຫ້ຄະນະພະສົງທີ່ໄດ້ປະກອບສ່ວນເປັນເຈົ້າສັດທາໃນການກໍ່ສ້າງສາລາດັ່ງກ່າວ.

ຂ່າວ: ເນັ້ງ ເຊ່ຍກໍວ່າງ

About admin11