ຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ຝຶກອົບຮົມກ່ຽວກັບຄວາມເປັນເອກະພາບ ການນໍາໃຊ້ເອກະສານທາງລັດຖະການ

ໃນວັນທີ 8 ມິຖຸນາ 2021 ຢູ່ຫ້ອງປະຊຸມຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ ໄດ້ຈັດພິທີຝຶກອົບຮົມ ຮ່າງເອກະສານທາງລັດຖະການ ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງມະນີ ໂຄດປັນຍາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງບໍລິຄໍາໄຊ, ມີຮອງເລຂາ, ຫົວໜ້າຂະແໜງ, ຮອງຂະແໜງ ແລະ ພະນັກງານວິຊາການ ເຂົ້າຮ່ວມ.

ຈຸດປະສົງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອໃຫ້ພະນັກງານໄດ້ຮຽນຮູ້, ເຂົ້າໃຈ ແລະ ມີຄວາມເປັນເອກະພາບ ກ່ຽວກັບການນໍາໃຊ້, ການສ້າງເອກະສານທາງລັດຖະການ ທີ່ກະຊວງພາຍໃນກໍານົດໃຫ້ ເປັນຕົ້ນແມ່ນ ອົງປະກອບເອກະສານທາງດ້ານບໍລິຫານ ເຊັ່ນ: ຂະຫນາດຕົວອັກສອນ, ລະຫວ່າງແຖວ, ລາຍເຊັນ, ຕາປະທັບ ແລະ ອື່ນໆ.

About admins14